ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Jang Song Thaek ອາວຂອງຜູ້ນໍາເກົາຫລີເໜືອ ຖືກປົດຈາກຕໍາແໜ່ງ


ທ່ານ Jang Song Thaek ອາວ ຂອງຈອມຜະ​ເດັດ​ການ Kim Jong Un ​ຖືກປົດຕໍາແໜ່ງ ແລະຂັບໄລ່ອອກຈາກໜ້າທີ່.​
ທ່ານ Jang Song Thaek ອາວ ຂອງຈອມຜະ​ເດັດ​ການ Kim Jong Un ​ຖືກປົດຕໍາແໜ່ງ ແລະຂັບໄລ່ອອກຈາກໜ້າທີ່.​
ເກົາຫລີ​ເໜືອ ​ໄດ້​ຢືນຢັນ​ຂ່າວການປົດ ທ່ານ Jang Song Thaek
ອາວ ຂອງຈອມຜະ​ເດັດ​ການ Kim Jong Un ​ແລະ​ກໍ​ເປັນບຸກ​ຄົນ
​ທີ່​ມີ​ອໍານາດ​ສູງ​ສຸດ​ອັນ​ດັບສອງ ຢູ່​ໃນ​ອໍານາດປົກຄອງນັ້ນ.

ສູນ​ກາງຂ່າວ​ທາງ​ການ​ຂອງ​ເກົາຫລີ​ເໜືອ ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ
ທ່ານ Jang ​ໄດ້​ຖືກ​ໄລ່​ອອກ ​ໃນ​ຖານ​ໄດ້ກະທໍາ​ຄວາມ​ຜິດ​ຢ່າງ​ຕໍ່​
ເນື່ອງ ຮ່ວມ​ທັງ​ສໍ້​ລາດ​ບັງ​ຫລວງ ຫລີ້ນ​ສາວ ​ແລະໃຊ້ຢາ​ເສບ​ຕິດ.

ບັດ​ນີ້ ຜູ້​ນໍາ​ໜຸ່ມເກົາຫລີ​ເໜືອ ​ແມ່ນຈະ​ປົກຄອງປະ​ເທດ ໂດຍປາດ​ສະ​ຈາກຜູ້​ເປັນ​ອາວ ​ທີ່ຖືກ​ເບິ່ງ​ເຫັນ​ມາ​ດົນ​ນານວ່າ ​ເປັນ​ທີ່​ປຶກສາ​ໃຫ້​ແກ່ Kim Jong Un ​ໃນ​ຂະນະ​ທີ່ ຜູ້​ນໍາ​ເກົາຫລີ​ເໜືອ ຮວບ​ຮວມອໍານາດ ຫລັງ​ຈາກ​ການ​ມໍລະນະ​ກໍາຂອງບິດາ ທ່ານ Kim Jong II ​ເມື່ອ​ສອງ​ປີ​ກ່ອນ.

ທ່ານ Jang ​ເປັນ​ສາມີ​ຂອງ Kim Kyong Hui ນ້ອງ​ສາວ​ຂອງ​ທ່ານ Kim Jong II​.

ການ​ຕັດສິນ​ໃຈ​ປົດ​ ທ່ານ Jang ອອກ​ຈາກ​ຕໍາ​ແໜ່​ງ​ແລະ​ໜ້າ​ທີ່​ການ ທັງ​ໝົດ ​ແລະ​ຂັບ​ໄລ່
ທ່ານອອກ​ຈາກພັກ​ກໍາມະກອນ ​ໄດ້​ມີ​ຂື້ນ​ຢູ່​ໃນ​ກອງ​ປະຊຸມ​ໃນ​ວັນ​ອາທິດວານ​ນີ້ ຂອງຄະນະ
ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ.
XS
SM
MD
LG