ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ເຕືອນເກົາຫຼີໃຕ້ ທີ່ບໍ່ເຄົາລົບ ມື້ລາງຜູ້ນໍາ ຂອງຕົນ (ເບິ່ງວີດີໂອ)


ຊາວເກົາຫຼີເໜືອພາກັນໄປໂຮມຊຸມນຸມສະແດງຄວາມເຄົາລົບຕໍ່ສົບມື້ລາງຜູ້ນຳທ່ານກິມຈົງອິລ ຢູ່ຕໍ່ໜ້າອະນຸສາວະລີ ລະລຶກເຖິງການກໍ່ຕັ້ງພັກກຳມະກອນ ທີ່ນະຄອນຫຼວງພຽງຢາງ (22 ທັນວາ 2011)
ຊາວເກົາຫຼີເໜືອພາກັນໄປໂຮມຊຸມນຸມສະແດງຄວາມເຄົາລົບຕໍ່ສົບມື້ລາງຜູ້ນຳທ່ານກິມຈົງອິລ ຢູ່ຕໍ່ໜ້າອະນຸສາວະລີ ລະລຶກເຖິງການກໍ່ຕັ້ງພັກກຳມະກອນ ທີ່ນະຄອນຫຼວງພຽງຢາງ (22 ທັນວາ 2011)

ໃນ​ວັນສຸກ​ມື້ນີ້ ​ເກົາຫຼີ​ເໜືອ​ກ່າວ​ຫາ​ເກົາຫຼີ​ໃຕ້​ວ່າ ​ໄດ້​ຕອບ​ຮັບ​ແບບ​ບໍ່​ໃຫ້ການ​ເຄົາລົບ​ກ່ຽວກັບ
ການເຖິງ​ແກ່​ມໍລະນະ​ກຳ​ຂອງ​ຜູ້ນຳ​ສູງ​ສຸດ​ເກົາຫຼີ​ເໜືອ​ທ່ານ​ກິມຈົງ​ອິລ ​ໂດຍ​ໄດ້ສະ​ແດງ​ຄວາມ
ເຫັນ​ອົກ​ເຫັນ​ໃຈ​ ຕໍ່​ປະຊາຊົນ​ຊາວ​ເກົາຫຼີ​ເໜືອ ​ແຕ່​ໄດ້​ຕັດສິນ​ໃຈ ​ບໍ່ຍອມ​ສົ່ງ​ຄະນະ​ຜູ້ຕາງໜ້າ​
ຂອງ​ລັດຖະບານ​ໄປ​ຮ່ວມ​ພິທິສົ່ງ​ສະການ​ຂອງ​ທ່ານ​ກິມ ​ຊຶ່ງ​ຈະ​ມີ​ຂຶ້ນໃນ​ອາທິດ​ໜ້າ.

ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ​ທີ່​ພິມ​ເຜີຍ​ແຜ່​ທາງ​ເວັບ​ໄຊ​ທ໌ຂອງ​ທາງການ​ເກົາຫຼີ​ເໜືອນັ້ນພຽງ​
ຢາງ​ເຕືອນ​ກຸງ​ໂຊ​ລວ່າ ການ​ຕັດສິນ​ໃຈ​ທີ່​ວ່າ​ນັ້ນອາດ​ຈະ​ມີ​ຜົນ​ກະທົບ​ຫຼາຍສົມຄວນຕໍ່​ຄວາມ​
ສຳພັນ​ລະຫວ່າງ​ເກົາຫຼີ​ເໜືອ​ແລະ​ເກົາຫຼີ​ໃຕ້. ​ເກົາຫຼີ​ເໜືອ​ກ່າວ​ວ່າຕົນ​ຈະ​ເປີດ​ຊາຍ​ແດນ​ຂອງ​
ຕົນ​ຮັບ​ເອົາ​ຄະ​ນະ​ຜູ້ຕາງໜ້າ​ໃດໆ​ກໍ​ຕາມ​ຈາກ​ເກົາຫຼີໃຕ້​ ທີ່​ຕ້ອງການ​ໄປ​ຮ່ວມ​ສະ​ແດງ​ຄວາມ
ເສົ້າ​ເສຍ​ໃຈ​ນຳ.

ແຕ່​ເກົາຫຼີ​ໃຕ້​ກ່າວ​ວ່າ ຕົນ​ຈະ​ອະນຸຍາດ​ໃຫ້​ແຕ່​ພຽງ 2 ກຸ່ມ​ທໍ່​ນັ້ນ ຄື​ຄອບຄົວ​ຂອງອະດີດ​ປະ
ທານາທິບໍດີ Kim Dae Jung ​ແລະ​ຂອງ​ອະດີດ​ປະທານ​ກຸ່ມ​ຮຸນ​ໄດທ່ານ Chung Mong
Hun ​ໄປ​ຮ່ວມ.

ເກົາຫຼີ​ເໜືອ​ໄດ້​ປະກາດ​ກ່ຽວ​ກັບ​ການ​ເລີ່​ມຕົ້ນ ຂອງ​ຍຸກ​ສະ​ໄໝ​ທ່ານກິມຈົງ​ອຸນ​ໃນ​ມື້ວັນ​ພະຫັດ​
ວານ​ນີ້​ໂດຍ​ກ່າວ​ເຖິງ​ລູກ​ຊາຍ​ຂອງ​ທ່ານ​ກິມຈົງ​ອິລວ່າ​ເປັນ​ຜູ້​ສືບ​ທອດພາລະກິດ​ການ​ປະຕິວັດ
ຂອງ​ປະ​ເທດ​ແລະເປັນ​ຜູ້ນຳ​ຂອງ​ປະຊາຊົນ​ຊາວ​ເກົາຫຼີ​ເໜືອ.

ບົດ​ບັນນາທິການ​ຂອງ​ໜັງສືພິມ Rodong Sinmun ຂອງ​ທາງ​ການ​ເກົາຫຼີ​ເໜືອກ່າວ​ວ່າ
ທ່ານ​ກິມຈົງ​ອຸນຄວນ​ດຳ​ເນີນ​ການ​ກ້າວ​ໄປ​ຂ້າງ​ໜ້າ​ຕາມ​ເສັ້ນທາງແບບ​ກຸ້ມຕົນ​ເອງ ​ໃນ​ຂະ
ນະ​ທີ່​ສືບ​ຕໍ່​ ຄຳ​ສັ່ງສອນ​ຂອງ​ທ່ານ​ກິມຈົງ​ອິລ ຊຶ່ງ​ການ​ເຖິງ​ແກ່​ມໍລະນະ​ກຳ​ຂອງ​ທ່ານ ​ໄດ້​ມີ​
ການ​ປະກາດ​ໃຫ້​ຊາບໃນ​ອາທິດ​ນີ້. ໜັງສືພິມ​ດັ່ງກ່າວ​ຍັງ​ຮຽກຮ້ອງ​ໃຫ້​ເກົາຫຼີ​ເໜືອ ສາມັກ
ຄີ​ປຸ້ມລຸມ​ກັນ​ຢູ່​ເບື້ອງຫຼັງຜູ້ນຳ​ທີ່ຍັງ​ໜຸ່ມ​ນ້ອຍຄົນ​ນີ້ ແລະ​ຍຶດໝັ້ນຈົງ​ຮັກ​ພັກດີ​ໃນ​ການ​ນຳພາ​
ຂອງ​ທ່ານ.

XS
SM
MD
LG