ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ສືບຕໍ່ຍິງລູກສອນໄຟໄລຍະໃກ້ ​ຢ່າງລຽນຕິດ


ພວກຜູ້ຊາຍຍ່າງຜ່ານຈໍໂທລະພາບ ທີ່ກຳລັງຖ່າຍທອດລາຍງານຂ່າວ ກ່ຽວກັບການຍິງລູກສອນໄຟຂີປະນາວຸດ ອອກຈາກແຄມທາງພາກຕາເວັນອອກຂອງຕົນ, ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 3 ພະຈິກ 2022.
ພວກຜູ້ຊາຍຍ່າງຜ່ານຈໍໂທລະພາບ ທີ່ກຳລັງຖ່າຍທອດລາຍງານຂ່າວ ກ່ຽວກັບການຍິງລູກສອນໄຟຂີປະນາວຸດ ອອກຈາກແຄມທາງພາກຕາເວັນອອກຂອງຕົນ, ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 3 ພະຈິກ 2022.

ເກົາຫຼີເໜືອ ໄດ້ຍິງສູກສອນໄຟຂີປະນາວຸດລູກນຶ່ງ ໃນວັນພຸດວານນີ້ ຕາມການລາຍງານຂອງກອງທັບເກົາຫຼີໃຕ້ ໂດຍເພີ້ມໃສ່ການຍິງລູກສອນໄຟຢ່າງລຽນຕິດຂອງພຽງຢາງທີ່ບໍ່ເຄີຍມີມາກ່ອນ ຊຶ່ງໄດ້ເຮັດໃຫ້ເກີດຄວາມເຄັ່ງຕຶງທາງທະຫານຫຼາຍຂຶ້ນ ຢູ່ໃນເຂດເອເຊຍຕາເວັນອອກສຽງເໜືອ.

ລູກ​ສອນ​ໄຟ​ໄລ​ຍະ​ໃກ້ ໄດ້​ຍິງ​ຈາກ​ເຂດ​ສຸກ​ຈ​ອນ ຢູ່​ທາງ​ພາກ​ເໜືອ​ຂອງນະ​ຄອນ​ຫຼວງພຽງ​ຢາງ ອີງ​ຕາມ​ເສນາ​ທິການ​ຮ່ວມຂອງ​ເກົ​າ​ຫລີ​ໃຕ້.

​ໜ່ວຍ​ຍາມ​ຝັ່ງ​ຂອງ​ຍີ່​ປຸ່ນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ລູກ​ສອນ​ໄຟ​ປາ​ກົດ​ວ່າ​ໄດ້​ຢູ່​ເທິງ​ອາ​ກາດ​ໜ້ອຍກວ່າ​ຫ້າ​ນາ​ທີ ກ່ອນ​ຕົກ​ລົງ​ມາ​ສູ່ນອກ​ຝັ່ງ​ທະ​ເລ​ທາງ ທິດ​ຕາ​ເວັນ​ອອກຂອງ​ເກົາ​ຫລີ​.

​ໃນອາ​ທິດ​ແລ້ວ​ນີ້​ເກົາ​ຫລີ​ເໜືອ ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 34 ລູກ ​ຮວມ​ທັງ​ຈຳ​ນວນ​ນື່ງ ​ທີ່​ໄດ້​ເຮັດ​ໃຫ້​ມີ​ການ​ເປີດ​ຫວໍ​ເຕືອນ​ໄພ​ທາງ​ອາ​ກາດ ແລະ​ ​ໃຫ້ເຂົ້າ​ໄປ​ຢູ່​ໃນ​ບ່ອນ​ຫລົບ​ໄພ ທັງ​ໃນ​ເກົາ​ຫລີ​ໃຕ້ ແລະ​ຍີ່​ປຸ່ນ.

​ຊິ້ນ​ສ່ວນ​ອັນນຶ່ງຂອງ​ລູກ​ສອນ​ໄຟ ທີ່​ໄດ້​ຕົກ​ລົງ​ໃກ້​ກັບນ່ານ​ນ້ຳ​ເກົາ​ຫລີ​ໃຕ້ ຕໍ່​ມາ​ໄດ້ພົບເຫັນ​ໂດຍກອ​ງ​ທັບ​ເຮືອ​ເກົາ​ຫລີ​ໃຕ້ ທີ່​ໃຊ້​ຍານ​ບັງ​ຄັບ​ຈາກ​ໄລ​ຍະ​ໄກ ​ປະ​ຕິ​ບັດ​ງານ​ໃຕ້​ທະ​ເລ.

​ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ​ເກົາ​ຫລີ​ໃຕ້ ໃນ​ວັນ​ພຸດ​ວານ​ນີ້ ໄດ້​ເຜີ​ຍແຜ່​ຮູບ​ພາບ​ທີ່​ເປັນຊິ້ນ​ສ່ວນຂອງ​ລູກ​ສອນ​ໄຟ ໂດຍໃນບາງອັນ​ມີໂຕໜັງສືທີ່​ຂຽນ​ເປັນ​ພາ​ສາ​ຣັດ​ເຊຍ.

ພວກ​ເຈົ້າ​ໜ້າ​ທີ່​ເກົາ​ຫລີ​ໃຕ້​ກ່າວ​ວ່າ ຊິ້ນ​ສ່ວນປາ​ກົດ​ວ່າມີ​ລັກ​ສະ​ນະ​ຮູ​ບ​ຮ່າງ​ຄື​ກັບ SA-5 ທີ່​ເປັນລູກ​ສອນ​ໄຟ​ຍິງຈາກ​ໜ້າ​ດິນສູ່​ອາ​ກາດ ອອກ​ແບບ​ໂດຍ​ສະ​ຫະ​ພາບ​ໂຊ​ຫວຽດ. ​ຣັ​ດ​ເຊຍ​ໄດ້​ໃຊ້​ລູກ​ສອນ​ໄຟ​ທີ່​ຄ້າຍ​ຄື​ກັນຫວ່າງ​ມໍ່​ໆ​ມາ​ນີ້ ໃນລະ​ຫວ່າງ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ ດັ່ງພວກ​ເຈົ້າ​ໜ້າ​ທີ່​ເກົາ​ຫລີ​ໃຕ້ ​ໄດ້​ໃຫ້​ຂໍ້​ສັງ​ເກດ.

​ເກົາ​ຫລີ​ເໜືອ ມີຄວາມ​ສຳ​ພັນ​ທາງ​ການ​ທູດ​ຢ່າງ​ໃກ້ຊິດ ແລະ ​ກອງ​ທັບເຊື່ອມ​ໂຍງ​ກັບ​ຣັດ​ເຊຍ. ​ຄວາ​ມ​ສຳ​ພັນ​ເຫລົ່າ​ນັ້ນ​ ໄດ້​ດີ​ຂຶ້ນ​ຫວ່າງບໍ່​ເທົ່າ​ໃດ​ປີ​ຜ່ານມາ​ນີ້ ໃນ​ຂະ​ນະ​ທີ່​ຄວາມ​ສຳ​ພັນ​ຂອງ​ແຕ່​ລະ​ປະ​ເທດ ​ກັບ​ສະ​ຫະ​ລັດ ກໍໄດ້ຊຸດ​ໂຊມ​ລົງ.

ເມື່ອອາທິດແລ້ວນີ້ ສະຫະລັດ ໄດ້ກ່າວຫາເກົາຫຼີເໜືອ ໃນການສະໜອງລູກປືນໃຫຍ່ຫຼາຍພັນລູກໃຫ້ແກ່ຣັດເຊຍ ສຳລັບສົງຄາມໃນຢູເຄຣນຂອງຕົນ. ໃນວັນອັງຄານຜ່ານມານີ້ ເກົາຫຼີເໜືອ ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ ໂດຍກ່າວວ່າ ສະຫະລັດ ໄດ້ພະຍາຍາມ “​ສ້າງ​ຄວາມ​ເຊື່ອມ​ເສຍ” ​ໃຫ້ຊື່ສຽງຂອງຕົນ.

ຕະຫຼອດໄລຍະນຶ່ງປີຜ່ານມາ ເກົາຫຼີເໜືອ ໄດ້ເອົາແນວທາງທີ່ເປັນປໍລະປັກຫຼາຍຂຶ້ນຕໍ່ສະຫະລັດ ແລະບັນດາພັນທະມິດຂອງສະຫະລັດ. ເກົາຫຼີເໜືອຍັງໄດ້ຍິງລູກສອນໄຟເກີນກວ່າ 70 ລູກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG