ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ຕ້ອງຕິ ຈີນ ຖ້າມກາງ ຂໍ້ຂັດແຍ້ງ ດ້ານນິວເຄລຍ


ພາບຖ່າຍຂອງຜູ້ນຳເກົາຫຼີເໜືອ Kim Jong Un, ຊ້າຍ, ແລະ ປະທານປະເທດ ຈີນ ທ່ານ Xi Jinping.
ພາບຖ່າຍຂອງຜູ້ນຳເກົາຫຼີເໜືອ Kim Jong Un, ຊ້າຍ, ແລະ ປະທານປະເທດ ຈີນ ທ່ານ Xi Jinping.

ອົງການຂ່າວຂອງທາງການເກົາຫຼີເໜືອ ໄດ້ອອກການຕຳນິໂດຍກົງຕໍ່ຈີນ ທີ່ບໍ່ເຄີຍມີ
ມາກ່ອນ ໂດຍອ້າງເຖິງຄຳເຫັນຕ່າງໆ ຈາກສື່ມວນຊົນຂອງທາງການຈີນ ແລະເຕື່ອນ
ວ່າ ຈີນບໍ່ຄວນ “ທົດສອບ ຂີດຈຳກັດ” ຄວາມອົດກັ້ນຂອງເກົາຫຼີເໜືອ.

ຄຳເຫັນສະບັບນຶ່ງ ທີ່ໄດ້ພິມເຜີຍແຜ່ ໃນວັນພຸດວານນີ້ ໂດຍອົງການຂ່າວສູນ​ກາງ
ຂອງທາງການເກົາຫຼີເໜືອ ຫຼື KCNA ໄດ້ກ່າວວ່າ “ຈີນຄວນໄຕ່ຕອງໃຫ້ດີ ເຖິງ
ຜົນຮ້າຍແຮງທີ່ຈະເກີດຂຶ້ນ ຈາກການກະທຳທີ່ບໍ່ຮອບຄອບ ຂອງການຕັດລົງ
ຫລັກການສາຍພົວພັນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ
ເກົາຫຼີ ແລະ ຈີນ.”

ລູກສອນໄຟເຮືອດຳນໍ້າ ໃນການເດີນຂະບວນສວນສະໜາມ ຜ່ານຈະຕຸລັດ Kim Il Sung ໃນລະຫວ່າງການເດີນສວນສະໜາມໃນນະຄອນຫຼວງ ພຽງຢາງ ຂອງ ເກົາຫຼີເໜືອ ເພື່ອສະເຫຼີມສະຫຼອງຄົບຮອບວັນເກີດ 105 ປີຂອງຜູ້ກໍ່ຕັ້ງປະເທດ ທ່ານ Kim Il Sung.
ລູກສອນໄຟເຮືອດຳນໍ້າ ໃນການເດີນຂະບວນສວນສະໜາມ ຜ່ານຈະຕຸລັດ Kim Il Sung ໃນລະຫວ່າງການເດີນສວນສະໜາມໃນນະຄອນຫຼວງ ພຽງຢາງ ຂອງ ເກົາຫຼີເໜືອ ເພື່ອສະເຫຼີມສະຫຼອງຄົບຮອບວັນເກີດ 105 ປີຂອງຜູ້ກໍ່ຕັ້ງປະເທດ ທ່ານ Kim Il Sung.

ບົດຄຳເຫັນນີ້ ໄດ້ກ່າວອີກວ່າ ການຮຽກຮ້ອງຂອງຈີນ ໃຫ້ເກົາຫຼີເໜືອ ຍົກເລີກ
ໂຄງການນິວເຄລຍຂອງຕົນ ແມ່ນໄດ້ກ້າວກ່າຍ ແລະ ລະເມີດສິດທິຂອງຕົນ.

ໜັງສືພິມ Global Times ຂອງຈີນ ໄດ້ມີຄຳເຫັນເຊັ່ນນັ້ນ ໃນວັນພະຫັນມື້ນີ້ ໂດຍ
ກ່າວວ່າ ເກົາຫຼີເໜືອ ດຳເນີນການແບບທີ່ “ປາດສະຈາກເຫດຜົນ” ໃນເລືຶ່ອງ
ໂຄງການນິວເຄລຍຂອງຕົນນັ້ນ.

ໜັງສືພິມ Global Times ໄດ້ກ່າວຕື່ມອີກວ່າ ຈີນຈະບໍ່ອະນຸຍາດ ຂົງເຂດຊາຍແດນ
ໃກ້ກັບເກົາຫຼີເໜືອ ຂອງຕົນນັ້ນ ໃຫ້ເປັນເຂດທີ່ປະປົນດ້ວຍກິດຈະກຳຕ່າງໆດ້ານ
ນິວເຄລຍ ຂອງເກົາຫຼີເໜືອ.

ໃນວັນພຸດວານນີ້ ຈີນ ໄດ້ຮຽກຮ້ອງໃຫ້ຢັບຢັ້ງ ການປະເຊີນໜ້າກັນ ກ່ຽວກັບ
ໂຄງການນິວເຄລຍ ແລະ ລູກສອນໄຟ ຂອງເກົາຫຼີເໜືອ ຫຼັງຈາກທີ່ຊາວເກົາຫຼີ
ເໜືອ ຮ້ອງຮຽນວ່າ ສະຫະລັດໄດ້ກົດດັນຂົງເຂດ ຈົນເກືອບຈະເກີດສົງຄາມ.

ເຮືອບິນລົບ F/A-18E Super Hornet ຈາກຝຸງເຮືອບິນລົບໂຈມຕີ (VFA) 137 “Kestrels” ບິນຂຶ້ນຈາກກຳປັ່ນ ບັນທຸກເຮືອບິນ USS Carl Vinson (CVN 70) ຢູ່ເທິງພື້ນເຮືອນ ໃນທະເລຈີນໃຕ້, ວັນທີ 12 ເມສາ 2017.
ເຮືອບິນລົບ F/A-18E Super Hornet ຈາກຝຸງເຮືອບິນລົບໂຈມຕີ (VFA) 137 “Kestrels” ບິນຂຶ້ນຈາກກຳປັ່ນ ບັນທຸກເຮືອບິນ USS Carl Vinson (CVN 70) ຢູ່ເທິງພື້ນເຮືອນ ໃນທະເລຈີນໃຕ້, ວັນທີ 12 ເມສາ 2017.

ສະຖານີວິທະຍຸ ຂອງທາງການຈີນ ໄດ້ລາຍງານ ວ່າ ປະທານປະເທດຈີນ ທ່ານ
Xi Jinping ໃນການໂທລົມກັບ ຄູ່ຕຳແໜ່ງຈາກຟີລິບປິນ ທ່ານ Rodrigo Duterte
ໄດ້ຊຸກຍູ້ໃຫ້ທຸກຝ່າຍທັງໝົດ ໃນການປະເຊີນໜ້າກັນ ຈົ່ງໃຫ້ຢັບຢັ້ງ ແລະ ກັບຄືນ
ໄປໂຕະເຈລະຈາ ໄວທີ່ສຸດເທົ່າທີ່ເປັນໄປໄດ້.

ໃນການກ່າວຖະແຫລງປະຈຳວັນ ໂຄສົກຂອງກະຊວງການຕ່າງປະເທດ ທ່ານ
Geng Shuang ໄດ້ກ່າວວ່າ “ພວກເຮົາຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງທັງໝົດ
ອີກເທື່ອນຶ່ງ ໃຫ້ສະຫງົບອາລົມໄວ້ ແລະ ໃຫ້ພະຍາຍາມຢັບຢັ້ງ ຍຸຕິການເກາະຜິດ
ຊຶ່ງກັນແລະກັນ ແລະໃຫ້ທຳງານໜັກ ເພື່ອສ້າງພາວະສຳລັບການຕິດຕໍ່ຫາກັນ
ແລະ ການໂອ້ລົມກັນ ລະຫວ່າງທຸກຝ່າຍທັງໝົດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG