ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ປິ​ດ​ສະ​ຖານ​ທູດ​ສີ່​ແຫ່ງ, ຊີ້​ໃຫ້​ເຫັນ​ບັນ​ຫາ​ທາງດ້ານ​ເສດ​ຖະ​ກິດ


ສະ​ມາ​ຊິກ​ຂອງ​ສະ​ຖານ​ທູດ​ ເກົາຫຼີ​ເໜືອ ຢືນ​ຍາມ​ຢູ່ນອກ​ຕຶກ​ສະ​ຖານ​ທູດ​ໃນ​ນະ​ຄອນຫຼວງ ມາດ​ຣິດ, ສ​ເປນ, 13 ມີ​ນາ 2019.
ສະ​ມາ​ຊິກ​ຂອງ​ສະ​ຖານ​ທູດ​ ເກົາຫຼີ​ເໜືອ ຢືນ​ຍາມ​ຢູ່ນອກ​ຕຶກ​ສະ​ຖານ​ທູດ​ໃນ​ນະ​ຄອນຫຼວງ ມາດ​ຣິດ, ສ​ເປນ, 13 ມີ​ນາ 2019.

ເກົາຫຼີ​ເໜືອ ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ປິດ​ສະ​ຖານ​ທູດ​ ​ຢ່າງ​ໜ້ອຍ 4 ແຫ່ງ​ຢູ່​ທົ່ວ​ໂລກ, ເຊິ່ງ​ແມ່ນ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່ ​ທີ່​ບັນ​ດາ​ນັກ​ສັງ​ເກດ​ການ​ບາງ​ຄົນ​ເວົ້າ​ວ່າ ​ອາດ​ລະ​ບຸ​ໃຫ້​ເຫັນ​ສິ່ງ​ທ້າ​ທາຍ​ທາງ​ເສດ​ຖະ​ກິດ​ທີ່​ຮ້າຍ​ແຮງ.

ອີງ​ຕາມ​ລາຍ​ງານ​ຂອງ​ສື່ມວນ​ຊົນຫຼາຍ​ຄັ້ງ ​ທີ່​ໄດ້​ເລີ່ມ​ປາ​ກົດ​ຂຶ້ນ​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ, ເກົາຫຼີ​ເໜືອ ຈະ​ປິດ​ສະ​ຖານ​ທູດ​ຂອງ​ເຂົາ​ເຈົ້າ​ໃນ​ປະ​ເທດ ອູ​ການ​ດາ, ອັງ​ໂກ​ລາ ແລະ ສ​ະເປນ, ພ້ອມ​ກັບ​ສະ​ຖານ​ກົງ​ສຸນ​ໃນ​ເກາະ ຮົ່ງ​ກົງ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ເກົາຫຼີ​ເໜືອ ໄດ້​ຢືນ​ຢັນ​ຈຳ​ນວນ​ຂອງ​ການ​ປິດ​ທີ່ບໍ່​ໄດ້​ຖືກ​ເປີດ​ເຜີຍ​ດັ່ງ​ກ່າວ, ໂດຍ​ອ້າງ​ເຖິງ “ການ​ປ່ຽນ​ແປງ​ໃນ​ສະ​ພາບ​ແວດ​ລ້ອມ​ສາ​ກົນ ແລະ ນະ​ໂຍ​ບາຍ​ພາຍນອກ​ຂອງ​ລັດ​.”

ຖະ​ແຫຼງ​ການ​ໃນ​ເວັບ​ໄຊ້​ຂອງ​ກະ​ຊວງ​ໄດ້​ກ່າວ​ວ່າ “ການ​ດຳ​ເນີນ​ການ​ຍົກ​ຍ້າຍ ແລະ ກາ​ປະ​ຕິ​ບັດ​ການຂອງ​ກຳ​ລັງ​ທູດ​ຂອງ​ລັດ ແມ່ນ​ສ່ວນ​ນຶ່ງ​ຂອງ​ກິດ​ຈະ​ກາ​ນ​ປົກ​ກະ​ຕິ​ທີ່​ຖືກ​ດຳ​ເນີນ​ໂດຍ​ລັດ​ທີ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ ດ້ວຍ​ທັດ​ສະ​ນະ​ຄະ​ຕິ​ເພື່ອ​ສົ່ງ​ເສີມ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ເຂົາ​ເຈົ້າ​ໃນ​ການ​ພົວ​ພັນ​ກັບ​ພາຍນອກ.”

ຖະ​ແຫຼງ​ການ​ຂອງ ເກົາຫຼີ​ເໜືອ ຍັງ​ໄດ້​ກ່າວ​ວ່າ​ ສະ​ຖານ​ທູດ​ແຫ່ງ​ໃໝ່​ຈະ​ໄດ້​ໄຂ​ຂຶ້ນ ແຕ່ບໍ່​ໄດ້​ສະ​ໜອງ​ລາຍ​ລະ​ອຽດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG