ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ມີນາ ໒໐໒໕

ເກົາຫຼີເໜືອ ກ່າວວ່າ ຈະບໍ່ມີການປ່ຽນແປງ ໃນດ້ານນະໂຍບາຍ ພາຍໃຕ້ຜູ້ນຳຄົນໃໝ່


ເກົາຫຼີເໜືອ ກ່າວວ່າ ຈະບໍ່ມີການປ່ຽນແປງ ໃນດ້ານນະໂຍບາຍ ພາຍໃຕ້ຜູ້ນຳຄົນໃໝ່
ເກົາຫຼີເໜືອ ກ່າວວ່າ ຈະບໍ່ມີການປ່ຽນແປງ ໃນດ້ານນະໂຍບາຍ ພາຍໃຕ້ຜູ້ນຳຄົນໃໝ່

ເກົາຫຼີ​ເໜືອ​ເຕືອນ​ເກົາຫຼີ​ໃຕ້​ທີ່​ເປັນ​ຄູ່​ປໍ​ລະ​ປັກ​ແລະ​ປະ​ເທດ​ຕ່າງໆ​ໃນ​ໂລກໃນ​ວັນ​ສຸກ​ມື້ນີ້ວ່າຈະ
ບໍ່​ມີ​ການ​ປ່ຽນ​ແປງ​ໃນ​ດ້ານ​ນະ​ໂຍບາຍ​ໃດໆ​ພາຍ​ໃຕ້​ການ​ນຳພາຂອງ​ຜູ້ນຳ​ຄົນ​ໃໝ່ ທ່ານ​ກິມຈົງ
ອຸນ.

ຄະນະ​ກຳມາ​ທິການ​ປ້ອງ​ກັນຊາ​ດຂອງ​ເກົາຫຼີ​ເໜືອ​ກ່າວ​ໃນ​ຖະ​ແຫຼງການ​ສະບັບນຶ່ງ​ທີ່​ນຳ​ອອກ
ເຜີຍແຜ່​ໂດຍ​ອົງການ​ຂ່າວ​ສູນ​ກາງແລະ​ໂທລະພາບຂອງທາງ​ການ​ເກົາຫຼີ​ເໜືອວ່າ ພວກ​ນັກ
ການເມືອງ​ທີ່​ໂງ່​ເຂົາ​ເບົາ​ປັນຍາ​ໃນ​ທົ່ວ​ໂລກຮວມທັງ​ກຳລັງ​ຫຸ່ນ​ໃ​ນ​ເກົາຫຼີ​ໃຕ້ ບໍ່​ຄວນ​ຄາດ​ຫວັງ
ວ່າຈະມີ​ການ​ປ່ຽນ​ແປງ​ໃດໆ​ຈາກພວກ​ເຮົາ.

ຄຳ​ເຕືອນ​ທີ່ເຄັ່ງຂຶມດັ່ງກ່າວ​ເວົ້າວ່າ ​ເກົາຫຼີ​ເໜືອ​ແມ່ນ​ມີ​ຄວາມ​ປຸ້ມລຸມ​ສາມັກຄີຫ້ອມ​ລ້ອມ​ຜູ້ນຳ​
ທີ່​ຍິ່ງ​ໃຫຍ່ສະຫາຍ​ກິມຈົງ​ອຸນລຸນ​ຫຼັງການ​ເຖິງ​ແກ່​ມໍລະນະ​ກຳຂອງ​ມື້ລາງ​ບິດາ​ທ່ານຜູ້ນຳ​ທີ່​ປົກ
ຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ ທ່ານ​ກິມ ຈົງ​ອິລ ​ໃນ​ເດືອນ​ນີ້.

ຖະ​ແຫຼງການ​ປະກາດ​ວ່າ ​ເກົາຫຼີ​ເໜືອ​ແມ່ນ​ເດັດຂາດ​ ຈະ​ບໍ່​ຕິດ​ຕໍ່​ພົວພັນ​ກັບ​ປະທານາ​ທິບໍດີນິ
ຍົມ​ແນວທາງ​ເດີມ​ຂອງ​ເກົາຫຼີ​ໃຕ້​ ທ່ານ Lee Myung-bak ທີ່​ໄດ້​ດຳ ​ເນີນ​ນະ​ໂຍບາຍ​ເອົາ​
ທ່າ​ທີແບບ​ແຂງກະດ້າງ​ຕໍ່​ຄອມ​ມູນິສ​ເກົາຫຼີ​ເໜືອ​ແລະ​ວ່າປະຊາ​ຊົນ​ແລະ​ທະຫານ​ຈະຮ່ວມ​ແຮງ​
ຮ່ວມ​ໃຈ​ໃຫ້ການ​ສະໜັບສະໜຸນ​ທ່ານ​ກິມຈົງ​ອຸນ.

XS
SM
MD
LG