ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສ ໃນຄະດີສັງຫານ ທ້າວ Kim Jong Nam ຖືກນຳໂຕໄປ ບ່ອນເກີດເຫດ


ຜູ້ພິພາກາສາສານສູງສຸດ ທ່ານ Azmi Ariffin ຂວາຢູ່ກາງ ຢ້ຽມຢາມ the check-in kiosk ທີ່ສະໜາມບິນສາກົນ ນະຄອນ Kuala Lumpur ວັນທີ 24 ຕຸລາ 2017.
ຜູ້ພິພາກາສາສານສູງສຸດ ທ່ານ Azmi Ariffin ຂວາຢູ່ກາງ ຢ້ຽມຢາມ the check-in kiosk ທີ່ສະໜາມບິນສາກົນ ນະຄອນ Kuala Lumpur ວັນທີ 24 ຕຸລາ 2017.

ແມ່ຍິງ​ສອງ​ຄົນ​ ທີ່​ຖືກ​ດຳ​ເນີນ​ຄະດີ ​ໃນ​ຖານ​ສັງຫານ​ອ້າຍ​ຕ່າ​ງມານ​ດາ ຂອງ​ຜູ້ນຳ​ເກົາ
ຫລີ​ເໜືອ ທ່ານ Kim Jong Un ​ໃນວັນອັງຄານມື້ນີ້ ໄດ້​ຖືກນຳໂຕໄປ ສະໜາມ​ບິນ​ສາ
ກົນ​ໃນ​ນະຄອນ Kuala Lumpur ບ່ອນທີ່​ເຂົາ​ເຈົ້າ​ຖືກ​ກ່າວ​ຫາ​ວ່າ​ໃສ່​ຢາ​ພິດ​ລາວ.

ໂດຍໃຫ້ເຂົາເຈົ້ານຸ່ງ​ເສື້ອ​ກັນ​ກະສຸນ ​ແລະນຳພາ​ໂດຍຕຳຫຼວດທີ່​ຕິດ​ອາວຸດໜັກ ນາງ
Siti ຊາວ​ອິນ​ໂອ​ເນ​ເຊຍ ​ແລະ​ນາງ Doan Thi Huong ຊາວ​ຫວຽດ ນາມ ​ໄດ້ໄປເບິ່ງ​
ບ່ອນ​ເກີດ​ເຫດ ພ້ອມ​ດ້ວຍ​ຜູ້​ພິພາກສາ ບັນດາ​ທະນາຍຄວາມ​ທີ່ຕໍ່ສູ້ຄະດີ ​ແລະ​ພວກ
​ໄອ​ຍະ​ການ. ຈຸດປະສົງ​ຂອງການໄປ​ຢ້ຽມຢາມ​ກໍ​ເພື່ອ​ໃຫ້ ບັນດາຜູ້ເຂົ້າ​ຮ່ວມ​ດຳ​ເນີນ
​ຄະດີ ໄດ້​ເຂົ້າໃຈດີ​ຂຶ້ນກ່ຽວກັບເຫດການທີ່ໄດ້​ເກີດ​ຂຶ້ນໃນ​ວັນ​ທີ 13 ​ເດືອນ​ກຸມພາ ຊຶ່ງ​
ເປັນ​ມື້​ທີ່ແມ່ຍິງ​ສອງ​ຄົນ​ຖືກ​ກ່າວ​ຫາ​ ເອົາສານ​ພິດທຳລາຍ​ປະສາດ VX ທາໃສ່​ໜ້າ
ທ້າວ Kim Jong Nam​.

ຜູ້​ພິພາກສາ ​ແລະ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ ​ໄດ້​ຕິດ​ຕາມ​ເບິ່ງບາດກ້າວ​ຂອງທ້າວ Kim ​ແລະ​
ຜູ້​ຖືກ​ກ່າວ​ຫາ​ ຮວມທັງ​ຮ້ານ​ອາຫານ​ແຫ່ງ​ນຶ່ງທີ່​ໄດ້ເຫັນນາງ Asisyah ​ພົ​ບປະກັບຜູ້
​ຊາຍຄົນ​ນຶ່ງ ທີ່​ລະບຸ​ໂດຍ​ຕຳຫລວດ​ວ່າ​ແມ່ນ “ທ້າວ Chang” ​ແລະ​ຄລີ​ນິກຢູ່ສະໜາມ
​ບິນ ບ່ອນ​ທີ່​ທ້າວ Kim ​ໄດ້້​ຮັບ​ການ​ຊ່ວຍ​ເຫລືອ ຫລັງ​ຈາກ​ທີ່​ລາວ​ໄດ້​ຖືກ​ໂຈມ​ຕີ.

ນາງ Siti Aisyah ຊ້າຍ ແລະນາງ Doan Thi Huong ຂວາ ຖືກນຳພາໂຕໂດຍຕຳຫລວດ ຫລັງຈາກການຮັບຟັງຢູ່ຕຶກສານ Shah Alam ຢູ່ເມືອງ Shah Alam ນອກນະຄອນ Kuala Lumpur ປະເທດ Malaysia ວັນທີ 2 ຕຸລາ 2017.
ນາງ Siti Aisyah ຊ້າຍ ແລະນາງ Doan Thi Huong ຂວາ ຖືກນຳພາໂຕໂດຍຕຳຫລວດ ຫລັງຈາກການຮັບຟັງຢູ່ຕຶກສານ Shah Alam ຢູ່ເມືອງ Shah Alam ນອກນະຄອນ Kuala Lumpur ປະເທດ Malaysia ວັນທີ 2 ຕຸລາ 2017.

​ບັນດາ​ນັກ​ສືບສວນ​ມາ​ເລ​ເຊຍ​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ສີ່​ຄົນ ​ທີ່​ບໍ່ໄດ້ລະບຸຊື່ໃນ​ການ​ສັງ
ຫານ​ທ້າວ Kim ຍັງ​ກຳລັງ​ຊອກ​ຫາ​ໂຕຢູ່. ບັນດາ​ທະນາຍຄວາມ​ຂອງ​ແມ່ຍິງ​ທັງສອງ​
ຄົນ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຖືກນຳ​ພາ​ໃຫ້​ຫລົງ​ເຊື່ອ​ວ່າ​ເຂົາ​ເຈົ້າ​ໄດ້​ຢູ່ໃນ​ພາກ ສ່ວນນຶ່ງ
ຂອງການສະ​ແດງ​ໂທລະພາບທີ່​ຂີ້​ຕົວະ. ນັກ​ສືບ​ເກົາຫຼີໃຕ້​ກ່າວ​ວ່າ ທ້າວ Kim ​ໄດ້​
ເປັນ​ເປົ້າ​ໝາຍ​ ຂອງການ​ວາງແຜນລອບ​ສັງຫານ ​ໂດຍ​ນ້ອງ​ຊາຍ​ຂອງ​ລາວ.

ທ້າວ Kim Jong Nam ຫັນໜ້າເວົ້າກັບຕຳຫລວດ ທີ່ສະໜາມບິນສາກົນ Kuala Lumpur.
ທ້າວ Kim Jong Nam ຫັນໜ້າເວົ້າກັບຕຳຫລວດ ທີ່ສະໜາມບິນສາກົນ Kuala Lumpur.

ທ້າວ Kim Jong Nam ບໍ່​ໄດ້​ໃກ້ຊິດ​ກັບ ທ່ານ Kim Jong Un. ລາວ​ໄດ້​ຖືກ​ລາຍ​ງານ
​ວ່າ ບໍ່ເປັນທີ່​ນິຍົມ​ຊົມ​ຊອບ​ຈາກ​ພໍ່​ຂອງ​ເຂົາ​ເຈົ້າ ມື້​ລາງ​ທ່ານ Kim Jong II ​ໃນ​ປີ 2001
​ເວລາ​ລາວ​ໄດ້​ຖືກ​ຈັບ ຂະນະທີ່​ພະຍາຍາມ​ເຂົ້າ​ໄປ​ຍີ່ປຸ່ນ ​ໂດຍ​ການ​ໃຊ້​ໜັງສືຜ່ານ​ແດນ
​ປອມ ​ເພື່ອ​ຢ້ຽມຢາມ​ສວນ​ສະໜຸກ Disneyland ​ໃນ​ນະຄອນ​ໂຕ​ກຽວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ືNorkor
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG