ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ເກົາຫຼີ​ເໜືອ​ຢືນ​ຢັນ​ວ່າ ຕົນ​ພວມ​ສືບ​ສວນ​ສອບ​ສວນ​ທະ​ຫານ​ສະ​ຫະ​ລັດ ທ້າວທຣາວິສ ຄິງ


ແຟ້ມພາບ - ທະຫານສະຫະລັດ ທ້າວຄິງ (King) ໃນຮູບຖ່າຍທີ່ບໍ່ໄດ້ລະບຸວັນທີ
ແຟ້ມພາບ - ທະຫານສະຫະລັດ ທ້າວຄິງ (King) ໃນຮູບຖ່າຍທີ່ບໍ່ໄດ້ລະບຸວັນທີ

ເກົາຫຼີເໜືອ ໄດ້ຢືນຢັນຢ່າງເປີດເຜີຍເປັນເທື່ອທຳອິດວ່າ ຕົນໄດ້ຈັບທະຫານສະຫະລັດ ທ້າວທຣາວິສ ຄິງ (Travis King) ທີ່ແລ່ນເຂົ້າໄປໃນເຂດພື້ນທີ່ຮັກສາຄວາມໝັ້ນຄົງຮ່ວມ ໃນເຂດປອດທະຫານຂອງເກົາຫລີເໜືອ ເມື່ອເກືອບ 1 ເດືອນກ່ອນ, ເຊິ່ງໄດ້ກາຍເປັນນັກທ່ອງທ່ຽວຄົນທຳອິດທີ່ໄດ້ຖືກຮັບຮູ້ວ່າເຮັດແບບນັ້ນ.

ພຽງຢາງກຳລັງສືບສວນ ພົນ​ທະ​ຫານ​ຊັ້ນ​ສອງ ຂອງກອງທັບ ສຳລັບ "ການບຸກລຸກຢ່າງຜິດກົດໝາຍ" ຂອງລາວ ເຂົ້າໄປໃນເກົາຫຼີເໜືອ, ສື່ມວນຊົນຂອງທາງ​ການ KCNA ກ່າວໃນວັນພຸດວານນີ້, ໂດຍກ່າວຕື່ມວ່າ ທ້າວຄິງ (King) "ໄດ້ສາລະພາບ" ວ່າໄດ້ຮັບແຮງຈູງໃຈຈາກ "ການປະຕິບັດທີ່ໄຮ້ມະນຸດສະທຳ ແລະ ການເລືອກປະຕິບັດທາງເຊື້ອຊາດ ພາຍໃນກອງທັບສະຫະລັດ."

ລາຍງານໄດ້ກ່າວວ່າ ຜູ້ຊາຍອາຍຸ 23 ປີ ໄດ້ສະແດງຄວາມປາຖະຫນາທີ່ຈະຂໍລີ້ໄພຢູ່ໃນເກົາຫຼີເຫນືອ ຫຼືປະເທດທີສາມ, ໂດຍກ່າວວ່າລາວ "ຜິດຫວັງ" ກ່ຽວກັບຄວາມບໍ່ສະເຫມີພາບໃນສັງຄົມອາເມຣິກັນ.

ທ້າວຄິງ (King) ກຳລັງປະເຊີນກັບການປົດປະຈຳການຈາກກອງທັບທີ່ກຳລັງຢູ່ໃນຂັ້ນດຳເນີນການ ເມື່ອລາວກັບຄືນສູ່ຖານທັບຂອງລາວໃນ ເມືອງຟອທ ບລິສ (Fort Bliss), ລັດເທັກຊັສ (Texas), ຫຼັງຈາກໃຊ້ເວລາຢູ່ໃນຄຸກເກົາຫຼີໃຕ້ໃນຂໍ້ຫາບຸກໂຈມຕີ.

ທະຫານ​ມ້າ​ຄົນດັ່ງກ່າວ ມີກຳນົດຈະຂຶ້ນເຮືອບິນ​ກັບ​ຄືນ​ສູ່​ສະຫະລັດ​ໃນ​ວັນ​ທີ 17 ກໍລະກົດ​ນີ້, ​ແຕ່​ໄດ້​ເດີນທາງ​ໄປໃນກຸ່ມທ່ອງທ່ຽວ ເພື່ອໄປ​ຢ້ຽມຊົມສູນການຄ້າຄົບວົງຈອນຢູ່​ເຂດ​ຊາຍ​ແດນ​ໃນ​ມື້​ຕໍ່​ມາ.

ທ້າວຄິງ ​ໄດ້​ຖືກ​ທະຫານ​ເກົາຫຼີ​ເໜືອທີ່ປະຕິບັດໜ້າທີ່ຢູ່ເຂດພື້ນທີ່ຮັກສາຄວາມໝັ້ນຄົງຮ່ວມ ​ນຳໂຕໄປ, KCNA ກ່າວ, ​ເມື່ອ​ທະຫານທີ່ນຸ່ງ​ເສື້ອ​ຜ້າ​ທຳ​ມະ​ດາ “​ມີເຈດ​ຕະນາ ​ບຸກ​ເຂົ້າ​ໄປ​ໃນພື້ນທີ່​ຂອງ​ຝ່າຍ ສປປ ​ເກົາຫຼີເໜືອ ລະຫວ່າງ​ຫ້ອງ​ສຳ​ລັບ​ການ​ຕິດ​ຕໍ່​ພົວພັນ​ທາງ​ທະຫານ​ຂອງ ສປປ ​ເກົາຫຼີ ແລະ ສະຫະລັດ ​ແລະ ຫ້ອງນໍ້າ ຂອງເຈົ້າໜ້າທີ່ຮັກສາຄວາມປອດໄພ ຢູ່ຕາມເສັ້ນແບ່ງເຂດທະຫານ.”

ສ​ປ​ປ ເກົາ​ຫຼີ ແມ່ນຊື່ຫຍໍ້ຂອງຊື່ທາງການເກົາຫຼີເໜືອ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນເກົາຫຼີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG