ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອແຕ່ງຕັ້ງ ທ່ານກິມຈົງອຸນ ເປັນຜູ້ບັນຊາການທະຫານ ສູງສຸດຢ່າງເປັນທາງການ


ຜູ້ນຳຄົນໃໝ່ຂອງເກົາຫຼີເໜືອ ທ່ານກິມຈົງອຸນ (ກາງ) ເປັນປະທານໃນພິທີສົ່ງສະການໃຫ້ແກ່ມື້ລາງບິດາຂອງ ທ່ານ ທີ່ຈະຕຸລັດກິມອິນຊຸງ ໃນນະຄອນຫຼວງພຽງຢາງ (29 ທັນວາ 2011)
ຜູ້ນຳຄົນໃໝ່ຂອງເກົາຫຼີເໜືອ ທ່ານກິມຈົງອຸນ (ກາງ) ເປັນປະທານໃນພິທີສົ່ງສະການໃຫ້ແກ່ມື້ລາງບິດາຂອງ ທ່ານ ທີ່ຈະຕຸລັດກິມອິນຊຸງ ໃນນະຄອນຫຼວງພຽງຢາງ (29 ທັນວາ 2011)

ເກົາຫຼີ​ເໜືອ​ໄດ້​ແຕ່ງຕັ້ງ​ໃຫ້​ທ່ານ​ກິມຈົງ​ອຸນ ​ເປັນ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງປະ​ເທດຊຶ່ງ
ເປັນ​ການ​ຮັບຮອງອຳນາດ​ຂອງ​ທ່ານລຸນ​ຫຼັງທີ່​ມື້ລາງ​ບິດາ​ຂອງ​ທ່ານໄດ້ເຖິງ​ແກ່​ມໍລະນະ​ກຳ.

ອົງການ​ຂ່າວ​ສູນ​ກາງຂອງ​ທາງ​ການ​ເກົາຫຼີ​ເໜືອ​ໄດ້​ທຳ​ການ​ປະກາດ​ໃນ​ວັນ​ເສົາມື້ນີ້ໂດຍ​ກ່າວ
ວ່າລູກ​ຊາຍ​ຂອງ​ທ່ານ​ກິມຈົງ​ອິລແລະ​ຜູ້​ສືບ​ຕະກຸນໄດ້​ຖືກແຕ່ງຕັ້ງ​ໃຫ້​ເຂົ້າຮັບ​ຕຳ​ແໜ່​ງດັ່ງກ່າວ
ໃນ​ກອງ​ປະຊຸມ​ຄະນະ​ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກກຳມະກອນ​ເກົາຫຼີ.

ທ່ານ​ກິມຈົງ​ອຸນຊຶ່ງ​ມີ​ອາຍຸ 20 ກວ່າ​ປີ ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່​ງຜູ້ນຳ​ຕິດ​ຕໍ່​ກັນ​ມາ​ຈຳນວນ​ນຶ່ງຈາກ
ລັດຖະບານ​ແລະ​ສື່​ມວນ​ຊົນ​ຂອງ​ທາງ​ການຫັຼງຈາກ​ທ່ານກິມຈົງອິລໄດ້ເຖິງ​ແກ່​ມໍລະນະ​ກຳ​ໃນ
ວັນ​ທີ 17 ​ເດືອນ​ນີ້ ​ແຕ່​ມີ​ບາງ​ຕຳ​ແໜ່​ງທໍ່​ນັ້ນ​ໄດ້ຖືກ​ແຕ່ງຕັ້ງຢ່າງ​ເປັນ​ທາງ​ການ.

ສື່​ມວນ​ຊົນ​ຂອງ​ທາງ​ການ​ເກົາຫຼີ​ເໜືອ​ກ່າວ​ວ່າ ທ່ານ​ກິມຈົງ​ອຸນໄດ້​ຖືກ​ແຕ່ງຕັ້ງໃຫ້​ເປັນ​ຜູ້​ບັນຊາ
ການ​ສູງ​ສຸດ​ຂອງ​ກອງທັບ​ເກົາຫຼີ​ເໜືອ ທີ່​ມີ​ກຳລັງ​ພົນ 1 ລ້ານ 2 ​ແສນ​ຄົນ ອີງ​ຕາມ​ຄວາມ
ປະສົງ​ຂອງ​ທ່ານ​ກິມຈົງ​ອິລທີ່​ໄດ້​ສະ​ແດງ​ອອກມາ ​ເມື່ອ​ວັນທີ 8 ຕຸລາ​ຜ່ານ​ມາ. ​ໃນ​ປີ​ກາຍ​ນີ້
ທ່ານກິມຈົງ​ອິລ​ໄດ້​ເລື່ອນ​ຊັ້ນ​ໃຫ້​ລູກ​ຊາຍທ່ານ​ຂຶ້ນ​ເປັນນາຍ​ພົນສີ່​ດາວ ​ແລະ​ມອບ​ໝາຍ​ໃຫ້​ຜູ້
ກ່ຽວ​ເປັນ​ຮອງ​ປະທານ​ຄະນະກຳມາ​ທິການ​ກາງ​ດ້ານ​ທະຫານ​ຂອງ​ພັກ.

ການ​ເຖິງ​ແກ່​ມໍລະນະ​ກຳ​ ຂອງ​ທ່ານ​ກິມຈົງ​ອິລ ຕະຫຼອດທັງ​ລາຍ​ງານ​ກ່ຽວ​ກັບ​ການລົ້ມປ່ວຍ
ຂອງ​ທ່ານ​ໃນ​ໄລຍະ​ສອງ​ສາມ​ປີຜ່ານມາ​ນີ້ ​ໄດ້ພາ​ໃຫ້​ມີ​ການ​ຄາດ​ຄະ​ເນ​ຕ່າງໆນາໆ ​ກ່ຽວ​ກັບ​
ການ​ປ່ຽນ​ແປງ​ທີ່​ອາດ​ເກີດ​ຂຶ້ນ ຢູ່​ໃນ​ປະ​ເທດ​ຄອມ​ມູນິສ​ເກົາຫຼີ​ເໜືອ. ​ແຕ່​ໃນ​ລະຫວ່າງ​ພິທີ​ສົ່ງ
ສະການ​ໃນ​ມື້ວັນ​ພຸດ​ແລະ​ວັນ​ພະຫັດ​ຜ່ານ​ມານີ້ ​ເປັນ​ທີ່​ປາກົດ​ວ່າ​ພວກ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ​
ເກົາຫຼີ​ເໜືອ​ໄດ້​ພາກັນ​ປຸ້ມ​ລຸ້ມສາມັກຄີ​ໃຫ້ການ​ສະໜັບສະໜຸນ​ທ່ານ​ກິມຈົງ​ອຸນ.

ແລະ​ໃນ​ມື້ວັນ​ສຸກ​ວານ​ນີ້ຄະນະ​ກຳມາ​ທິການ​ປ້ອງ​ກັນຊາ​ດທີ່​ມີ​ອິດ​ທິພົນ​ຂອງ​ເກົາຫຼີ​ເໜືອ​ກ່າວ​
ວ່າ ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ​ໃນ​ດ້ານ​ນະ​ໂຍບາຍ​ພາຍ​ໃຕ້​ການ​ນຳ ພາ​ຂອງ​ທ່ານ​ກິມຈົງ​ອຸນ.
ໃນ​ການ​ອອກ​ຂ່າວ​ທາງ​ໂທລະພາບ​ນັ້ນຄະນະ​ກຳມາ​ທິການ​ດັ່ງກ່າວ​ໄດ້​ກ່າວ​ຢໍ້າວ່າຈະ​ບໍ່​ມີ​ການ​
ອ່ອນ​ຂໍ້​ໃດໆ​ໃຫ້​ແກ່​ລັດຖະບານເກົາຫຼີ​ໃຕ້ລຸນ​ຫຼັງການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ​ກິມຈົງ​ອິລ.

XS
SM
MD
LG