ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອ ປະຕິເສດ ບໍ່ໄດ້ສົ່ງຈົດໝາຍ ຂໍ້ຄວາມງາມໆ ໄປຫາ ປ. ດໍໂນລ ທຣໍາ


ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ.
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ.

ພຽງຢາງໄດ້ຕອບໂຕ້ຕໍ່ການກ່າວອ້າງຂອງວໍຊິງຕັນທີ່ວ່າ ທ່ານກິມ ຈົງ ອຶນ ໄດ້ ສົ່ງ “ໜັງ
ສື ທີ່ຂຽນຂໍ້ຄວາມງາມໆ” ໄປຫາປະທານາທິບໍດີດໍ ໂນລ ທຣໍາ ຄູ່ຕໍາ ແໜ່ງຝ່າຍອາເມຣິ
ກັນຂອງທ່ານ.

ຖະແຫຼງການຈາກກະຊວງຕ່າງປະເທດເກົາຫຼີເໜືອ ທີ່ນຳອອກເຜີຍແຜ່ໃນວັນອາ ທິດ
ວານນີ້ ເອີ້ນການກ່າວອ້າງຂອງທ່ານທຣໍານນັ້ນວ່າ “ບໍ່ມີມູນຄວາມຈິງ” ແລະ ກ່າວຫາ
ວໍຊິງຕັນວ່າ ສວຍໃຊ້ຄວາມສຳພັນຂອງພວກຜູ້ນໍາທັງສອງ.

ຖະແຫຼງການກ່າວວ່າ “ຄວາມສຳພັນລະຫວ່າງຜູ້ນຳສູງສຸດທັງສອງ ຂອງເກົາຫຼີ ເໜືອ
ແລະສະຫະລັດ ບໍ່ແມ່ນເລື້ອງທີ່ຈະຍົກຂຶ້ນມາເວົ້າ ເພື່ອສ້າງຄວາມແຍກ ຫຼືນໍາໃຊ້ໃນ
ທາງທີ່ບໍ່ຖືກຕ້ອງເພື່ອຈຸດປະສົງທີ່ເຫັນແກ່ໂຕ.”

ຖະແຫຼງການດັ່ງກ່າວໄດ້ມີຂຶ້ນຫຼັງຈາກທ່ານທຣໍາ ໄດ້ຖະແຫຼງໃນລະວຫ່າງລາຍ ງານ
ກ່ຽວກັບໄວຣັສໂຄໂຣນາ ໃນວັນເສົາທີ່ຜ່ານມາ ເພື່ອຕອບຄຳຖາມ ໃນການທົດລອງ
ລູກສອນໄຟໄລຍະໃກ້ຂອງເກົາຫຼີເໜືອທົດລອງ.

ປະທານາທິບໍດີທຣໍາ ກ່າວວ່າ “ຂ້າພະເຈົ້າໄດ້ຮັບໜັງສືທີ່ເວົ້າແບບດີງາມ ຈາກ ທ່ານ
ຫວ່າງມໍ່ໆມານີ້. ມັນເປັນໜັງສືທີ່ເວົ້າດີ. ຂ້າພະເຈົ້າຄິດວ່າພວກເຮົາໄດ້ເຮັດ ທຸກສິ່ງ
ຢ່າງດີແລ້ວ.”

ທ່ານທຣໍາ ແລະທ່ານກິມ ໄດ້ຕິດຕໍ່ຫາກັນຫຼາຍເທື່ອ ແລະໄດ້ພົບປະກັນສາມ ເທື່ອໃນ
ປີເຄິ່ງທີ່ຜ່ານມານີ້ ແຕ່ການເຈລະຈາໄດ້ແຕກຫັງລົງ ຫຼັງຈາກສະຫະ ລັດປະຕິເສດ ບໍ່
ຍອມຜ່ອນຜັນການລົງໂທດ ແລະໃຫ້ການຍິນຍອມອື່ນໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG