ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ສຫລ ສຳເລັດຜົນ ໃນການທົດລອງ ລະບົບ ຕ້ານລູກສອນໄຟ


ລະບົບຕ້ານທານພາກພື້ນດິນ ລະດັບກາງ (GMD ທີ່ເປັນສ່ວນນຶ່ງ ຂອງຂອງລະບົບລູກສອນໄຟ ທີ່ຍິງຈາກຖານທັບອາກາດ Vandenberg, ໃນລັດຄາລີຟໍເນຍ, 30 ພຶດສະພາ, 2017.

ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກເກົາຫຼີ​ເໜືອໄດ້​ທົດ​ລອງ​ລູກສອນ​ໄຟຄັ້ງ​ຫຼ້າ​ສຸດແລ້ວ ​ສະຫະລັດ ​ກໍໄດ້​ທຳ​ການທົດ​ລອງ​ຂອງ​ຕົນ​ຢ່າງເປັນຜົນສຳເຣັດ ​ການ​ໂຈມ​ຕີທຽມ ດ້ວຍ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂ້າມທະວີບ​. ເຈົ້າ​ໜ້າ​ທີ່​ສະຫະລັດ ​ເອີ້ນ​ການ​ຝຶກຊ້ອມ​ດັ່ງກ່າວ​ວ່າ ເປັນ​ບາດກ້າວ​ທີ່ຈໍາເປັນທີ່ເດີນໄປຢ່າງກວ້າງໄກ​ ສຳລັບການ​ປ້ອງ​ກັນ​ຂອງ​ສະຫະລັດ ຊຶ່ງ​ວັນນະ​ສອນ
ຈະມີ​ລາຍ​ງານ​ຈາກ​ Jesusemen Oni ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ມັນ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ການຝຶກ​ຊ້ອມ​ແບບ​ນີ້ ການຝຶກ​ຊ້ອມແນວປ້ອງ​ກັນ​ຕົວ ທີ່​ຄ້າຍ
​ຂອງ​ຈິງທີ່​ວ່າ ​ຖ້າ​ຫາກໄດ້​ມີການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟນິວ​ເຄລຍ​ໃສ່​ສະຫະລັດ.

ກອງທັບ​ສະຫະລັດ ​ໄດ້​ຕິດ​ຕັ້ງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ​ໃນ​ເກາະ
Marshall ​ແລ້ວ​ຈຶ່ງຍິງລູກ​ສອນ​ໄຟ​ລູກ​ທີ 2 ຈາກ​ຖານ​ທັບອາກາດ​ໃນລັດ California.

ເຊີນຊົມ: ການປະຕິບັດງານ ທົດລອງ ICBM ຂອງທຳນຽບຫ້າແຈ

Pentagon Launches Missile Test
please wait

No media source currently available

0:00 0:01:46 0:00

ຈຸດປະສົງ​ຫວະ? ກໍ​ເພື່ອ​ສະກັດ​ກັ້ນ ລູກ​ສອນ​ໄຟ​ອັນ​ໃດ​ກໍ​ຕາມ ທີ່​ຍິງ​ມາ​ຈາກ​ທາງ​ມະຫາ​
ສະໝຸດ​ປາຊິ​ຟິກ.

​ແລະ​ມັນ​ກໍ​ສາມາດ​ເຮັດ​ໄດ້. ລູກ​ສອນ​ໄຟ​ອັນ​ທີ 2 ສາມາດ ຢຸດສະ​ງັກ ອັນ​ທຳ​ອິດ​ທີ່​ຍິງ​ມາ
​ເຄິ່ງທາງ ກາງ​ມະ​ຫາ​ສະໝຸດ.

ການ​ຝຶກ​ຊ້ອມ​ທີ່​ວ່າ​ນີ້ ມີ​ຂຶ້ນ ທ່າມກາງ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ່ມ​ປະ​ວີ​ຂຶ້ນຕໍ່​ໂຄງການ​ນິວ​ເຄລຍ
ຂອງ​ເກົາຫຼີ​ເໜືອ. ປະ​ເທດ​ທີ່ຂຸ້ນຂ້ຽວເພີ່ມ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂອງ​ຕົນໃນ​ຮອບ
​ຫຼາຍ​ສັບປະດາ​ທີ່​ຜ່ານ​ມາ​ນີ້, ​ເຖິງ​ແມ່ນ​ວ່າ ຈະ​ໄດ້​ມີ​ການ​ປະນາມ​ຈາກອົງການ​ສະຫະ​
ປະຊາ​ຊາດແລະ​ຫຼາຍໆ​ຜູ້​ນຳ​ຂອງ​ໂລກ ກໍ​ຕາມ.

US Successfully Tests Missile Defense System Amid North Korea Tensions
please wait

No media source currently available

0:00 0:01:25 0:00

ທ່ານ​ນາງ Nikki Haley ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ອົງການ​ສະຫະ​ປະຊາ
​ຊາດ ກ່າວ​ວ່າ “ບໍ່​ມີ​ຫຍັງ​ປ່ຽນ​ແປງການ​ກະທຳ​ຂອງ​ເກົາຫຼີ​ເໜືອ ​ແລະ​ພວກ​ເຮົາ​ຍັງ​ເຕົ້າ​
ໂຮມ​ກັນ​ເປັນ​ກຸ່ມ​ກ້ອນ​ອີກ ​ແລະ​ຍັງ​ກ່າວ​ວ່າ ‘​ໂອ​ເຄ, ພວກ​ເຮົາ​ຈະ​ເຮັດຫຍັງ​ໄດ້ລະ
ຖ້າ​ຫາກ​ວ່າ ​ ​ມັນ​ຈະ​ທຳ​ການ​ທົດ​ລອງແບບ ມື້​ຂ້າມ​ມື້​ໄປ.’”

ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Nikki
Haley ກ່າວ​ເພີ່ມ​ຕື່ມ​ວ່າ ສະຫະລັດ ​ແລະຈີນ ຜູ້​ຊຶ່ງ​ເປັນພັນທະ​ມິດ​ທີ່​ໃກ້ຊິດ​ກັບ​ພຽງ​ຢາງ ​ແມ່ນເຈລະຈາ​ກັບ​ກ່ຽວ​ກັບ​ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​
ການ​ເອົາ​ບາດກ້າວ​ຂອງ​ເກົາຫຼີ​ເໜືອ.

ການທົດລອງລະບົບປ້ອງກັນລະດັບກາງ (Ground-based Midcourse Defense System) ໃນວັນອັງຄານ.
ການທົດລອງລະບົບປ້ອງກັນລະດັບກາງ (Ground-based Midcourse Defense System) ໃນວັນອັງຄານ.

ທ່ານ​ນາງ Nikki Haley ​ກ່າວ​ເພີ່ມ​ຕື່ມ​ວ່າ “ຈະ​ເຖິງ​ຈຸດ​ໃດ​ແທ້ ທີ່​ພວກ​ເຮົາ​ຈະເຮັດ​ການ
ສະຫຼຸບ, ຄື​ການ​ສົນທະນາ​ທີ່​ພວກ​ເຮົາ​ມີ​ຢູ່​ນີ້. ​ແລະ​ຈະ​ມີ​ການ​ທົດ​ລອງ​ແບບ​ໃດ​ທີ່​ພວກ
​ເຮົາ​ຈະເວົ້າ​ວ່າ‘ໂອ​ເຄ, ຮອດ​ດຽວ​ນີ້​ແລ້ວ ພວກ​ເຮົາ​ຈະ​ເອົາ​ບາດກ້າວ​ເດັດຂາດ ຫຼື​ບໍ່
ກໍ​ເອົາ​ຈິງ​ໆ​ຈັງໆຄືບ​ໜ້າ​ຕໍ່​ໄປ​ເລີຍ​ເບາະ? ​ແລະ​ນັ້ນ​ລະ ​ເປັນ​ສິ່ງ​ທີ່​ພວກ​ເຮົາ​ພະຍາຍາມ​
ຈະ​ເຮັດ​ມັນ​ຂຶ້ນ​ມາ.’”

ທ່ານ​ນາງ Nikki Haley ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ທຣຳ ຍັງ​ເຊື່ອວ່າ ຈີນ ​ແມ່ນ​ໃຊ້
​ການ​ຕາໜ່າງພົວພັນຂ້າງ​ຫຼັງ ກັບ​ເກົາຫຼີ​ເໜືອ ທີ່​ພະຍາຍາມ​ໃຫ້​ເກົາຫຼີ​ເໜືອ​ຍຸຕິ​ໂຄງການ​
ອາວຸດ​ນິວ​ເຄລຍນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG