ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ເໜືອ ທວງ​ໃຫ້​ສ​ະ​ຫະ​ລັດ ແລະ​ ເກົາ​ຫຼີ​ໃຕ້ ຢຸດ​ເຊົາ​ການ​ຊ້ອມ​ລົບ​ຮ່ວມ​ທາງ​ທະ​ຫານ


ເຮືອ​ບິນ​ລົບອາຍ​ພົ່ນ F-15K ຂອງກອງ​ທັບ​ອາ​ກາດ​ເກົາ​ຫຼີ​ໃຕ້ ເຂົ້າ​ຮ່ວມ​ການ​ຊ້ອມ​ຖິ້ມ​ລະ​ເບີດ​ກັບ​ສະ​ຫະ​ລັດ ໃນ​ຮູບ​ພາບ​ທີ່​ນຳ​ອອກ​ເຜີຍ​ແຜ່ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 4 ຕຸ​ລາ 2022.
ເຮືອ​ບິນ​ລົບອາຍ​ພົ່ນ F-15K ຂອງກອງ​ທັບ​ອາ​ກາດ​ເກົາ​ຫຼີ​ໃຕ້ ເຂົ້າ​ຮ່ວມ​ການ​ຊ້ອມ​ຖິ້ມ​ລະ​ເບີດ​ກັບ​ສະ​ຫະ​ລັດ ໃນ​ຮູບ​ພາບ​ທີ່​ນຳ​ອອກ​ເຜີຍ​ແຜ່ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 4 ຕຸ​ລາ 2022.

ເກົາ​ຫຼີ​ເໜືອ ໃນ​ວັນ​ຈັນ​ວານນີ້ ໄດ້​ທວງ​ໃຫ້​ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້ ຍຸ​ຕິ​ການ​ຊ້ອມ​ລົບ​ຂະ​ໜາດ​ໃຫຍ່​ທາງ​ທະ​ຫານ ໂດຍ​ເອີ້ນ​ວ່າ ມັນ​ເປັນ​ການ​ຍົ້ວ​ຍຸທ້າ​ທາຍ​ທີ່​ອາດ​ພາ​ໃຫ້ “ມີ​ການ​ເອົາ​ມາດ​ຕ​ະ​ການ​ຕອບ​ໂຕ້​ທີ່​ແຮງ​ຂຶ້ນ” ຈາກ​ພຽງ​ຢາງ.

ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ເກົາ​ຫຼີ​ເໜືອ​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ KCNA ​ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ ເວົ້າ​ວ່າ “ສະ​ຖາ​ນະ​ການ​ໃນ​ແຫຼມ​ເກົາ​ຫຼີ ​ແລະ​ບໍ​ລິ​ເວນ​ໃກ້​ຄຽງ ໄດ້​ກ້າວ​ເຂົ້າ​ສູ່​ການ​ປະ​ເຊີນ​ໜ້າ​ທີ່​ຮ້າຍ​ແຮງ​ທາງ​ດ້ານ​ອຳ​ນາດ ເພື່ອ​ຍາດ​ແຍ່ງ​ອິດ​ທິ​ພົນ​ອີກ​ເທື່ອ​ນຶ່ງຍ້ອນ​ການ​ເຄື່ອນ​ໄຫວ​ທາງ​ທະ​ຫານແບ​ບ​ບໍ່​ຢຸດ​ເຊົາ​ແລະ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້.”

ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້​ ເລີ້ມນຶ່ງ​ໃນການ​ຊ້ອມ​ລົບ​ຮ່ວມ​ຂອງກອງ​ທັບ​ອາ​ກາດ​ທີ່​ໃຫຍ່​ສຸດ​ ໃນ​ວັ​ນ​ຈັນ​ວານນີ້ ໂດຍ​ມີ​ເຮືອ​ບິນ​ລົບ​ຫຼາຍ​ຮ້ອຍ​ລຳ​ຈາກ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມໃນ​ການ​ໂຈມ​ຕີ​ແບບ​ຈຳ​ລອງ 24 ຊົ່ວ​ໂມງ​ຕໍ່​ມື້ ​ພາຍໃນ​ອາ​ທິດນີ້.

ການ​ປະ​ຕິ​ບັດ​ງານ​ທີ່​ເອີ້ນ​ວ່າ Vigilant Storm ຈະ​ດຳ​ເນີນ​ຕໍ່​ໄປ​ຈົນ​ຮອດ​ວັນ​ສຸກ ແລະ​ຈ​ະ​ມີ​ເຮືອ​ບິນ​ລົບ 240 ລຳ ທຳ​ການ​ໂຈມ​ຕີ​ປະ​ມານ 1,600 ຖ້ຽວ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງກອງ​ທັບ​ອາ​ກາດ​ສະ​ຫະ​ລັດ.

ວໍ​ຊິງ​ຕັນ ແລະ​ໂຊ​ລ​ເຊື່ອ​ວ່າ ພຽງ​ຢາງ​ອາດພ້ອມ​ແລ້ວ​ທີ່ຈະ​ເລີ້ມ​ທົດ​ລອງອາ​ວຸດ​ນິວ​ເຄ​ລຍ​ຄືນ​ອີກ​ເປັນ​ເທື່ອ​ທຳ​ອິດ ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາແລະ​ຮັບ​ເອົາ​ຍຸດທະ​ສາດ “ໃນ​ການ​ສະ​ກັດ​ກັ້ນ” ຂອງ​ພຽງ​ຢາງ​ໂດຍ​ຜ່ານ​ການ​ຊ້ອມ​ລົບ​ທາງ​ທະ​ຫານ​ທີ່​ສຳ​ຄັນໆ ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່​ທັງ​ໃນ​ປັດ​ຈຸ​ບັນ​ແລະ​ອະ​ດີດ​ຕ່າງ​ກໍ​ກ່າວ​ວ່າ​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ທະ​ວີ​ຂຶ້ນ.

ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່າວ​ວ່​າ ເກົາ​ຫຼີ​ເໜືອ​ແມ່ນ "​ພ້ອມ​ແລ້ວທີ່​ຈະ​ເອົາ​ທຸກ​ມາດ​ຕະ​ການ ເພື່ອ​ປ້ອງ​ກັນ​ອະ​ທິ​ປະ​ໄຕ ຄວາມ​ສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ຈາກ​ໄພ​ຂົ່ມ​ຂູ່​ທາງ​ທະ​ຫານທີ່​ມາ​ຈາກ​ພາຍນອກ.”

ຖະ​ແຫຼງ​ການ​ກ່າວ​ ໂດຍ​ເອີ້ນ​ຊື່​ຫຍໍ້​ຢ່າງ​ເປັນ​ທາງ​ການ​ຂອງ​ເກົາ​ຫຼີ​ເໜືອ ເວົ້າ​ວ່າ “ຖ້າ​ຫາກ​ສະ​ຫະ​ລັດ​ຍັງ​ດຳ​ເນີນ​ການ​ຕໍ່​ໄປ ໃນ​ການຍົ້ວ​ຍຸ​ທ້າ​ທາຍທາງ​ທະ​ຫານ​ຢ່າງ​ຮ້າຍ​ແຮງນັ້ນ ສ​ປ​ປ ເກົາ​ຫຼີ​ກໍ​ຈະພິ​ຈາ​ລະ​ນາ ​ເພື່ອ​ເອົາ​ມາດ​ຕະ​ການ​ຕອບ​ໂຕ້​ທີ່​ແຮງ​ຂຶ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG