ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ທົດລອງລູກສອນໄຟ ຄັ້ງທີ 4 ໃນເດືອນກັນຍາ


ລູກສອນໄຟຕໍ່ຕ້ານເຮືອບິນທີ່ຖືກພັດທະນາຂຶ້ນມາໃໝ່ໆ ບິນຂຶ້ນທ້ອງຟ້າ ໃນລະຫວ່າງການທົດລອງ ໂດຍສະຖາບັນວິທະຍາສາດການປ້ອງກັນປະເທດ ໃນຮູບທີ່ຖືກເປີດເຜີຍໃນວັນທີ 1 ຕຸລາ 2021 ໂດຍອົງການຂ່າວສູນກາງ ເກົາຫຼີ.
ລູກສອນໄຟຕໍ່ຕ້ານເຮືອບິນທີ່ຖືກພັດທະນາຂຶ້ນມາໃໝ່ໆ ບິນຂຶ້ນທ້ອງຟ້າ ໃນລະຫວ່າງການທົດລອງ ໂດຍສະຖາບັນວິທະຍາສາດການປ້ອງກັນປະເທດ ໃນຮູບທີ່ຖືກເປີດເຜີຍໃນວັນທີ 1 ຕຸລາ 2021 ໂດຍອົງການຂ່າວສູນກາງ ເກົາຫຼີ.

ເກົາຫຼີເໜືອ ໄດ້ຍິງລູກສອນໄຟຕໍ່ຕ້ານເຮືອບິນ, ເຊິ່ງເປັນການຍິງຄັ້ງທີ 4 ຂອງເຂົາເຈົ້າໃນເດືອນກັນຍາ ໂດຍນຳໃຊ້ເທັກໂນໂລຈີໃໝ່, ອີງຕາມການລາຍງານຂອງສື່ມວນຊົນລັດຖະບານຂອງປະເທດດັ່ງກ່າວ.

ອົງການຂ່າວສູນກາງ ເກົາຫຼີ ໄດ້ລົງຮູບໃບນຶ່ງຂອງ “ລູກສອນໄຟຕໍ່ຕ້ານເຮືອບິນທີ່ຖືກພັດທະນາຂຶ້ນໃໝ່,” ທີ່ຖືກຍິງໃນວັນພະຫັດວານນີ້ດ້ວຍການໃຊ້ລົດຍິງເຄື່ອນທີ່ຈາກສະຖານທີ່ໆບໍ່ໄດ້ປະກາດ.

ບັນດານັກວິເຄາະເວົ້າວ່າການທົດລອງດັ່ງກ່າວປາກົດວ່າຈະເປັນຕົວຢ່າງຂອງ ການພັດທະນາຂະໜາດນ້ອຍ ແຕ່ເປັນສ່ວນນຶ່ງຂອງແຜນຍຸດທະສາດທີ່ກວ້າງກວ່າຂອງ ເກົາຫຼີເໜືອ ກ່ຽວກັບ ການພັດທະນາຢ່າງວ່ອງໄວ ແລະ ການໂອ້ອວດລູກສອນໄຟຂອງເຂົາເຈົ້າ.

ທ່ານ ອານກິດ ປານດາ, ຜູ້ຊ່ຽວຊານດ້ານນະໂຍບາຍນິວເຄລຍຢູ່ອົງການກິດ ຈະການເພື່ອສັນຕິ ພາບສາກົນ ຄາເນກີ ໄດ້ກ່າວວ່າ “ມັນປາກົດວ່າເຂົາເຈົ້າໄດ້ສະເໜີວ່ານີ້ແມ່ນມີຄວາມສາມາດກວ່າລູກສອນໄຟ (ປົນແກ-5) ທີ່ຍິງຈາກພື້ນດິນສູ່ອາກາດ, ເຊິ່ງແມ່ນລູກສອນໄຟຕໍ່ຕ້ານເຮືອບິນທີ່ “ສັບສົນໜ້ອຍນຶ່ງ.”

ເກົາຫຼີເໜືອ ໄດ້ປະກາດວ່າລູກສອນໄຟ ປົນແກ-5 ມີຄວາມສາມາດນຳມາປະຕິບັດການໄດ້ໃນປີ 2017, ຫຼັງຈາກໄດ້ປັບປຸງສິ່ງທີ່ສື່ມວນຊົນລັດຖະບານໄດ້ອະທິບາຍວ່າເປັນ “ຂໍ້ບົກຜ່ອງບາງຢ່າງ.” ລູກສອນໄຟທີ່ວ່ານັ້ນມີເຈຕະນາທີ່ຈະສ້າງຄວາມທ້າທາຍສຳລັບເຮືອບິນຂອງ ເກົາຫຼີໃຕ້ ແລະ ສະຫະລັດ ໃນລະຫວ່າງສົງຄາມສົມມຸດຖານ.

ສື່ມວນຊົນລັດຖະບານໄດ້ສະໜອງຂໍ້ມູນໜ້ອຍຫຼາຍ ກ່ຽວກັບ ການທົດລອງຄັ້ງຫຼ້າສຸດນັ້ນ, ເຊິ່ງໄດ້ເກີດຂຶ້ນໃນວັນສຸດທ້າຍທີ່ຫຍຸ້ງຍາກສັບສົນຫຼາຍຂອງເດືອນ ໃນການຍິງຈະຫຼວດ ເກົາຫຼີເໜືອ.

ການທົດລອງຂອງ ເກົາຫຼີເໜືອ ໃນເດືອນກັນຍາທີ່ຜ່ານມາຍັງປະກອບມີການທົດລອງລູກສອນໄຟນຳວິຖີໄລຍະໄກ, ລູກສອນໄຟຂີປະນາວຸດໄລຍະສັ້ນທີ່ຖືກຍິງຈາກຖານລົດໄຟໃໝ່, ແລະ ລູກສອນໄຟຄວາມໄວເໜືອສຽງຊະນິດໃໝ່.

ການທົດລອງສ່ວນໃຫຍ່ແມ່ນໄດ້ແນເປົ້າເຮັດໃຫ້ລູກສອນໄຟໄລຍະໄກ້ຂອງ ເກົາຫຼີເໜືອ ຍາກທີ່ຈະຈັບ ແລະ ສະກັດໄດ້. ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ລະບຸວ່າທ່ານອາດຈະສືບຕໍ່ທົດລອງລູກສອນໄຟໄລຍະໄກ, ເຊິ່ງບໍ່ໄດ້ເກີດຂຶ້ນນັບຕັ້ງແຕ່ປີ 2017.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG