ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາ​ຫຼີ​ເໜືອ ກ່າວ​ອ້າງເຖິງ​ຄວາມ​ກ້າວ​ໜ້າ ກ່ຽວ​ກັບ​ດາວ​ທຽມ​ສອດ​ແນມ ໂດຍ​ນຳ​ຮູບ​ພາບ​ ຂອງ​ໂຊ​ລ ແລະ​ອິນ​ຈອນ ອອກ​ມາ​ສະ​ແດງ


ຮູບ​ພາບ​ໃນ​ອັນ​ທີ່​ປາ​ກົດ​ວ່າ ເປັນ​ການ​ທົດ​ລອງ​ທີ່​ພົວ​ພັນ​ກັບ​ການ​ພັດ​ທະ​ນາ​ດາວ​ທຽມ​ສອດ​ແນມ ໃນ​ຮູບ​ພາບ​ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 19 ທັນ​ວາ 2022 ໂດຍ​ອົງ​ການ​ຂ່າວ​ສູນ​ກາງ ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ (KCNA).
ຮູບ​ພາບ​ໃນ​ອັນ​ທີ່​ປາ​ກົດ​ວ່າ ເປັນ​ການ​ທົດ​ລອງ​ທີ່​ພົວ​ພັນ​ກັບ​ການ​ພັດ​ທະ​ນາ​ດາວ​ທຽມ​ສອດ​ແນມ ໃນ​ຮູບ​ພາບ​ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 19 ທັນ​ວາ 2022 ໂດຍ​ອົງ​ການ​ຂ່າວ​ສູນ​ກາງ ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ (KCNA).

ເກົາ​ຫຼີ​ເໜືອກ່າວ​ອ້າງ​ໃນ​ວັນ​ຈັນ​ມື້ນີ້​ວ່າ ຕົນ​ໄດ້​ຖ່າຍ​ຮູບ​ທາງ​ດາວ​ທຽມ​ເອົາ​ນະ​ຄອນ​ຫຼວງ​ໂຊ​ລ ແລະ​ເມືອງ​ອິນ​ຈອນ ຂອງ​ເກົາ​ຫຼີ​ໃຕ້ ໃນ​ຂະ​ນະ​ທີ່​ສື່ມວນ​ຊົນຂອງ​ທາງ​ການໄດ້​ຄຸຍ​ໂມ້ ​ກ່ຽວ​ກັບ​ຄວາມ​ສຳ​ເລັດ​ໃນ​ການ​ພັດທະ​ນາ​ດາວ​ທຽມ​ສອດ​ແນມ​ທະ​ຫານ​ໜ່ວຍ​ທຳ​ອິດ​ຂອງ​ຕົນ.

ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ ຫຼື KCNA ໄດ້​ລາຍ​ງານ​ເຖິງ “ຄວາມ​ສຳ​ຄັນ​ໃນ​ການ​ທົດ​ລອງ​ຂັ້ນ​ສຸດ​ທ້າຍ” ທີ່​ພົວ​ພັນ​ກັບດາວ​ທຽມ​ຈຳ​ລອງທີ່ ເກົາ​ຫຼີ​ເໜືອ​ກ່າວ​ວ່າ ໄດ້​ຖືກ​ສົ່ງ​ຂຶ້ນ​ສູ່​ວົງ​ໂຄ​ຈອນ ​ຈາກ​ສະ​ຖາ​ນີ​ສົ່ງ​ດາວ​ທຽມ​ໂຊ​ແຮ (Sohae) ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ເກົາ​ຫຼີ​ເໜືອ.

ພ້ອມ​ກັບ​ຮູບ​ພາບ​ຂອງ​ການ​ຍິງ​ສົ່ງ ອົງ​ການ​ຂ່າວ KCNA ຍັງ​ໄດ້​ນຳອອກ​ເຜຍ​ແຜ່​ຮູບ​ພາບ​ຄຸນ​ນະ​ພາບ​ຕ່ຳ ຂາວ​ແລະ​ດຳ ຂອງ​ນະ​ຄອນ​ຫຼວງ​ໂຊ​ລ​ແລະ​ເມືອງ​ອິນ​ຈອນ ຊຶ່ງ​ຄາດ​ວ່າ​ໄດ້​ຖ່າຍ​ຈາກ​ດາວ​ທຽມ​ຈຳ​ລອງ​ໜ່ວຍນັ້ນ.

ການ​ທົດ​ລອງ​ດັ່ງ​ກ່າວ​ແມ່ນ​ໝາຍ​ຄວາມ​ວ່າ “ເພື່ອ​ຊັ່ງ​ຊາ​ເບິ່ງ​ຄວາມ​ສາ​ມາດ​ໃນ​ການ​ຖ່າຍ​ຮູບ​ຂອງ​ດາວ​ທຽມ ແລະ​ລະ​ບົບ​ສົ່ງ​ຂໍ້​ມູນຕະ​ຫຼອດ​ທັງ​ລະ​ບົບ​ຄວບ​ຄຸມ​ທາງ​ພາກ​ພື້ນ​ດິນ” ອົງ​ການ​ຂ່າວ KCNA ໄດ້​ກ່າວ.

ຮູບ​ພາບ​ໃນ​ອັນ​ທີ່​ປາ​ກົດ​ວ່າ ພົວ​ພັນ​ກັບ​ການ​ພັດ​ທະ​ນາ​ດາວ​ທຽມ​ສອດ​ແນມ ໃນ​ຮູບ​ທີ່​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ​ວັນ​ເວ​ລາ ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 19 ທັນ​ວາ 2022 ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ (KCNA).
ຮູບ​ພາບ​ໃນ​ອັນ​ທີ່​ປາ​ກົດ​ວ່າ ພົວ​ພັນ​ກັບ​ການ​ພັດ​ທະ​ນາ​ດາວ​ທຽມ​ສອດ​ແນມ ໃນ​ຮູບ​ທີ່​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ​ວັນ​ເວ​ລາ ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 19 ທັນ​ວາ 2022 ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ (KCNA).

ລາຍ​ງານ​ກ່າວ​ວ່າ ການ​ກະ​ກ​ຽມ​ສຳ​ລັບ​ດາວ​ທຽມ​ສອດ​ແນມ​ທະ​ຫານຈະ​ແລ້ວສຳ​ເລັ​ດ​ເສັດ​ສິ້ນ​ພາຍ​ໃນ​ເດືອນ​ເມ​ສາ ໂດຍ​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ອົງ​ການ​ຄຸ້​ມ​ຄອງ​ການ​ພັດ​ທະ​ນາ​ອະ​ວະ​ກາດ​ແຫ່ງ​ຊາດ​ຂອງ​ເກົາ​ຫຼີ​ເໜືອ.

ຜູ້​ນຳ​ຂອງ​ເກົາ​ຫຼື​ເໜືອ ກິມ ຈົງ ອຶນ ໃນ​ປີ​ກາຍນີ້ ໄດ້​ຮວມ​ເອົາ​ດາວ​ທຽມ​ສອດແນມທາງ​ທະ​ຫານ​ເຂົ້າ​ໄວ້​ໃນ​ບັນ​ຊີ​ລະ​ບົບ​ອາ​ວຸດ​ທີ່​ສຳ​ຄັນໆ ທີ່​ລາວ​ໄດ້​ວາງ​ແຜນ​ຈະ​ພັດ​ທະ​ນາ​ໃນ​ໄວໆ​ນີ້. ເມື່ອ​ຕົ້ນ​ປີນີ້ ເກົາ​ຫຼີ​ເໜືອ​ໄດ້​ທຳ​ການ​ທົດ​ລອງ​ສົ່ງ​ຫຼາຍ​ຄັ້ງ ໃນ​ອັນ​ທີ່​ເກົາ​ຫຼີ​ເໜືອ​ກ່າວ​ວ່າ ແມ່ນ​ແນ​ໃສ່​ເປົ້າ​ໝາຍ​ໃນ​ດ້ານນີ້.

ໃນ​ເດືອນ​ມີ​ນາ ທ່ານ​ກິມ ກ່າວ​ວ່າ ເກົາ​ຫຼີ​ເໜືອ​ມີ​ແຜນ​ທີ່​ຈະ​ສົ່ງ​ດາວ​ທຽມ​ສອດ​ແນມ “ຈຳ​ນວນ​ຫຼວງ​ຫຼາຍ” ຂຶ້ນ​ສູ່​ວົງ​ໂຄ​ຈອນ ເພື່ອ​ສະ​ໜອງ “ຂໍ້​ມູນ​ໃນ​ເວ​ລາຈິງ” ຕໍ່​ອັນ​ທີ່​ເກົາ​ຫຼີ​ເໜືອ​ເອີ້ນ​ວ່າ “ທະ​ຫານ​ຮຸກ​ຮານ” ຈາກ​ສະ​ຫະ​ລັດ​ ແລະ​ພັນ​ທະ​ມິດ​ຢູ່​ໃນ​ຂົງ​ເຂ​ດ.

ຄວາມ​ສຳ​ຄັນ​ທາງ​ດ້ານ​ການ​ທະ​ຫານ​ຈາກ​ການ​ພັ​ດ​ທະ​ນາ​ດັ່ງ​ກ່າວ​ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ. ເກົາ​ຫຼີ​ເໜືອ​ບໍ່​ໄດ້​ເປີດ​ເຜີຍ​ວ່າ ມີ​ດາວ​ທຽມ​ສອດ​ແນມ​ຈັກ​ໜ່ວຍ​ທີ່​ຕົນ​ຕັ້ງ​ໃຈ​ຈະ​ສົ່ງ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ພ້ອມໆ​ກັນ​ນັ້ນ. ພວກ​ນັກ​ວິ​ເຄາະ​ກໍ​ຍັງ​ບໍ່​ທັນ​ເປັນ​ທີ່​ແນ່​ໃຈ​ເທື່ອ​ ກ່ຽວ​ກັບ​ຄຸນ​ນະ​ພາບ​ຂອງ​ຮູບ​ທີ່​ດາ​ວ​ທຽມ​ເຫຼົ່າ​ນັ້ນ​ຈະ​ສະ​ໜອງ ແຕ່​ກໍ​ກ່າວ​ວ່າ ອາດ​ຈະ​ນຳ​ໃຊ້​ເພື່ອ​ການ​ໂຄ​ສະ​ນາ​ຊວນ​ເຊື່ອສຳ​ລັບພາຍ​ໃນ​ປະ​ເທດ​ກ່ຽວກັບ​ໂຄງ​ການ​ດາວ​ທຽມ​ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG