ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເກົາຫຼີເໜືອ ແລະ ເກົາຫຼີໃຕ້ ຕົກລົງ ຈະເປີດ ການເຈລະຈາ ຮອບໃໝ່


ທ່ານ Hwang Pyong-So (ທີ່ສອງຈາກຊ້າຍ) ຜູ້ນຳ
ໝາຍເລກສອງ ​ຂອງ​ເກົາຫຼີເໜືອ ຮອງຈາກທ່ານ Kim Jong Un ຂະນະທີ່ຍ່າງອອກຈາກໂຮງແຮມ ຢູ່ເມືອງ Incheon ເກົາຫຼີໃຕ້ (4 ຕຸລາ 2014)
ທ່ານ Hwang Pyong-So (ທີ່ສອງຈາກຊ້າຍ) ຜູ້ນຳ ໝາຍເລກສອງ ​ຂອງ​ເກົາຫຼີເໜືອ ຮອງຈາກທ່ານ Kim Jong Un ຂະນະທີ່ຍ່າງອອກຈາກໂຮງແຮມ ຢູ່ເມືອງ Incheon ເກົາຫຼີໃຕ້ (4 ຕຸລາ 2014)

ເຈົ້າໜ້າທີ່ເກົາຫຼີເໜືອ ແລະເກົາຫຼີໃຕ້ ໄດ້ຕົກລົງທີ່ຈະຟື້ນຟູ
ການເຈລະຈາໃນ ລະດັບສູງ ທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາ
ໄດ້ຫລາຍເດືອນມາແລ້ວນັ້ນ. ການເຈລະຈາດັ່ງກ່າວ ມີກຳ
ນົດຈະເລີ້ຂຶ້ນ ໃນລະຫວ່າງທ້າຍເດືອນຕຸລາຫາ ຕົ້ນເດືອນ
ພະຈິກ.

ການຕົກລົງຄັ້ງໃໝ່ທີ່ຈະເປີດການເຈລະຈາລະດັບສູງ ມີຂຶ້ນ
ຫລັງຈາກການເດີນທາງໄປຢ້ຽມຢາມເກົາຫຼີໃຕ້ ຢ່າງກະທັນ
ຫັນໂດຍຄະນະຜູ້ຕາງໜ້າທີ່ປະກອບດ້ວຍ ເຈົ້າໜ້າທີ່​ຂັ້ນ​ສູ​ງ
ສາມ​ຄົນຂອງເກົາຫຼີເໜືອ ທີ່​ໄດ້​ພົບປະ​ກັບລັດຖະມົນຕີກະຊວງ ທ້ອນໂຮມຊາດຂອງເກົາຫຼີໃຕ້ ທ່ານ Ryoo Kihi-jae ທີ່​ເມືອງ
Incheon.

ທ່ານ Kim Kwan-jin ຜູ້ອຳນວຍການດ້ານຄວາມ​ໝັ້ນຄົງແຫ່ງຊາດຂອງ​ເກົາ​ຫລີໃຕ້ກ່າວ​
ວ່າ “ມື້​ນີ້ບັນດາຜູ້​ຢູ່​ໃນ​ໜ້າ​ທີ່ຂັ້ນ​ສູງພິ​ເສດ ​ໄດ້​ມາ​ທີ່​ນີ້​ໃນ​ນາມ​ຜູ້ຕາງ ໜ້າຈາກ​ເກົາຫລີ​ເໜືອ.
ພວກ​ເຮົາ​ຕ້ອງ​ປະຕິບັດ​ງານ​ຮ່ວມ​ກັນ ​ເພື່ອ​ໃຫ້ຄວາມ​ສຳ ພັນ​ລະຫວ່າງ​ເກົາຫລີ​ໃຕ້ ​ແລະ​ເກົາຫລີ​ເໜືອ ດີ​ຂື້ນ.

ຄະນະຜູ້ຕາງໜ້າຂອງ​ເກົາຫລີ​ເໜືອ ​ແມ່ນນຳພາ​ໂດຍ ທ່ານ Hwang Pyong So ຜູ້ນຳ
ໝາຍເລກສອງ​ຂອງ​ປະ​ເທດ ຮອງຈາກທ່ານ Kim Jong Un. ທ່ານ Hwang ​ເປັນເຈົ້າ
​ໜ້າ​ທີ່​ການ​ເມືອງ​ສູງ​ສຸດ ຂອງ​ກອງທັບເກົາຫລີ​ເໜືອ ທີ່​ມີ​ທະ ຫານ​ 1 ລ້ານ 2 ​ແສນ​ຄົນ.

​ສ່ວນແຂກ​ຜູ້​ກຽດຂອງເກົາຫລີ​ເໜືອອີກ​ສອງ​ຄົນ​ ແມ່ນ​ເລຂາ​ທິການໃຫຍ່ຂອງພັກແຮງ
​ງານ ຊຶ່ງເປັນພັກລັດຖະບານທີ່ປົກຄອງປະເທດ ຄື ທ່ານ​ Choe Ryon Hae ​ແ​ລະ ທ່ານ Kim yang Gon.

ທ່າ​ນ King Yang Gon ​ເລຂາທິການ​ໃຫຍ່ຂອງພັກແຮງ​ງານ​ເກົາຫລີ​ເໜືອ ກ່າວ​ວ່າ “ຂ້າ
ພະ​ເຈົ້າ​ໄດ້​ເດີນທາງ​ມາ​ເທຶ່ອນີ້ ດ້ວຍ​ຄວາມ​ຫວັງ​ວ່າ ​ໂອກາດ​ດັ່ງ​ກ່າວນີ້ ຈະເປັນ​ບາດລ້ຽວ
ສຳລັບຄວາມສຳພັນ​ລະຫວ່າງ​ເກົາຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້. ຂ້າພະ​ເຈົ້າດີ​ໃຈ​ທີ່​ໄດ້ນັ່ງ​ຢູ່​
ທີ່​ນີ້ ​ແລະ​ຮັບ​ປະທານ​ອາຫານ​ອັນ​ອົບ​ອຸ່ນ​ຮ່ວມ​ກັນ​ກັບ​ພວກທ່ານ.”

ການ​ຢ້ຽມຢາມ​ທີ່​ບໍ່ມີການຄາດຄິດໃນເທື່ອນີ້ ​ເບິ່ງຄືວ່າໄດ້ມີຂຶ້ນເພື່ອເຂົ້າຮ່ວມພິທີ ອັດການ
ແຂ່ງຂັນກິລາເອຊ່ຽນ​ເກ​ມ ​ໃນ​ຕອນ​ແລງ​ວັນ​ເສົາມື້ນີ້.

ການ​ຢ້ຽມຢາມນີ້​ເຮັດ​ໃຫ້​ຫລາຍ​ໆຄົນ​ຢູ່​ໃນຂົງ​ເຂດປະຫລາດ​ໃຈວ່າ ການເຈລະຈາຮອບ
ໃໝ່ຈະສ້າງຄວາມຄືບໜ້າໃນການຫລຸດຜ່ອນຄວາມເຄັ່ງຕຶງ ທີ່ມີມາເປັນເວ ລາຫລາຍໆ
ທົດສະວັດລະຫວ່າງເກົາຫຼີເໜືອແລະເກົາຫຼີໃຕ້ ຊຶ່ງໃນທາງເຕັກນິກ ແລ້ວແມ່ນຍັງຢູ່ໃນ
ພາວະສົງຄາມ ລະຫວ່າງກັນຢູ່ ຍ້ອນບັນຫາຂັດແຍ້ງລະຫວ່າງ ປີ 1950 ຫາ 1953 ນັ້ນ ຍຸດຕິລົງດ້ວຍການຢຸດຍິງ ບໍ່ແມ່ນດ້ວຍສົນທິສັນຍາ ສັນຕິພາບ.

KOREAS TENSIONS VOSOT
please wait
Embed

No media source currently available

0:00 0:01:02 0:00

XS
SM
MD
LG