ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີ​ເໜືອ ຢືນ​ຢັນ ການ​ທົດ​ລອງ ຈະຫຼວດຫຼາຍ​ລູກ


ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອ​ຶນ ຢ້ຽມ​ຢາມ​ໂຮງ​ງານ​ໄຟ​ຟ້າ ກຸມ​ຢາ​ກາງ ແຫ່ງ​ທີ​ສອງ​ຂອງ​ປະ​ເທດ, ເກົາຫຼີ​ເໜືອ. 4 ພຶດ​ສະ​ພາ, 2019. ຮູບ​ນີ້​ໄດ້​ມາ​ຈາກ​ອົງ​ການຂ່າວ​ສູນ​ກາງ ເກົາຫຼີ​.
ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອ​ຶນ ຢ້ຽມ​ຢາມ​ໂຮງ​ງານ​ໄຟ​ຟ້າ ກຸມ​ຢາ​ກາງ ແຫ່ງ​ທີ​ສອງ​ຂອງ​ປະ​ເທດ, ເກົາຫຼີ​ເໜືອ. 4 ພຶດ​ສະ​ພາ, 2019. ຮູບ​ນີ້​ໄດ້​ມາ​ຈາກ​ອົງ​ການຂ່າວ​ສູນ​ກາງ ເກົາຫຼີ​.

ສື່ມວນ​ຊົນ​ລັດ​ຖະ​ບານ​ໄດ້​ຢືນ​ຢັນ​ໃນ​ວັນ​ເສົາ​ວານນີ້ວ່າ ເກົາຫຼີ​ເໜືອ ໄດ້​ທົດ​ລອງ “ຍິງ
ຈະຫຼວດຫຼາຍລູກ ແລະ ອາວຸດນຳວິຖີ”, ເປັນການໃຫ້ຄຳເຫັນຄັ້ງທຳອິດ ທີ່ໄດ້ຂະ
ຫຍາຍຄວາມເຄັ່ງຕຶງທາງທະຫານຂຶ້ນຕື່ມ.

ອົງ​ການ​ຂ່າວ​ສູນ​ກາງ​ ເກົາຫຼີ ຫຼື KCNA ທີ່​ດຳ​ເນີນ​ການ​ໂດຍ​ລັດ​ຖະ​ບານ​ໄດ້​ລາຍ​ງານ​
ວ່າ ທ່ານ ກິມ ຈົງ ອຶນ ໄດ້ “ອອກຄຳສັ່ງຍິງ” ຈະຫຼວດຫຼາຍລູກເຂົ້າໄປທະເລ ນອກ
ຊາຍຝັ່ງພາກຕາເວັນອອກຂອງເກົາຫຼີເໜືອ” ໂດຍສ່ວນຕົວ.

ຮູບ​ຫຼາຍ​ໃບ​ທີ່​ເອົາ​ລົງ​ໃນ​ສື່ມວນ​ຊົນ​ຂ​ອງ​ລັດ​ຖະ​ບານ ເກົາຫຼີ​ເໜືອ ໄດ້​ສະ​ແດງ​ໃຫ້​ເຫັນ​
ທ່ານ ກິມ ໃຊ້ກ້ອງຊ່ອງໃນລະຫວ່າງການຍິງນັ້ນ, ແລ້ວຍິ້ມ ໃນຂະນະທີ່ທ່ານຊີ້ມືໄປ
ໜ້າຈໍທີ່ປາກົດວ່າ ໄດ້ສະແດງໃຫ້ເຫັນເກາະດອນແຫ່ງນຶ່ງທີ່ເປັນເປົ້າໝາຍຖືກທຳລາຍ.

ບັນ​ດາ​ນັກ​ຄົ້ນ​ຄວ້າ​ກ່າວ​ວ່າ ນຶ່ງ​ໃນ​ອາ​ວຸດຫຼາຍ​ຢ່າງ​ທີ່​ຖືກ​ຍິງ​ອອກ​ໄປ​ນັ້ນ ປາ​ກົດ​ວ່າ​ຈະ
ເປັນລູກສອນໄຟຂີປະນາວຸດໄລຍະໃກ້ທີ່ຖືກພັດທະນາຂຶ້ນໃໝ່. ຖ້າໄດ້ຮັບການຢືນຢັນ,
ມັນຈະເປັນການທົດລອງລູກສອນໄຟຂີປະນາວຸດຄັ້ງທຳອິດພາຍໃນນຶ່ງປີເຄິ່ງ.

ອົງ​ການ​ຂ່າວ KCNA ໄດ້​ລາຍ​ງານ​ວ່າ “ຈຸດ​ປະ​ສົງ​ຂອງ​ການ​ທົດ​ລອງ​ແມ່ນ​ເພື່ອ​ຄາດ​
ການ ແລະ ກວດກາຄວາມສາມາດໃນການປະຕິບັດການ ແລະ ຄວາມແນ່ນອນຂອງ
ການຍິງໂຈມຕີ ຂອງເຄື່ອງຍິງຈະຫຼວດໄລຍະໄກຂະໜາດໃຫຍ່ຫຼາຍລູກ ແລະ ອາວຸດ
ນຳວິຖີ.”

ການ​ທົດ​ລອງ​ດັ່ງ​ກ່າວ​ແມ່ນ​ຄວາມ​ພະ​ຍາ​ຍາມ​ຄັ້ງຫຼ້າ​ສຸດ​ຂອງ ເກົາຫຼີ​ເໜືອ ທີ່​ຈະ​ຂະ
ຫຍາຍຄວາມກົດດັນ ແລະ ສົ່ງສັນຍານຄວາມບໍ່ພໍໃຈກັບ ສະຫະລັດ ແລະ ເກົາຫຼີໃຕ້,
ນັບຕັ້ງແຕ່ການເຈລະຈານິວເຄລຍໄດ້ປະ​ສົບຄວາມລົ້ມແຫຼວ.

ຖະ​ແຫຼງ​ການ​ຂອງລັດ​ຖະ​ບານ ພຽງ​ຢາງ ບໍ່​ໄດ້​ປະ​ກອບ​ມີ​ການ​ຂົ່ມ​ຂູ່​ຈະ​ແຈ້ງ ຫຼື ແມ່ນ​
ກະທັ້ງກ່າວເຖິງ ສະຫະລັດ ຫຼື ເກົາຫຼີໃຕ້. ໃນວັນສຸກທີ່ຜ່ານມາ ລັດຖະບານ ໂຊລ ໄດ້
ກ່າວປະນາມການທົດລອງນັ້ນດັ່ງກັບການຍຸແຍ່ທີ່ບໍ່ຈຳເປັນ ແລະ ເປັນການລ່ວງລະ
ເມີດຂໍ້ຕົກລົງທາງທະຫານລະຫວ່າງ ເກົາຫຼີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG