ເກົາຫລີເໜືອໄດ້ປະກາດເຂດຫ້າມເດີນເຮືອ ນອກແຄມຝັ່ງຕາເວັນອອກເມື່ອຕົ້ນອາທິດນີ້, ໂດຍຊີ້ແຈງວ່າ ອາດຈະມີການວາງແຜນຍິງລູກສອນໄຟຫລືທົດລອງອາວຸດອື່ນໆ ເຊິ່ງເບິ່ງຄືວ່າບໍ່ເຄີຍເກີດຂຶ້ນມາກ່ອນ, ອີງຕາມການລາຍງານຂອງເກົາຫລີໃຕ້.
ການແຈ້ງເຕືອນແມ່ນມີຂຶ້ນ ແຕ່ວັນອາທິດຈົນເຖິງວັນຈັນ ໃນເຂດພາກຕາເວັນອອກສຽງເໜືອ ນອກຊາຍຝັ່ງທະເລຂອງເກົາຫລີເໜືອ, ອີງຕາມການລາຍງານຈາກ ອົງການຂ່າວຢອນຮັບຂອງເກົາຫລີໃຕ້ ໃນມື້ວັນພະຫັດນີ້ ໂດຍອ້າງແຫລ່ງຂ່າວທາງທະຫານ ທີ່ບໍ່ປະສົງອອກນາມ.
“ປົກກະຕິ ຄໍາກ່າວເຕືອນດັ່ງກ່າວ ຈະອອກກ່ອນການຍິງລູກສອນໄຟຫຼືການທົດລອງອາວຸດອື່ນໆ ເພື່ອເຕືອນເຮືອຕ່າງໆໃຫ້ຫລີກລ່ຽງພື້ນທີ່ ທີ່ຄາດວ່າຈະໄດ້ຮັບຜົນກະທົບ,” ອີງຕາມລາຍງານຂອງອົງການຂ່າວ.
ລາຍງານກ່າວເພີ້ມເຕີມວ່າ “ແຕ່ບໍ່ມີການຍິງລູກສອນໄຟຂີປະນາວຸດຫລືຍິງປືນໃຫຍ່ເກີດຂຶ້ນແທ້ ໃນຊ່ວງເວລາດັ່ງກ່າວ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ປະຈໍາເສນາທິການຮ່ວມ ຂອງໂຊລ.”
ໜັງສືພິມ ຈຸນແກງ ອິລໂບ (Joongang Ilb) ຂອງເກົາຫລີໃຕ້ກໍລາຍງານວ່າ ເກົາຫລີເໜືອໄດ້ອອກຄໍາເຕືອນໃນການເດີນເຮືອ, ໂດຍເສີມວ່າ ພຽງຢາງອາດຈະພະຍາຍາມຍິງລູກສອນໄຟໃນມື້ວັນອາທິດ. ແຕ່ບໍ່ໄດ້ໃຫ້ລາຍລະອຽດອື່ນໆ.
ທາງ VOA ບໍ່ໄດ້ຮັບການຢືນຢັນໃນການເຕືອນໃດໆ ຫລືຄວາມພະຍາຍາມໃນການຍິງລູກສອນໄຟທີ່ເປັນໄປໄດ້. ໂຄສົກຂອງກະຊວງປ້ອງກັນປະເທດເກົາຫລີ ໃຕ້ ໄດ້ສົ່ງຖະແຫລງການເຖິງ VOA ວ່າ ເກົາຫລີເໜືອກໍາລັງດໍາເນີນການຝຶກຊ້ອມທາງທະຫານ ໃນພາກລະດູຮ້ອນ. “ອົງການສືບລັບຂອງເກົາຫລີໃຕ້ ແລະສະຫະລັດກໍາລັງຕິດຕາມສະຖານະການ ຢ່າງໃກ້ຊິດ,” ອີງຕາມຂໍ້ຄວາມໃນຖະ ແຫລງການ.