ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອ ປະຕິເສດວ່າ ຕົນບໍ່ໄດ້ hack ຄອມພີວເຕີ ຂອງບໍລິສັດ Sony Pictures


ສຳນັກງານໃຫຍ່ຂອງບໍລິສັດ ຜະລິດຮູບເງົາ Sony Pictures ທີ່ເມືອງ Culver City, ລັດຄາລີຟໍເນຍ, ວັນທີ 2 ທັນວາ 2014
ສຳນັກງານໃຫຍ່ຂອງບໍລິສັດ ຜະລິດຮູບເງົາ Sony Pictures ທີ່ເມືອງ Culver City, ລັດຄາລີຟໍເນຍ, ວັນທີ 2 ທັນວາ 2014

ເກົາຫຼີ​ເໜືອ​ໄດ້​ອອກ​ມາ​ປະຕິ​ເສດ ​ຕໍ່​ການ​ມີ​ຄວາມ​ຮັບຜິດຊອບ​
ໃດໆ ​ໃນ ການ​ໂຈມ​ຕີ​ທາງ​ຄອມ​ພີ​ວ​ເຕີ​ທີ່ສ້າງ​ຄວາມເສຍ​ຫາຍ​
ຕໍ່​ຕາໜ່າງຄອມ​ພີ​ວ​ເຕີ ຂອງ​ບໍລິສັດ​ຜະ​ລິດ​ຮູບ​ເງົາ Sony
Pictures ເຖິງ​ແມ່ນ​ບໍ່​ໄດ້​ມີ​ຜູ້​ໃດທຳ ການກ່າວ​ຫາ​ ປະ​ເທດ​ທີ່​
ຖື​ລັດທິ Stalin​ ແຫ່ງ​ນີ້ ຢ່າງ​ເປັນ​ທາງ​ການວ່າ ​ເປັນ​ຜູ້ຮັບຜິດ
ຊອບ​ກໍຕາມ.

ສູນ​ກາງ​ຂ່າວ​ຂອງທາງ​ການ​ເກົາຫຼີ​ເໜືອ ​ໄດ້​ເປີດ​ເຜີຍ​ບົດ​ຄວາມ
​ສະບັບ​ນຶ່ງ​ໃນ​ວັນ​ອາທິດ​ມື້​ນີ້​ ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ອາດ
ໄດ້ເປັນການ ກະທຳ​ຂອງ​ພວກກຸ່ມ​ທີ່ສະໜັບສະໜຸນ​ເກົາຫຼີ​ເໜືອ
​ກໍ​ເປັນ​ໄດ້. ບົດ​ຄວາມໄດ້​ເອີ່ຍຊື່ກຸ່ມ “Guardians of Peace“
ຫຼື “​ພວກ​ພິທັກ​ສັນຕິພາບ” ຊຶ່ງເປັນ​ແກ໊ງ​ໂຈມ​ຕີ​ທາງ​ຄອມ​ພີ​ວ​ເຕີ ທີ່​ບໍ່​ຮູ້ຈັກ​ກັນ​ມາ​ກ່ອນ ວ່າ​ອາດເປັນ​ໜຶ່ງ​ໃນ​ພວກ​ກຸ່ມ​ເຫລົ່າ​ນັ້ນ.

ພຽງ​ຢ້າງ​ໄດ້​ກ່າວ​ຫາ​ເກົາຫຼີ​ໃຕ້ ວ່າ​ເປັນ​ຜູ້​ເປົ່າ​ຂ່າວລື​ ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງກ່າວ.

ບັນດາ​ຜູ້​ບໍລິຫານ​ບໍລິສັດ Sony ຕຳຫຼວດ​ສັນຕິ​ບານ FBI ​ແລະ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງສະຫະລັດ​ທັງ​ໝົດ​ກຳລັງ​ພາກັນ​ສືບ​ສວນ​ສອບ​ສວນ​ ​ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງກ່າວ ​ແລະ​ເວົ້າ​ວ່າ ມັນ​ເປັນ​ການ​ໄວ​ໂພດ ​ທີ່​ຈະ​ກ່າວ​ຫາ​ຜູ້​ໃດ​ຜູ້​ນຶ່ງ​ນັ້ນ.

ບໍລິສັດ Sony ກຳລັງ​ກະກຽມ​ຈະ​ນຳ​ອອກ​ເຜີຍ​ແຜ່ ຮູບ​ເງົາ​ເລື່ອງ​ “The Interview” ຊຶ່ງ​ເປັນ​ເລື່ອງ​ຕະຫຼົກ ກ່ຽວ​ກັບ​ນັກ​ຂ່າວ 2 ຄົນ​ ທີ່​ຖືກ​ເກນ​ເປັນ​ສາຍ​ລັບໂດຍ​ອົງການສືບ​ລັບ CIA ​ເພື່ອໄປ​ທຳ​ການລອບ​ສັງຫານ​ຜູ້ນຳ Kim Jong Un ຂອງ​ເກົາຫຼີເໜືອ​ນັ້ນ.

ລັດຖະບານ​ພຽງ​ຢ້າງ ​ໄດ້​ປະນາມ​ຢ່າງ​ແຂງ​ແຮງ​ຕໍ່​ຮູບ​ເງົາ​ເລື່ອງ​ນີ້ ວ່າ ​ເປັນ​ການ​ກະທຳ​ອັນ​ນຶ່ງ​ຂອງ​ການ​ກໍ່​ການ​ຮ້າຍ ​ແລະ​ສົງຄາມ.

ໂຕຢ່າງ ຮູບເງົາເລື່ອງ The Interview ທີ່ບໍລິສັດ Sony Pictures ຈະນຳອອກສາຍ ໃນວັນທີ 25 ທັນວານີ້:

XS
SM
MD
LG