ທີ່ເກົາຫຼີເໜືອ ການໂອນອຳນາດໃຫ້ແກ່ລູກຊາຍຂອງມື້ລາງທ່ານກິມຈົງອິລຄືທ່ານກິມຈົງອຸນ
ປະກົດວ່າ ໄດ້ດຳເນີນໄປດ້ວຍຄວາມລາບລື່ນໃນວັນພະຫັດມື້ນີ້ໂດຍທີ່ສື່ມວນຊົນຂອງທາງ
ການເກົາຫຼີເໜືອເອີ້ນທ່ານວ່າເປັນຜູ້ນຳທີ່ໂດດເດັ່ນ ແລະບໍ່ມີຮ່ອງຮອຍໃດໆສະແດງໃຫ້ເຫັນ
ວ່າ ໄດ້ເກີດຄວາມວຸ້ນວາຍຂຶ້ນຢູ່ຕາມຖະໜົນຫົນທາງຂອງນະຄອນຫຼວງ ຫຼືການເຄື່ອນຍ້າຍ
ທະຫານແບບຜິດປົກກະຕິໃດໆ.
ຊາວເກົາຫຼີເໜືອຫຼາຍສິບພັນຄົນ ຍັງສືບຕໍ່ພາກັນໄວ້ທຸກໃຫ້ທ່ານກິມຈົງອິລ ທີໄດ້ນຳພາປະ
ເທດມາເປັນເວລາ 17 ປີ.
ລັດຖະບານຕ່າງປະເທດ ພວມຈັບຕາເບິ່ງເຫດການ ທີ່ນະຄອນພຽງຢາງຢ່າງໃກ້ຊິດຍ້ອນມີ
ຄວາມກັງວົນໃຈ ກ່ຽວກັບການກ້າວຂຶ້ນສູ່ອຳນາດ ຂອງທ່ານກິມຈົງອຸນ ໃນເກົາຫຼີເໜືອ ຊຶ່ງ
ເປັນປະເທດທີ່ມີອາວຸດນິວເຄລຍມີກອງທັບຂະໜາດໃຫຍ່ແລະເຄີຍມີປະວັດມາແລ້ວໃນການ
ເປັນປໍລະປັກກັບບັນດາປະເທດເພື່ອນບ້ານ.
ທີ່ກຸງໂຊລປະທານາທິບໍດີເກົາຫຼີໃຕ້ທ່ານ Lee Myung-bak ໄດ້ຮຽກຮ້ອງໃຫ້ເກົາຫຼີເໜືອ
ມີສະຖຽນລະພາບ. ທ່ານກ່າວຕໍ່ກອງປະຊຸມ ຜູ້ນຳທາງການເມືອງ ໃນວັນພະຫັດ ມື້ນີ້ວ່າ
ການສ້າງສະຖຽນລະພາບໄດ້ໄວປານໃດ ໃນລະບົບການເມືອງຂອງເກົາຫຼີເໜືອແມ່ນນອນ
ຢູ່ໃນຜົນປະໂຫຍດຂອງບັນດາປະເທດເພື່ອນບ້ານ.
ທ່ານກ່າວຕື່ມວ່າ ກຸງໂຊລເຕັມໃຈທີ່ຈະຜ່ອນຜັນທ່າທີຂອງຕົນລົງໂດຍກ່າວວ່າ ຍັງມີບ່ອນ
ທີ່ສາມາດປັບປ່ຽນໄດ້ຢູ່ກ່ຽວກັບຄວາມສຳພັນໃນອະນາຄົດກັບພຽງຢາງ.
ນອກນັ້ນແລ້ວສະຫະລັດ ກໍໄດ້ສະແດງຄວາມຫວັງໄປໃນແງ່ດີກ່ຽວກັບຄວາມເປັນໄປໄດ້ໃນ
ການທີ່ຈະດຳເນີນງານຮ່ວມກັບຜູ້ນຳຄົນໃໝ່ຂອງເກົາຫຼີເໜືອ. ທ່ານ John Kirby ໂຄສົກ
ກະຊວງປ້ອງກັນປະເທດສະຫະລັດຮຽກຮ້ອງໃຫ້ເກົາຫຼີເໜືອສິ້ນສຸດການດຳເນີນນະໂຍບາຍ
ແບບປິດປະເທດໃນລະຫວ່າງການຖະແຫຼງຂ່າວທີ່ທຳນຽບຫ້າແຈໃນມື້ວັນພຸດວານນີ້.