ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອກ່າວວ່າ ໄດ້​ຍິງລູກສອນໄຟ ໄວກວ່າສຽງ ເພື່ອ​ຕ້ອນ​ຮັບ​ປີ​ໃໝ່


ຄົນຍ່າງຢູ່ເທິງຖະໜົນ ຍ່າງຜ່ານໜ້າຈໍທີ່ສະແດງໃຫ້ເຫັນແຜນທີ່ ຫຼັງຈາກເກົາຫຼີເໜືອຍິງລູກສອນໄຟອອກສູ່ທະເລ ນອກຊາຍຝັ່ງຕາເວັນອອກ, ອີງຕາມລາຍງານຂອງເກົາຫຼີໃຕ້ ແລະຍີປຸ່ນ ໃນລະຫວ່າງ​ລາຍ​ການ​ຂ່າວ, ​ທີ່ເຂດ ອາກິຮາບາຣາ ໃນໂຕກຽວ, ວັນທີ 5 ມັງກອນ 2022.
ຄົນຍ່າງຢູ່ເທິງຖະໜົນ ຍ່າງຜ່ານໜ້າຈໍທີ່ສະແດງໃຫ້ເຫັນແຜນທີ່ ຫຼັງຈາກເກົາຫຼີເໜືອຍິງລູກສອນໄຟອອກສູ່ທະເລ ນອກຊາຍຝັ່ງຕາເວັນອອກ, ອີງຕາມລາຍງານຂອງເກົາຫຼີໃຕ້ ແລະຍີປຸ່ນ ໃນລະຫວ່າງ​ລາຍ​ການ​ຂ່າວ, ​ທີ່ເຂດ ອາກິຮາບາຣາ ໃນໂຕກຽວ, ວັນທີ 5 ມັງກອນ 2022.

ສື່ມວນ​ຊົນ​ຂອງທາງການເກົາຫຼີເໜືອໄດ້ເປີດເຜີຍໃນວັນພະຫັດມື້ນີ້ວ່າ ການຍິງລູກສອນໄຟຄັ້ງຫຼ້າສຸດຂອງເກົາຫຼີເໜືອ ກ່ຽວຂ້ອງກັບລູກສອນໄຟທີ່ມີຄວາມໄວກວ່າ​ສຽງ, ເຊິ່ງເປັນການທົດລອງ​ຄັ້ງຫຼ້າສຸດດ້ວຍອາວຸດທີ່ທັນສະໄໝ ໂດຍມີຈຸດປະສົງເພື່ອ​ຫລົບຫຼີກລະບົບປ້ອງກັນລູກສອນໄຟຂອງສະຫະລັດ ແລະບັນດາພັນທະມິດຂອງພວກເຂົາເຈົ້າ.

ອົງການຂ່າວທາງການຂອງເກົາຫຼີເໜືອ ຫຼື KCNA ໄດ້ເປີດເຜີຍຮູບພາບຂອງລູກສອນໄຟທີ່ຍິງອອກມາຈາກເຄື່ອງຍິງເຄື່ອນທີ່ ອັນເຕັມໄປດ້ວຍແປວ ທີ່ລຸກເປັນໄຟ ຢູ່ໃນບໍລິເວນພື້ນທີ່ຂອງໜ່ວຍພູ ທີ່ປົກຄຸມໄປດ້ວຍຫິມະ.

ລາຍງານໄດ້ລະບຸວ່າ ລູກສອນໄຟດັ່ງກ່າວມີຈຸດເດັ່ນທີ່ເປັນຍານພາຫະນະແບບ​ເຄື່ອງ​ເວີ່ນໄວກວ່າ​ສຽງ ອັນສາມາດແຍກອອກໄດ້ ຫຼື HGV ທີ່ຕິດຢູ່ເທິງຍອດຂອງ​ຈະ​ຫຼວດແລະສາມາດ​ແຍກອອກຈາກກັນກ່ອນທີ່ມັນຈະເຄື່ອນໄປຮອດຈຸດເປົ້າໝາຍຂອງມັນ, ອັນໄດ້ເຮັດໃຫ້ຍາກຂຶ້ນຕື່ມ ໃນການສະກັດກັ້ນມັນໄດ້.

ທາງອົງການຂ່າວ KCNA ກ່າວວ່າ “ຫຼັງຈາກໄດ້ແຍກອອກໄປແລ້ວ, ລູກສອນໄຟດັ່ງກ່າວໄດ້ເຄື່ອນທີ່ໄປ 120 ກິໂລແມັດ ໃນໄລຍະທາງການບິນເວີ່ນ ຂອງຫົວລະເບີດແບບຄວາມໄວກວ່າ ຈາກຖານຍິງໃນເບື້ອງຕົ້ນໃນທາງນອນ ໄປຫາເປົ້າໝາຍເປັນທາງນອນ ແລະໄປຕໍາໃສ່ເປົ້າໝາຍຢ່າງຖືກຕ້ອງຕາມທີ່ຕັ້ງໄວ້ໃນໄລຍະ 700 ກິໂລແມັດ ຫ່າງອອກໄປ.”

ເກົາຫຼີໃຕ້ ແລະຍີປຸ່ນໄດ້ລາຍງານໃນມື້ວັນພຸດວານນີ້ວ່າ ເກົາຫຼີເໜືອໄດ້ດໍາເນີນການຍິງທົດລອງລູກສອນໄຟຂີປະນາວຸດ. ເຈົ້າໜ້າທີ່ທາງການຂອງຍີປຸ່ນໄດ້ປະເມີນວ່າ ລູກສອນໄຟດັ່ງກ່າວບິນເປັນໄລຍະທາງ 500 ກິໂລແມັດ. ນັກວິເຄາະກ່າວວ່າ ຄວາມແຕກຕ່າງກັນນັ້ນ ອາດຈະເປັນຍ້ອນການ “​ບິນຂຶ້ນ” ດ້ວຍການ​ຂັບ​ເຄື່ອນທີ່ຊັບຊ້ອນຂອງລູກສອນໄຟ ໃນການບິນດັ່ງກ່າວ.

ຜູ້ຊ່ຽວຊານດ້ານການປ້ອງກັນ​ປະ​ເທດ ກ່າວວ່າ ການພັດທະນາ HGV ຂອງເກົາຫຼີເໜືອເປັນຫຼັກຖານຫຼ້າສຸດທີ່ພະຍາຍາມຈະເຈາະຜ່ານລະບົບປ້ອງກັນລູກສອນໄຟຂອງສະຫະລັດ, ທັງໃນຂົງເຂດເອເຊຍຕາເວັນອອກສຽງເໜືອ ແລະແຜ່ນດິນໃຫຍ່ຂອງສະຫະລັດ.

ເຊັ່ນດຽວກັບລູກສອນໄຟຂີປະນາວຸດສ່ວນຫຼາຍ, HGV ບິນດ້ວຍຄວາມ​ໄວ​ກວ່າ
ສຽງ 5 ເທົ່າ. ແຕ່ວ່າ ໃນທາງທິດສະດີແລ້ວ HGV ແມ່ນຍາກ​ທີ່​ຈະ​ຈັບ ​ຫລືສະກັດກັ້ນໄດ້ຍາກກວ່າ, ເນື່ອງຈາກວ່າ ພວກມັນສາມາດບິນ ໃນລະດັບຄວາມ ຕໍ່າ ແລະສາ​ມາດ​ປັບ​ປ່ຽນ​ລະ​ດັບໃນ​ລະ​ຫວ່າງການບິນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG