ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນ້ອງ​ສາວ​ ຂອງຜູ້ນຳ ​ເກົາຫຼີ​ເໜືອ ທ່ານ​ Kim Jong Un ເຂົ້າຮັບຕຳແໜ່ງ ໃນພັກ ​


ທ່ານ Kim Jong il ຜູ້ນຳ​ເກົາຫຼີ
ທ່ານ Kim Jong il ຜູ້ນຳ​ເກົາຫຼີ

ນ້ອງສາວຂອງຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ໄດ້ຖືກ
ແຕ່ງຕັ້ງໃຫ້ເຂົ້າກຳຕຳ ແໜ່ງອະວຸໂສໃນຄະນະພັກຄົນງານ
ຫຼື ພັກ Worker’s Party ຊຶ່ງເປັນການຢືນຢັນຕໍ່ ຂ່າວລື ກ່ຽວກັບ
ບົດບາດຂອງທ່ານນາງ ໃນລັດຖະບານ.

ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ ລາຍງານໃນ
ວັນພະຫັດມື້ນີ້ໂດຍລະບຸທ່ານນາງ Kim Yo Jong ເປັນຮອງ
ຜູ້ອຳນວຍການ ໃນຄະນະກຳມາການກາງຂອງພັກຄົນງານເກົາ
ຫຼີ ຊຶ່ງເປັນພັກການເມືອງພຽງພັກດຽວໃນປະເທດຄອບມຸຍນີສ
ແຫ່ງນີ້.

ທ່ານນາງ Kim Yo Jong ຜູ້ຊຶ່ງຄິດວ່າຢູ່ໃນໄວ 26 ຫຼື 27 ປີໄດ້ປາກົດຕົວຢູ່ໃນລາຍງານສື່
ມວນຊົນຂອງສະຖານນີອື່ນຂອງລັດ ຄຽງຂ້າງກັບອ້າຍຂອງທ່ານນາງ ຊຶ່ງເຮັດໃຫ້ມີການ
ກ່າວເຖິງຕຳແໜ່ງຂອງທ່ານນາງ ແຕ່ຈົນເທົ່າເຖິງປະຈຸບັນນີ້ ຍັງບໍ່ທັນໄດ້ຮັບຕຳແໜ່ງຫຍັງ
ເທື່ອ.

ທ່ານນາງແມ່ນເປັນພຽງສະມາຊິກອີກຄົນດຽວຂອງຄອບຄົວ Kim ທີ່ເປັນທີ່ຮູ້ກັນຢ່າງເປັນ
ທາງການວ່າ ທີ່ໄດ້ເຂົ້າກຳຕຳແໜ່ງໃນຄະນະຜູ້ນຳ.

ພວກນັກສັງເກດການບາງຄົນ ກ່າວວ່າ ຕຳແໜ່ງຂອງທ່ານນາງອາດຈະຄ້າຍຄືກັນກັບ ທ່ານ Kim Kyong Hui ເອື້ອຍຂອງຜູ້ຊ່ອຍໃກ້ຊິດກັບມື້ລາງຜູ້ນຳ ທ່ານ Kim Jong Il.

ທ່ານ Kim Jong Un ຜູ້ເຊື່ອວ່າ ຢູ່ໃນໄວ 31 ທີ່ເປັນຮຸ້ນທີ 3 ຂອງຄອບຄົວຂອງທ່ານທີ່ນຳພາ
ປະເທດຊາດ ຫລັງຈາກການເຖິງແກ່ອະສັນຍະກຳຢ່າງກະທັນຫັນ ຂອງທ່ານ Kim Jong Il ໃນປີ 2011 ນັ້ນ.

XS
SM
MD
LG