ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ມີນາ ໒໐໒໔

ເກົາ​ຫຼີ​ເໜືອ ປະ​ຕິ​ເສດ​ຕໍ່​ການ​ກ່າວ​ອ້າງ ຂອງ​ສະ​ຫະ​ລັດ ທີ່​ວ່າ ປະ​ເທດ​ດັ່ງ​ກ່າວ ​ສົ່ງ​ລູກ​ປືນ​ໃຫຍ່ ໃຫ້​ຣັດ​ເຊຍ


ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ​ ປູ​ຕິນ (ຂວາ) ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ຈັບ​ມື ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ທີ່ວ​ລາ​ດີວອ​ສ​ຕອກ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 25 ເມ​ສາ 2019.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ​ ປູ​ຕິນ (ຂວາ) ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ຈັບ​ມື ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ທີ່ວ​ລາ​ດີວອ​ສ​ຕອກ ປະ​ເທດ​ຣັດ​ເຊຍ ເມື່ອ​ວັນ​ທີ 25 ເມ​ສາ 2019.

ເກົາ​ຫຼີ​ເໜືອ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ອ້າງ​ຂ​ອງ​ສະ​ຫະ​ລັດ ໃນ​ວັນ​ອັງ​ຄານມື້ນີ້ ທີ່​ວ່າ​ຕົນ​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ຣັດ​ເຊຍ ດ້ວຍ​ການ​ສະ​ໜອງ​ລູກ​ປືນ​ໃຫຍ່​ແລະ​ລູກ​ກະ​ສຸນຊະ​ນິດ​ອື່ນໆ ເພື່ອ​ເພີ້ມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂ​ອງ​ສົງ​ຄາມ​ໃນ​ຢູ​ເຄ​ຣນ.

ໜ່ວຍ​ສືບ​ລັບ​ຂອ​ງ​ສະ​ຫະ​ລັດ ເມື່ອ​ໄວໆ​ມານີ້ ໃຫ້​ການ​ຢືນ​ຢັນ​ວ່າ ຣັດ​ເຊຍ​ໄດ້​ຕິດ​ຕໍ່​ໄປ​ຫາ​ເກົາ​ຫຼີ​ເໜືອ​ເພື່ອ​ຂໍ​ຊື້​ລູກ​ຈະ​ຫຼວດ​ແລະ​ລູກ​ປືນ​ໃຫຍ່.

ເກົາ​ຫຼີ​ເໜືອ​ໄດ້​ທຳ​ການ​ທົດ​ລອງ​ຫຼາຍ​ສິບ​ຄັ້ງ ຮວມ​ທັງ​ລູກ​ສອນ​ໄຟ​ທີ່​ສາ​ມາດ​ບັນ​ທຸກ​ຫົວ​ລະ​ເບີດ​ນິວ​ເຄ​ລຍແລະ​ໂຈມ​ຕີ​ສະ​ຫະ​ລັດ. ເກົາ​ຫຼີ​ເໜືອ​ໄດ້​ຂົ່ມ​ຂູ່​ສະ​ຫະ​ລັດ​ສະ​ຫະ​ລັດ​ດ້ວຍ​ລູກ​ສອນ​ໄຟ ແລະ​ປືນ​ໃຫຍ່ ໂດຍ​ກ່າວ​ອ້າງວ່າ ຕົນ​ສາ​ມາດ​ທຳ​ການ​ໂຈມ​ຕີ “ແບບ​ໄຮ້​ຄວາມ​ປາ​ນີ” ຕໍ່​ເປົ້າ​ໝາຍ​ຕ່າງໆ​ໃນ​ເກົາ​ຫຼີ​ໃຕ້ ທີ່​ເປັນ​ເພື່ອນ​ບ້ານ​ແລະ​ເປົ້າ​ໝາຍ​ຂອ​ງ​ສະ​ຫະ​ລັດ.

ໃນ​ຂະ​ນະ​ດຽວ​ກັນ ໜັງ​ສື​ພິມ​ຣັດ​ເຊຍ ກ່າວ​ອ້າງ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ໄດ້​ມີ​ການ​ຫາ​ລື​ກ່ຽວ​ກັບ​ອາ​ວຸດ​ຍຸດ​ທະ​ສາດ​ນິວ​ເຄ​ລຍ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຣັດ​ເຊຍ ຊຶ່ງ​ພວມ​ດຳ​ເນີນ​ງານກັນ​ຢູ່. ໜັງ​ສື​ພິມ ຄອມ​ແມັກຊັງ (Kommersant) ​ໄດ້​ອ້າງ​ຄຳ​ເວົ້າ​ຈາກ​ສີ່​ແຫຼ່ງ​ຂ່າວ ທີ່​ຮູ້​ເລື້ອງ​ດີກ່ຽວ​ກັບ​ການ​ຫາ​ລື ແລະ​ເວົ້າ​ວ່າ ການ​ເຈ​ລະ​ຈາ​ອາດ​ຈະ​ເລີ້ມ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ.

ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສົນ​ທິ​ສັນ​ຍາ START ສະ​ບັບ​ໃໝ່​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຣັດ​ເຊຍ​ແມ່ນ​ແນ​ໃສ່​ເພື່ອ​ຫຼຸດ​ຄັງ​ແສງ​ອາ​ວຸດ​ນິວ​ເຄ​ລຍ ທີ່​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ ໄດ້​ບຸກ​ເຂົ້າ​ໄປ​ໃນ​ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 24 ກຸມ​ພາ​ຜ່ານ​ມາ.

ໃນ​ອີກ​ດ້ານ​ນຶ່ງ ຢູ​ເຄ​ຣນ​ໄດ້​ຮັບ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ ແລະ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດແອັ​ສ​ພາຍ​ດ໌ (Aspide) ຊຸດ​ທຳ​ອິດ​ໃນ​ການ​ຕໍ່​ສູ້​ກັບ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ.

ທ່ານ​ໂອ​ເລັກ​ຊີ ເຣັ​ສ​ນີ​ກອບ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ຢູ​ເຄ​ຣນ​ກ່າວ​ຜ່ານ​ທາງ​ທວີດ​ເຕີ້​ວ່າ “ພວກ​ເຮົາ​ຈະ​ສືບ​ຕໍ່​ ຍິງ​ທຳ​ລາຍ​ເປົ້າ​ໝາຍ​ຂອງ​ສັດ​ຕູ ທີ່​ໂຈມ​ຕີ​ພວກ​ເຮົາ. ຂອບ​ໃຈ​ຕໍ່​ບັນ​ດາ​ປະ​ເທດ​ພາ​ຄີ: ນໍ​ເວ ສະ​ເປນ ແລະ​ສະ​ຫະ​ລັດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG