ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ເກົາ​ຫຼີ​ເໜືອ ຢືນ​ຢັນ ການ​ທົດ​ລອງ ​ຮ​ວາ​-18 ຄັ້ງ​ທີ 2 ໂດຍ​ເຕືອນ​ຕື່ມ​ວ່າ ຈະ​ມີ​ການ​ກົດ​ດັນ​ຕື່ມ


ຮູບນີ້ ທີ່​ສະ​ໜອງ​ໂດຍ​ລັດ​ຖະ​ບານ​ເກົາ​ຫຼີ​ເໜືອ ເມື່ອ​ວັນ​ທີ 13 ກໍ​ລະ​ກົດ 2023 ສະ​ແດງ​ໃຫ້​ເຫັນ​ໃນ​ອັນ​ທີ່​ເກົາ​ຫຼີ​ເໜືອ​ກ່າວ​ວ່າ ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ Hwasong-18 ICBM ຢູ່​ໃນ​ເກົາ​ຫຼີ​ເໜືອ.(Korean Central News Agency/Korea News Service via AP)
ຮູບນີ້ ທີ່​ສະ​ໜອງ​ໂດຍ​ລັດ​ຖະ​ບານ​ເກົາ​ຫຼີ​ເໜືອ ເມື່ອ​ວັນ​ທີ 13 ກໍ​ລະ​ກົດ 2023 ສະ​ແດງ​ໃຫ້​ເຫັນ​ໃນ​ອັນ​ທີ່​ເກົາ​ຫຼີ​ເໜືອ​ກ່າວ​ວ່າ ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ Hwasong-18 ICBM ຢູ່​ໃນ​ເກົາ​ຫຼີ​ເໜືອ.(Korean Central News Agency/Korea News Service via AP)

ເກົາ​ຫຼີ​ເໜືອ​ໄດ້​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ຮ​ວາ​ຊອງ-18 ເທື່ອ​ຫຼ້າ​ສຸດ​ໃນ​ມື້​ວັນ​ພຸດ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ສື່ມວນ​ຊົນ​ທາງ​ການ ໂດຍ​ເວົ້າ​ວ່າ ອາ​ວຸດ​ດັ່ງ​ກ່າວນີ້ແມ່ນ​ຈຸດ​ໃຈ​ກາງ​ຂອງ​ກຳ​ລັງ​ໂຈມ​ຕີ​ນິວ​ເຄ​ລຍ​ຂອງ​ຕົນ ພ້ອມ​ກັບ​ເຕືອນ​ສະ​ຫະ​ລັດ ແລະປະ​ເທດ​ທີ່​ເປັນ​ສັດ​ຕູ​ອື່ນໆ.

ການ​ຍິງ​ທົດ​ລອງ​ນີ້ແມ່ນ​ໄດ້​ລາຍ​ງານ​ໂດຍກອງ​ທັບ​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້​ແລະ​ໄດ້​ຖືກ​ປະ​ນາມ​ໂດຍ​ສະ​ຫະລັດ ​ພ້ອມ​ທັງ​ຜູ້​ນຳ​ຂອງ​ໂຊ​ລ ແລະ​ໂຕ​ກຽວ ຮວມ​ຢູ່​ໃນ​ບັນ​ດາ​ປະ​ເທດ​ອື່ນໆ.

ສະ​ພາ​ຄວາມ​ໝັ້​ນ​ຄົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຊຶ່ງ​ໄດ້​ອອກ​ມະ​ຕິ​ຫ້າມ​ບໍ່​ໃຫ້​ເກົາ​ຫຼີ​ເໜືອ​ພັດ​ທະ​ນາ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ ແລະ​ອາ​ວຸດ​ນິວ​ເຄ​ລຍນັ້ນ ຈະ​ປະ​ຊຸມ​ກັນໃນ​ວັນ​ພະ​ຫັດ​ມື້ນີ້ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ດັ່ງ​ກ່າວ.

ຮ​ວາ​ຊອງ-18 ແມ່ນ​ຍິງ​ທົດ​ລອງ​ເທື່ອ​ທຳ​ອິດ​ໃນ​ເດືອ​ນ​ເມ​ສາ. ມັນ​ເປັນ​ລູກ​ສອນ​ໄຟ​ທີ່​ໃຊ້​ເຊື້ອ​ໄຟ​ແຂງ ຊຶ່ງ​ສາ​ມາດ​ອະ​ນຸ​ຍາດ​ໃຫ້​ມີ​ການ​ຕິດ​ຕັ້ງ​ລູກ​ສອນ​ໄຟ​ໄດ້​ໄວ​ຂຶ້ນກວ່າ​ເກົ່າ​ ໃນ​ລະ​ຫວ່າງ​ທີ່​ເກີດ​ສົງ​ຄາມ.

ອົງ​ການ​ຂ່າວ KCNA ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ ກ່າວ​ວ່າ “ການ​ຍິງ​ທົດ​ລອງ​ແມ່ນ​ຂັ້ນ​ຕອນ​ທີ່ຈຳ​ເປັນ ແນ​ໃສ່​ເພື່ອ​ການ​ພັດ​ທະ​ນາ​ເພີ້ມ​ຕື່ມ​ກຳ​ລັງ​ຍຸດ​ທະ​ສາດ​ນິວ​ເຄ​ລຍ​ຂອງ​ສາ​ທາ​ລະ​ນະ​ລັດ ແລະໃນ​ເວ​ລາ​ດຽວ​ກັນ ກໍ​ຮັບ​ໜ້າ​ທີ່​ເປັນ​ການ​ເຕືອນ​ໃນ​ພາກ​ໂຕ​ຈິງ” ທີ່​ພວກ​ສັດ​ຕູ​ທັງ​ຫຼາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG