ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ເກົາຫຼີເໜືອຢືນຢັນວ່າ ພວກເຂົາກໍາລັງດໍາເນີນການສອບສວນ ທະຫານສະຫະລັດ ເທຣວິສ ຄິງ


ແຟ້ມຮູບ-ພົນທະຫານ ຄິງ ຂອງກອງທັບສະຫະລັດ ເປີດເຜີຍໃນພາບທີ່ບໍ່ໄດ້ລະບຸວັນທີ.
ແຟ້ມຮູບ-ພົນທະຫານ ຄິງ ຂອງກອງທັບສະຫະລັດ ເປີດເຜີຍໃນພາບທີ່ບໍ່ໄດ້ລະບຸວັນທີ.

ເກົາຫຼີເໜືອ ໄດ້ຢືນຢັນຢ່າງ​ເປີ​ດ​ເຜີຍເປັນຄັ້ງທໍາອິດວ່າ ພວກເຂົາໄດ້ໃຫ້​ການ​ດູ​ແລທະຫານສະຫະລັດ ທ້າວທຣາວິສ ຄິງ, ຜູ້ທີ່ແລ່ນເຂົ້າໄປ ໃນບໍລິເວນຮັກ​ສາຄວາມໝັ້ນຄົງຮ່ວມ ຂອງເກົາຫຼີເໜືອ ໃນເຂດປອດທະຫານ ຫຼື DMZ ເກືອບນຶ່ງເດືອນຜ່ານມາ, ເຊິ່ງໄດ້ກາຍມາເປັນນັກທ່ອງທ່ຽວຄົນທໍາອິດທີ່ກະທໍາດັ່ງນັ້ນ.

ພຽງຢາງ ກໍາລັງດໍາເນີນການສືບສວນພົນທະຫານຊັ້ນ 2 ສໍາລັບ “ການບຸກລຸກທີ່ຜິດກົດໝາຍ” ເພື່ອເຂົ້າໄປໃນເກົາຫຼີເໜືອຂອງລາວ, ອີງຕາມອົງການຂ່າວ KCNA ທີ່ໄດ້ລາຍງານໄປໃນວັນພຸດມື້ນີ້, ​ແລະ​ກ່າວເພີ້ມເຕີມວ່າ ທ້າວຄິງໄດ້ “ສາ​ລະ​ພາບ​ວ່າ” ຍ້ອນແຮງຈູງໃຈໂດຍ “ການກະທໍາທີ່ບໍ່ມີມະນຸດສະທໍາ ແລະການເລືອກປະຕິບັດ ຢູ່ໃນກອງທັບສະຫະລັດ.”

ພວກເຂົາກ່າວວ່າ ພົນທະຫານອາຍຸ 23 ປີຄົນນີ້ ໄດ້ສະແດງໃຫ້ເຫັນເຖິງຈຸດ ປະສົງ ເພື່ອພະຍາຍາມຊອກຫາບ່ອນລີ້ໄພໃນເກົາຫຼີເໜືອ ຫຼືປະເທດທີສາມ, ໂດຍກ່າວວ່າ ທ້າວຄິງ “ຮູ້ສຶກ​ຜິດ​ຫວັງ” ກ່ຽວກັບຄວາມບໍ່ສະ​ເໝີ​ພາບ ຢູ່ໃນສັງຄົມຂອງຊາວອາເມຣິກັນ.

ພົນທະຫານຄິງ ກໍາລັງປະເຊີນກັບການລໍຖ້າດໍາເນີນການໃຫ້​ລາອອກຈາກກອງ ທັບ ເມື່ອລາວກັບຄືນໄປຄ້າຍຂອງລາວ​ທີ່ເມືອງຝອດ ບລິສ (Fort Bliss), ລັດເທັກຊັສ, ລຸນຫຼັງໃຊ້ເວລາໃນຄຸກເກົາຫຼີໃຕ້ ກ່ຽວກັບຂໍ້ຫາລວມລາມ.

ໜ່ວຍລາດຕະເວນດັ່ງ​ກ່າວ ມີກໍານົດຂຶ້ນເຮືອບິນກັບໄປສະຫະລັດໃນວັນທີ 15 ກໍລະກົດ, ແຕ່ແນວໃດກໍຕາມ ໄດ້ເຮັດໃຫ້ລາວເຂົ້າຮ່ວມໃນກຸ່ມທ່ອງທ່ຽວພົນລະເຮືອນ ຢູ່ບໍລິເວນຊາຍແດນ ທີ່ມີຄວາມຊັບຊ້ອນ 1 ມື້ຫຼັງຈາກນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG