ລິ້ງ ສຳຫລັບເຂົ້າຫາ

 
ເກົາຫຼີ​ເໜືອ ວິ​ຈານ ສະ​ຫະ​ລັດ ກ່ຽວ​ກັບ ການ​ເຮັດ​ຂໍ້​ຕົກ​ລົງ​ເຮືອ​ດຳ​ນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍ​ ກັບ AUKUS
ວັນອາທິດ, ໓໐ ມີນາ ໒໐໒໕

ເກົາຫຼີ​ເໜືອ ວິ​ຈານ ສະ​ຫະ​ລັດ ກ່ຽວ​ກັບ ການ​ເຮັດ​ຂໍ້​ຕົກ​ລົງ​ເຮືອ​ດຳ​ນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍ​ ກັບ AUKUS


ລະ​ບົບ BAE ຫຼິ້ນ​ບົດ​ບາດ​ສຳ​ຄັນ​ໃນ​ການ​ນຳ​ສົ່ງ​ເຮືອ​ດຳ​ນ້ຳ AUKUS.
ລະ​ບົບ BAE ຫຼິ້ນ​ບົດ​ບາດ​ສຳ​ຄັນ​ໃນ​ການ​ນຳ​ສົ່ງ​ເຮືອ​ດຳ​ນ້ຳ AUKUS.

ສື່ມວນຊົນລັດຖະບານ ເກົາຫຼີເໜືອ ໃນວັນພະຫັດມື້ນີ້ ໄດ້ວິພາກວິຈານ ສະຫະລັດ ສຳລັບການເຮັດຂໍ້ຕົກລົງເຮືອດຳນ້ຳພະລັງງານນິວເຄລຍກັບປະເທດ ອອສເຕຣເລຍ ພາຍໃຕ້ການເປັນຄູ່ຮ່ວມມື AUKUS ທີ່ໄດ້ເຊັນກັນໃນປີ 2021, ໂດຍເອີ້ນມັນວ່າ “ໄພຂົ່ມຂູ່ຕໍ່ສັນຕິພາບໃນພາກພື້ນ,” ອີງຕາມການລາຍງານຂອງອົງການຂ່າວ ຣອຍເຕີສ໌.

ນັກຂ່າວຂອງອົງການຂ່າວ KCNA ໄດ້ເວົ້າວ່າ ວໍຊິງຕັນ ຄວນລະມັດລະວັງ ກ່ຽວກັບ ຜົນທີ່ຕາມມາ ສຳລັບສິ່ງທີ່ເຂົາເຈົ້າກ່າວວ່າ ເປັນພັນທະມິດນິວເຄລຍ, ຊື່ວ່າ AUKUS ແລະ ການຮ່ວມມືສາມຝ່າຍກັບ ເກົາຫຼີໃຕ້ ແລະ ຍີ່ປຸ່ນ.

ອອສເຕຣເລຍ ຫາກໍໄດ້ຈ່າຍເງິນງວດທຳອິດ 500 ລ້ານໂດລາໃຫ້ ສະຫະລັດ ພາຍໃຕ້ຂໍ້ຕົກລົງເຮືອດຳນ້ຳພະລັງງານນິວເຄລຍ AUKUS.

ພາຍໃຕ້ AUKUS, ອອສເຕຣເລຍ ຈະຈ່າຍເງິນໃຫ້ ສະຫະລັດ 3 ຕື້ໂດລາເພື່ອຂະຫຍາຍຄວາມສາມາດຂອງອຸດສາຫະກຳເຮືອດຳນ້ຳ ສະຫະລັດ, ແລະ ວໍຊິງຕັນ ຈະຂາຍເຮືອດຳນ້ຳພະລັງງານນິວເຄລຍຊັ້ນ ເວີຈີເນຍ ຫຼາຍລຳໃຫ້ ອອສເຕຣເລຍ ໃນຕົ້ນປີ 2030.

ຜູ້ປະກາດຂ່າວ KCNA ຍັງໄດ້ໂຕ້ແຍ້ງວ່າ ສະຫະລັດ ພິຈາລະນາ ເກົາຫຼີເໜືອ ດັ່ງກັບສິ່ງກີດຂວາງຕໍ່ການສ້າງຕັ້ງອິດທິພົນຢູ່ໃນພາກພື້ນ ແລະ ກ່າວວ່າ ບັນດາລັດ ນິວເຄລຍ ຈະບໍ່ນັ່ງຢູ່ລ້າໆ, ເຊິ່ງເປັນການອ້າງເຖິງຕົນເອງ.

ເກົາຫຼີເໜືອ ໄດ້ຕຳໜິວິຈານການຮ່ວມມືທາງທະຫານສາມຝ່າຍ ລະຫວ່າງ ເກົາຫຼີໃຕ້, ຍີ່ປຸ່ນ ແລະ ສະຫະລັດ ແລະ ໄດ້ເອີ້ນສາຍພົວພັນນັ້ນວ່າ “ອົງການ NATO ໃນຮູບແບບຂອງເອເຊຍ.”

ກະຊວງປ້ອງກັນປະເທດຂອງ ເກົາຫຼີໃຕ້ ໃນວັນພະຫັດມື້ນີ້ ໄດ້ກ່າວວ່າ ການຮ່ວມຊ້ອມລົບທາງອາກາດຖືກຈັດຂຶ້ນກັບ ສະຫະລັດ ພ້ອມກັບເຮືອບິນຖິ້ມລະເບີດຍຸດທະວິທີ B-1B ຢ່າງໜ້ອຍນຶ່ງລຳເຂົ້າຮ່ວມ.

ການຊ້ອມລົບທີ່ວ່ານັ້ນແມ່ນເພື່ອສະແດງໃຫ້ເຫັນຄວາມສາມາດໃນຂອບເຂດການຍັບຢັ້ງໂດຍ ສະຫະລັດ ໃນການຕອບໂຕ້ຕໍ່ໄພຂົ່ມຂູ່ຈາກໂຄງການນິວເຄລຍ ແລະ ລູກສອນໄຟຂອງ ເກົາຫຼີເໜືອ, ກະຊວງໄດ້ກ່າວໃນຖະແຫຼງການສະບັບນຶ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

North Korean state media on Thursday criticized the United States for a nuclear submarine deal with Australia under the AUKUS partnership signed in 2021, calling it a "threat to regional peace."

A commentary carried by KCNA said Washington should be wary of consequences for what it said were nuclear alliances, naming AUKUS and the trilateral cooperation with South Korea and Japan.

Australia just made its first $500 million payment to the U.S. under the AUKUS nuclear submarine deal.

Under AUKUS, Australia will pay the United States $3 billion to boost the capacity of the U.S. submarine industry, and Washington will sell several Virginia-class nuclear-powered submarines to Australia in the early 2030s.

The KCNA commentary also argued the U.S. sees North Korea as an obstacle to its establishment of hegemony in the region and said nuclear states will not sit idly by, referring to itself.

North Korea has been criticizing the trilateral military cooperation between South Korea, Japan and the U.S. and has called the relationship "the Asian version of NATO."

South Korea's defense ministry on Thursday said that a joint air drill was held with the U.S. with at least one B-1B strategic bomber taking part.

The drill was to show extended deterrent capabilities by the United States in response to threats from North Korea's nuclear and missile program, the ministry said in a statement.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG