ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອ ອາດຈະ ທົດລອງ ອາວຸດນິວເຄລຍ ອີກ


ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ລົງຄະແນສຽງ ປະນາມ ການຍິງລູກສອນໄຟ ຂອງເກົາຫລີເໜືອ ໃນເດືອນທັນວາ ທີ່ຜ່ານມາ.
ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ລົງຄະແນສຽງ ປະນາມ ການຍິງລູກສອນໄຟ ຂອງເກົາຫລີເໜືອ ໃນເດືອນທັນວາ ທີ່ຜ່ານມາ.
ສະພາ​ຄວາ​ມໝັ້ນຄົງສະຫະ​ປະຊາ​ຊາດ ​ໄດ້ສັ່ງ​ໃຫ້​ທຳ​ການ​ລົງ​
ໂທດ​ໜັກ​ຂຶ້ນກວ່າເກົ່າຕໍ່ເກົາຫລີ​ເໜືອ ທີ່​ໄດ້​ຍິງ​ລູກ​ສອນ​ໄຟໃນ
​ເດືອນ​ທັນວາ​ຜ່ານ​ມາຊຶ່ງ​ເຮັດ​ໃຫ້​ພຽງ​ຢາງສະ​ແດງ​ຮ່ອງ​ຮອຍ
ແບບ​ທ້າ​ທາຍໃຫ້​ເຫັນ​ກ່ຽວ​ກັບ ການທີ່​ຈະ​ທົດ​ລອງນິວ​ເຄລຍອີກ​.

ສະພາຄວາມ​ໝັ້ນຄົງທີ່​ມີ​ສະມາຊິກ 15 ປະ​ເທດ​ໄດ້​ລົງ​ຄະ​ແນນ
ສຽງ​ໃນ ​ວັນ​ອັງຄານວານ​ນີ້ຢ່າງ​ເປັນ​ເອກ​ກະສັນ ​ເພື່ອ​ປະນາມ​
ການຍິງທົດ​ລອງ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ຖືກ​ຫ້າມພາຍ​ໃຕ້
​ການ​ລົງ​ໂທດ​ຂອງ​ອົງການ​ສະຫະ​ປະຊາ​ຊາດທີ່​ມີ​ຢູ່​ໃນ​ປັດຈຸບັນນີ້. ​

ນອກ​ນັ້ນສະພາ​ຄວາມ​ໝັ້ນຄົງ ຍັງ​ໄດ້ຂູ່​ທີ່​ຈະ​ເອົາ “ບາດ​ກ້າວ​ອັນ​ສໍາຄັນ” ຖ້າ​ຫາກ​ພຽງ​ຢາງຍັງ​ທຳ​ການ ຍິງ​ຫຼື​ທົດ​ລອງ​ລູກ​ສອນ​ໄຟ​ຕື່ມ​ອີກ.

​ເກົາຫລີ​ເໜືອ​ໄດ້​ຕອບ​ໂຕ້ໃນ​ທັນທີ ​ໂດຍ​ກ່າວ​ວ່າ ຕົນ​ຈະ​ບໍ່​ເຂົ້າຮ່ວມ​ໃນ​ການສົນທະນາ​ຕື່ມອີກ​ກ່ຽວ​ກັບການ​ປົດ​ອາວຸດນິວ​ເຄລຍ. ​ເກົາຫລີ​ເໜືອ ຍັງ​ປະ​ກາດ​ວ່າ ຈະ​ເສີມຂະ
ຫຍາຍ​ກໍາລັງ​ທະ​ຫານ ​ແລະຄວາມ​ສາມາດ ​ໃນ “ການ​ຍັບ​ຢັ້ງທາງ​ດ້ານ​ນິວ​ເຄລຍ” ຂອງ​ຕົນຊຶ່ງ​ເປັນ​ຄໍາ​ຖະແຫລ​ງທີ່ ຫລາຍ​ຄົນ​ຕີ​ຄວາມ​ໝາຍ​ວ່າ ​ເປັນ​ການ​ຂົ່ມຂູ່​ທີ່​ຈະ​ທຳການ​ທົດ​ລອງອາ ວຸດ​ນິວ​ເຄລຍຕື່ມອີກ.

ພຽງ​ຢາງ​ໄດ້​ລົດ​ທອງອາວຸດນິວ​ເຄລຍສອງ​ຄັ້ງ​ມາ​ແລ້ວ ລຸນ​ຫຼັງ​ການ​ລົງ​ໂທດຂອງ ສະຫະ​ປະຊາ​ຊາດ ຫລັງໄດ້​ມີ​ການ​ຍິງລູກ​ສອນ​ໄຟ​ລະຍະໄກ. ພາບ​ຖ່າຍ​ຈາກ​ດາວ​ທຽ​ມຫວ່າງ​ມໍ່ມານີ້ສະ​ແດງ​ໃຫ້​ເຫັນ​ວ່າ ​ເກົາຫລີ​ເໜືອ ກໍາລັງ​ຕຽມ​ທໍາ​ການ​ທົດ​ລອງ​ອີກ​ເປັນ​ຄັ້ງ​ທີ່​ສາມ. ​
XS
SM
MD
LG