ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາບ​ໂຄວິດ​ ໃນ​ເກົາ​ຫລີ​ເໜືອ​ ຍັງ​ເປັນປິ​ດ​ສະ​ໜາ​ຢູ່ ເຖິງ​ແມ່ນ​​​ມີ​ການ​ເປີ​ດ​ເຜີຍ ​ກໍ​ລະ​ນີຕິດ​ພະ​ຍາດນີ້ຈຳ​ນວນ​ນຶ່ງ​ ແລ້ວ​ກໍ​ຕາມ


ປ້າຍບອກ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ໄປ​ຫານະ​ຄອນ​ຫລວງ​ພຽງ​ຢາງຂອງ​ເກົາ​ຫລີ​ເໜືອທີ່​ເຫັນ​ຢູ່ເຂດ Imjingak ໃນ​ເມືອງ Paju ຂອງ​ເກົາ​ຫລີ​ໃຕ້ໃກ້​ຊາຍ​ແດນເກົາ​ຫລີ​ເໜືອ, ວັນ​ທີ 15 ພຶດ​ສະ​ພາ, 2022.
ປ້າຍບອກ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ໄປ​ຫານະ​ຄອນ​ຫລວງ​ພຽງ​ຢາງຂອງ​ເກົາ​ຫລີ​ເໜືອທີ່​ເຫັນ​ຢູ່ເຂດ Imjingak ໃນ​ເມືອງ Paju ຂອງ​ເກົາ​ຫລີ​ໃຕ້ໃກ້​ຊາຍ​ແດນເກົາ​ຫລີ​ເໜືອ, ວັນ​ທີ 15 ພຶດ​ສະ​ພາ, 2022.

ເປັນເວລາສອງປີກວ່າ​ ຂະ​ນະ​ທີ່ COVID-19 ໄດ້​ສ້າ​ງ​ຄວາມ​ເສຍ​ຫາຍ ແກ່​ພາກສ່ວນ​ອື່ນຂອງ​ໂລກ ເກົາຫຼີເໜືອກັບໄດ້ຢືນຢັດວ່າ ເກືອບເປັນໄປບໍ່ໄດ້ທີ່​ຈະ​ມີ​ສະ​ພາບ​ການເຊັ່ນ​ນັ້ນ, ອີງຕາມນັກຊ່ຽວຊານສ່ວນໃຫຍ່ - ທີ່​ເວົ້າ​ວ່າປະ​ເທດນັ້ນ ບໍ່ໄດ້ປະສົບກັບການຕິດເຊື້ອໄວຣັສໂຄໂຣນາແມ່ນແຕ່​ກໍ​ລະ​ນີດຽວ.

ສິ່ງນັ້ນໄດ້ປ່ຽນແປງ ໃນກາງເດືອນພຶດສະພານີ້ ເມື່ອເກົາຫຼີເຫນືອ ລາຍງານວ່າ ມີ​ຂອງກໍລະນີທີ່ໜ້າສົງໄສວ່າ​ເປັນ​ພະ​ຍາດນີ້ເກີດ​ຂຶ້ນ​ຢ່າງ​ວ່ອງ​ໄວ ແລະໄດ້ລະ ດົມກໍາລັງທະຫານເພື່ອຮັບ​ມືກັບສິ່ງທີ່ປະ​ເທດນັ້ນອະທິບາຍວ່າເປັນ "ພາວະສຸກເສີນແຫ່ງຊາດທີ່ໃຫຍ່​ຫລວງ."

ລັດຖະບານຂອງ​ຫລາຍ​ປະ​ເທດ ແລະກຸ່ມມະນຸດສະທໍາສາກົນຢ້ານວ່າສະ​ພາບການຮ້າຍແຮງທີ່ສຸດ: ໂດຍ​ທີ່​ວ່າການລະບາດໃນເກົາຫລີເຫນືອ ໄດ້ເພີ່ມຄວາມຮ້າຍແຮງຂຶ້ນຫຼາຍຈົນເຖິງຂັ້ນ​ວ່າ ພຽງຢາງບໍ່ສາມາດພະຍາຍາມ ປິດບັງມັນໄດ້ອີກຕໍ່ໄປ.

ແຕ່ຢ່າງໃດກໍຕາມ, ໃນສອງອາທິດມານີ້ ນັບຕັ້ງແຕ່ເກົາຫຼີເຫນືອໄດ້ເປີດເຜີຍ ວ່າ​ມີການລະບາດ, ສື່ມວນຊົນຂອງລັດໄດ້ສະແດງໃຫ້​ເຫັນ​ວ່າ ສະຖານະການ ໄດ້ດີຂຶ້ນຢ່າງໄວວາ.

ຈໍານວນກໍລະນີໃຫມ່ ແລະກໍ​ລະ​ນີທີ່ມີຢູ່ແລ້ວ ໄດ້ຫຼຸດລົງ ນັບຕັ້ງແຕ່ກາງເດືອນ ພຶດສະພາ ອີງຕາມຕົວເລກປະຈໍາວັນທີ່ຈັດພີມຢູ່ໃນໜັງ​ສື​ພິມລາຍ​ວັນ ໂຣດອງ ຊີນ​ມູນ (Rodong Sinmun). ໃນອາທິດທີ່ຜ່ານມາ, ຫນັງສືພິມຂອງລັດ ໄດ້ລາຍງານວ່າ​ມີພຽງແຕ່ສອງຄົນເສຍຊີວິດທີ່ກ່ຽວຂ້ອງກັບການລະບາດຂອງ​ພະ​ຍາດນີ້.

ສື່ມວນຊົນຂອງລັດກ່າວໃນວັນອາທິດວານນີ້ວ່າ ຜູ້ນໍາເກົາຫຼີເຫນືອ, ທ່ານ​ກິມ​ຈົງ ອຶນໄດ້ເປັນປະທານກອງປະຊຸມຊຶ່ງທ່ານ "ໄດ້ປະເມີນໃນ​ທາງບວກກ່ຽວກັບ ສະ ຖານະການລະບາດຂອງ​ພະ​ຍາດທີ່ຖືກຄວບຄຸມ ແລະປັບປຸງໃນທົ່ວປະເທດ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG