ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ເໜືອ ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຊຶ່ງ​ເປັນ​ການ​ທົດ​ລອງ​ເທື່ອ​ທຳ​ອິດ ​ແຕ່​ປີ​ໃໝ່​ມາ


ແຟ້ມ​ຮູບ - ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ເບິ່ງ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຢູ່​ສະ​ຖານ​ທີ່​ແຫ່ງ​ນຶ່ງ​ໃນ​ເກົາ​ຫຼີ​ເໜືອ ເມື່ອ​ວັນ​ທີ 31 ກໍ​ລະ​ກົດ ປີ 2019 ຊຶ່ງ​ເປັນ​ຮູບ​ທີ່​ໄດ້​ມາ​ຈາກ​ໂທ​ລະ​ພາບ KCTV ຂອງ​ເກົາ​ຫຼີ​ເໜືອ.
ແຟ້ມ​ຮູບ - ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ເບິ່ງ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຢູ່​ສະ​ຖານ​ທີ່​ແຫ່ງ​ນຶ່ງ​ໃນ​ເກົາ​ຫຼີ​ເໜືອ ເມື່ອ​ວັນ​ທີ 31 ກໍ​ລະ​ກົດ ປີ 2019 ຊຶ່ງ​ເປັນ​ຮູບ​ທີ່​ໄດ້​ມາ​ຈາກ​ໂທ​ລະ​ພາບ KCTV ຂອງ​ເກົາ​ຫຼີ​ເໜືອ.

ເກົາ​ຫຼີ​ເໜືອ​ໄດ້​ຍິງ​ໃນ​ອັນ​ທີ່​ສົງ​ໄສວ່າ​ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ໃນ​ວັນ​ພຸດມື້ນີ້ ອີງ​ຕາມ​ລາຍ​ງານ​ຂອງ​ເກົາ​ຫຼີ​ໃຕ້ແລະ​ຍີ່​ປຸ່ນ ຊຶ່ງ​ເປັນ​ການ​ທົດ​ລອງ​ອາ​ວຸ​ດ​ເທື່ອ​ທຳອິດ​ຂອງ​ພຽງ​ຢາງ ເລີ້ມ​ແຕ່​ປີ​ໃໝ່​ມາ.

ເກົາ​ຫຼີ​ເໜືອ​ໄດ້​ຍິງ ​ໃນ​ອັນ​ທີ່​ປາ​ກົດ​ວ່າ ​ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸ​ດ​ລູກ​ນຶ່ງ ​ຈາກ​ເຂດທີ່​ເລິກ​ເຂົ້າ​ໄປ​ໃນ​ປະ​ເທດ ໄປ​ຍັງ​ທະ​ເລ​ຕາ​ເວັນ​ອອກ ນັ້ນ​ຄື​ຄຳ​ຖະ​ແຫຼງ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້. ລູກ​ສອນ​ໄຟ​ດັ່ງ​ກ່າວໄດ້​ບິນ​ໄປ​ໄກ​ປະ​ມານ 500 ກິ​ໂລ​ແມັດ​ອີງຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຍີ​ປຸ່ນ ທ່ານ​ໂນ​ບູ​ໂອະ ກິ​ສ​ຊິ.

ໃນ​ເວ​ລານີ້ ຍັງ​ບໍ່​ໄດ້​ຮັບ​ລາຍ​ລະ​ອຽດ​ຫຍັງ​ເພີ້ມ​ຕື່ມ​ເທື່ອ. ເກົາ​ຫຼີ​ເໜືອ​ມັກ​ຈະ​ປະ​ກາດ​ ກ່ຽວ​ກັບ​ການ​ຍິງ​ທົດ​ລອງ​ຂອງ​ຕົນຜ່ານ​ທາງ​ໜັງ​ສື​ພິມ​ຂອງ​ລັດ​ຖະ​ບານ​ໃນ ​ມື້​ຕໍ່​ມາ.

ນີ້​ແມ່ນ​ການ​ທົດ​ລອງ​ເທື່ອ​ທຳ​ອິດ​ຂອງ​ເກົາ​ຫຼີ​ເໜືອນັບ​ແຕ່​ເດືອນ​ຕຸ​ລາ​ປີ​ກາຍນີ້​ເປັນຕົ້ນ​ມາເວ​ລາ​ເກົາ​ຫຼີ​ເໜືອ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຈາກ​ເຮືອ​ດຳ​ນ້ຳ. ເກົາ​ຫຼີ​ເໜືອ​ມັກ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້ ນັບ​ແຕ່​ກາງ​ປີ 2019 ເປັນ​ຕົ້ນ​ມາ ບໍ່​ດົນ​ລຸນ​ຫຼັງ​ທີ່​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ ລະ​ຫວ່າງ​ທ່ານ​ກິມ​ແລະ​ອະດີດ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ແຕກ​ຫັກ​ລົງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ທ່ານ​ຟູ​ມີ​ໂອະ ກິ​ສ​ຊິ​ດະ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ການ​ຍິງ​ດັ່ງ​ກ່າວແມ່ນ​ເປັນ​ທີ່ “​ໜ້າ​ເສຍ​ໃຈ​ແທ້ໆ.” ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ເກົາ​ຫຼີ​ໃຕ້ ຊຶ່ງ​ໄດ້​ເປີດ​ປະ​ຊຸມ​ສຸກ​ເສີນ ກໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ແລະ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ຈໍາເປັນ ທີ່​ຈະ​ຕ້ອງ​ໄດ້ມີ​ການ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກັບ​ເກົາ​ຫຼີ​ເໜືອ​ຄືນ​ໃໝ່.

ການ​ທົດ​ລອງນີ້​ມີ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ມື້​ຫຼັງ​ຈາກ​ທ່ານ​ກິມ ໄດ້​ກ່າວ​ຄຳ​ປາ​ໄສ​ທ້າຍ​ປີ​ທີ່​ໄດ້​ໃຫ້​ຮ່ອງ​ຮອຍ​ບາງ​ຢ່າງ ກ່ຽວ​ກັບ​ທິດ​ທາງ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງ​ເກົາ​ຫຼີ​ເໜືອ​ສຳ​ລັບ​ປີນີ້. ເຖິງ​ແມ່ນ​ທ່ານ​ກິມສ່ວນ​ໃຫຍ່​ແລ້ວ ໄດ້​ແນ​ໃສ່​ແຜນ​ການ​ລິ​ເລີ້ມ​ເພື່ອ​ໃຫ້​ເສດ​ຖະ​ກິດ​ຟື້ນ​ໂຕ​ຄືນ​ ແຕ່​ທ່ານ​ກໍ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ສືບ​ຕໍ່​ເສີມຂະ​ຫຍາຍ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ເພື່ອ​ຮັບ​ມື​ກັບສະ​ຖາ​ນະ​ການ “ທີ່​ບໍ່​ມີ​ຄວາມທຸ່ນ​ທ່ຽງ” ຂອງ​ລະ​ຫວ່າງ​ປະ​ເທດ.

ການ​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ແມ່ນ​ເທົ່າ​ກັບ​ເປັນ​ການ “​ໃຫ້​ສັນ​ຍານ​ທີ່​ຈະ​ເລີ້ມ​ຄືນ” ໃນ​ການ​ທ້າ​ທາຍ​ຂອງ​ທ່ານກິມ ນັ້ນ​ຄື​ຄຳ​ເວົ້າ​ທີ່​ທ່ານ​ຈີນ ລີ (Jean Lee) ​ນັກ​ວິ​ເຄາະ​ອະ​ວຸ​ໂສ​ທີ່​ສູນ​ກາງວິ​ລ​ສັນ ຊຶ່ງ​ເປັນ​ອົງ​ການ​ຄົ້ນ​ຄວ້າ​ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ໃນນະ​ຄອນ​ຫຼວງວໍ​ຊິງ​ຕັນ ຂ​ຽນ​ລົງ​ໃນ​ທວີດ​ເຕີ້​ຂອງ​ທ່ານ.

ແຕ່​ແນວ​ໃດ​ກໍ​ຕາມ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່​າ ທ່ານ​ກິມ​ມີ​ຄວາມ​ເຕັມ​ໃຈ​ທີ່​ຈະ​ທຳ​ການ​ທ້າ​ທາຍ​ຂະ​ໜາດ​ໃດ. ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ ເກົາ​ຫຼີ​ເໜືອ​ຫຼີກລ່ຽງ​ຈາກ​ການ​ທົດ​ລອງ​ລູກ​ສອນ​ໄຟ​ໄລ​ຍະ​ໄກ ຫຼື​ທຳ​ການ​ທົດ​ລອງ​ນິວ​ເຄ​ລຍ ຊຶ່ງອາດ​ຈະ​ໄດ້​ຮັບ​ການ​ຕອບ​ໂຕ້​ຢ່າງ​ໜັກ​ຈາກ​ສະ​ຫະ​ລັດ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັ​ນ​ພາ​ສາ​ອັງ​ກິດ

XS
SM
MD
LG