ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອ ຈະທົບທວນ ການພົບປະສຸດຍອດ ກັບສະຫະລັດ ຄືນໃໝ່


ຫຼຽນທີ່ໄດ້ສັ່ງຈັດທຳຂຶ້ນ ທີ່ສະດງໃຫ້ເຫັນປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ວັນທີ 21 ພຶດສະພາ 2018.
ຫຼຽນທີ່ໄດ້ສັ່ງຈັດທຳຂຶ້ນ ທີ່ສະດງໃຫ້ເຫັນປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ, ວັນທີ 21 ພຶດສະພາ 2018.

ເກົາຫຼີເໜືອກ່າວວ່າ ຕົນຈະພິຈາລະນາຄືນໃໝ່ ກ່ຽວກັບການພົບປະສຸດຍອດ
ກັບປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຖ້າສະຫະລັດຫາກຍັງສືບຕໍ່
ໃນອັນທີ່ເກົາຫຼີເໜືອເອີ້ນວ່າ “ການກະທຳແບບຜີມານ” ນັ້ນ.

ພຽງຢາງໄດ້ສະແດງປະຕິກິລິຍາ ຕໍ່ການໃຫ້ຄວາມເຫັນຂອງຮອງປະທານາທິບໍດີໄມຄ໌
ເພັນສ໌ ທີ່ອອກລາຍການໂທລະພາບ ຟັອກສ໌ນິວສ໌ ໃນວັນຈັນຜ່ານມາ ໂດຍເຕືອນກິມ
ຈົງ ອຶນ ວ່າ ທ່ານຈະເຮັດຄວາມພາດທີ່ “ໃຫຍ່ຫຼວງ” ທີ່ ຢາກຢອກຫຼິ້ນກັບສະຫະລັດ ກ່ອນການເຈລະຈາກັນ.

ນອກນັ້ນທ່ານເພັນສ໌ ຍັງໄດ້ກ່າວວ່າ ເກົາຫຼີເໜືອອາດຈະລົງເອີຍແບບດຽວກັນກັບ
ລີເບຍ ຖ້າທ່ານກິມ ຫາກບໍ່ທຳການຕົກລົງ.

ລີເບຍໄດ້ເກີດຄວາມວຸ້ນວາຍທາງດ້ານການເມືອງ ແລະດ້ານສັງຄົມ ນັບຕັ້ງແຕ່ປະເທດ
ດັ່ງກ່າວໄດ້ປະກາດຍົກເລີກຄວາມໄຝ່ຝັນຢາກມີອາວຸດນິວເຄລຍຂອງຕົນແລະຈອມ
ຜະເດັດການມົວມາ ກາດາຟີ ທີ່ປົກຄອງປະເທດມາເປັນເວລາດົນນານໄດ້ຖືກສັງຫານ.

ຮອງລັດຖະມົນຕີການຕ່າງປະເທດເກົາຫຼີເໜືອ ທ່ານນາງໂຈ ຊັນ ຮິວ ບໍ່ໄດ້ຜ່ອນຜັນ
ການກ່າວໂຈມຕີຂອງລັດຖະບານທ່ານນາງ ໂດຍເອີ້ນຄຳເວົ້າຂອງທ່ານເພັນສ໌ ວ່າ “ດື້ດ້ານແລະອວດດີ.”

ທ່ານນາງເວົ້າວ່າ “ໃນນາມຜູ້ນຶ່ງທີ່ພົວພັນກ່ຽວກັບກິດຈະການສະຫະລັດ ຂ້າພະເຈົ້າ
ບໍ່ສາມາດທີ່ຈະປິດບັງຄວາມແປກໃຈຂອງຂ້າພະເຈົ້າກ່ຽວກັບການໃຫ້ຄວາມເຫັນ
ແບບບໍ່ຮູ້ເລື້ອງ ແລະໂງ່ ທີ່ອອກມາຈາກປາກຂອງຮອງປະທານາທິບໍດີສະຫະລັດ”
ນັ້ນຄືລາຍງານຂອງອົງການຂ່າວທາງການເກົາຫຼີເໜືອ ທີ່ອອກໃນວັນພະຫັດມື້ນີ້.

ພາບທີ່ນຳມາຮວມກັນຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນວໍຊີງຕັນ, 17 ພຶດສະພາ 2018 ແລະຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນປັນມຸນຈອມ, ເກົາຫຼີໃຕ້, 27 ເມສາ 2018.
ພາບທີ່ນຳມາຮວມກັນຂອງປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນວໍຊີງຕັນ, 17 ພຶດສະພາ 2018 ແລະຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນປັນມຸນຈອມ, ເກົາຫຼີໃຕ້, 27 ເມສາ 2018.

ທ່ານນາງໂຈ ຍັງໃຫ້ຮ່ອງຮອຍວ່າ ເກົາຫຼີເໜືອບໍ່ຈຳເປັນທີ່ຈະຕ້ອງພົບປະສຸດ
ຍອດກັບທ່ານທຣຳ.

“ພວກເຮົາຈະບໍ່ຂໍຮ້ອງຕໍ່ສະຫະລັດໃນການເຈລະຈາດັງກ່າວ ຫຼືເວົ້າເຖິງບັນຫາ
ເພື່ອຊັກຊວນພວກເຂົາເຈົ້າ ຖ້າຫາກພວກເຂົາເຈົ້າບໍ່ຕ້ອງການທີ່ຈະນັ່ງລົມກັບ
ພວກເຮົາ.”

ທ່ານທຣຳກ່າວໃນວັນພຸດວານນີ້ວ່າ ສະຫະລັດຈະຮູ້ພາຍໃນອາທິດໜ້ານີ້ວ່າ ທ່ານຈະພົບປະກັບທ່ານກິມຫຼືບໍ່ ໃນວັນທີ 12 ມິຖຸນາຈະມາທີ່ສິງກະໂປຕາມ
ໝາຍກຳນົດການນັ້ນ.

ທ່ານທຣຳເວົ້າວ່າ “ມັນອາດຈະເປັນວັນທີ 12 ມິຖຸນາກໍໄດ້ ຖ້າພວກເຮົາໄປ
ມັນຈະເປັນສິ່ງທີ່ຍິ່ງໃຫຍ່ສຳລັບເກົາຫຼີເໜືອ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG