ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ສົ່ງທູດພິເສດ ທີ່ເປັນ ນາຍທະຫານ ໄປຈີນ


ຊາຍຊາວເກົາຫລີໃຕ້ເບິ່ງໂທລະພາບ ທີ່ລາຍງານກ່ຽວກັບ ເກົາຫລີເໜືອສົ່ງທ່ານ Choe Ryong Hae, ນາຍທະ
ຫານຂັ້ນສູງ ໃຫ້ເປັນທູດພິເສດໄປຍັງຈີນ ໃນວັນທີ 22 ພຶດສະພາ 2013.
ຊາຍຊາວເກົາຫລີໃຕ້ເບິ່ງໂທລະພາບ ທີ່ລາຍງານກ່ຽວກັບ ເກົາຫລີເໜືອສົ່ງທ່ານ Choe Ryong Hae, ນາຍທະ ຫານຂັ້ນສູງ ໃຫ້ເປັນທູດພິເສດໄປຍັງຈີນ ໃນວັນທີ 22 ພຶດສະພາ 2013.
ທ່ານ Kim Jong Un, ຜູ້ນໍາເກົາຫລີເໜືອ ໄດ້ສົ່ງນາຍທະ
ຫານຂັ້ນສູງຄົນນຶ່ງໃຫ້ເປັນທູດພິເສດ ໄປຍັງຈີນໃນຂະນະ
ທີ່ເກີດຄວາມເຄັ່ງຕຶງໃນສາຍພົວພັນລະຫວ່າງສອງປະເທດ ທີ່ເຄີຍເປັນພັນທະມິດກັນມາແຕ່ດົນນານແລ້ວນັ້ນ.

ອົງການສູນກາງຂ່າວສານຂອງທາງການເກົາຫລີເໜືອຫຼື
KCNA ເວົ້າວ່າ ທ່ານ Choe Ryong Hae ຫົວໜ້າຫ້ອງການ
ກົມໃຫຍ່ການເມືອງຂອງກອງທັບເກົາຫລີເໜືອ ໄດ້ເດີນທາງ
ອອກຈາກນະຄອນພຽງຢາງ ພ້ອມກັບຄະນະຜູ້ແທນຂອງ
ລັດຖະບານ ເພື່ອໄປຍັງຈີນໃນວັນພຸດມື້ນີ້.

ບໍ່ມີລາຍລະອຽດກ່ຽວກັບຈຸດປະສົງຂອງການເດີນທາງດັ່ງກ່າວແຕ່ຢ່າງໃດ.

ທ່ານ Hong Lei ໂຄສົກກະຊວງການຕ່າງປະເທດຈີນ ເວົ້າວ່າ ກຸງປັກກິ່ງ ມີແຜນທີ່
ຈະສົນທະນາກ່ຽວກັບສະພາບການໃນແຫລມເກົາຫລີ ແລະ “ບັນຫາທີ່ມີຄວາມເປັນ
ຫ່ວງນໍາກັນ” ກັບທ່ານ Choe. ທ່ານກ່າວຕື່ມວ່າ:

“ຂ້າພະເຈົ້າຢາກຈະຊີ້ໃຫ້ເຫັນວ່າ ຈີນຍາມໃດກໍມີຄວາມມຸ້ງໝັ້ນ ໃນການຮັກ
ສາສັນຕິພາບ ແລະສະຖຽນລະພາບຢູ່ໃນແຫລມເກົາຫລີ, ມີຄວາມມຸ້ງໝັ້ນ
ຕໍ່ການເຮັດໃຫ້ແຫລມເກົາຫລີເປັນເຂດປອດອາວຸດນີວເຄລຍ, ມຸ້ງໝັ້ນຕໍ່
ການໃຊ້ການສົນທະນາແລະຫາລືກັນ ເພື່ອແກ້ໄຂບັນຫາກ່ຽວຂ້ອງກັບ
ເລື້ອງດັ່ງກ່າວ.”


ເປັນທີ່ເຊື່ອກັນວ່າ ນີ້ແມ່ນຄະນະຜູ້ແທນຂັ້ນສູງສຸດ ທີ່ເກົາຫລີເໜືອໄດ້ສົ່ງໄປຍັງກຸງ
ປັກກິ່ງ ນັບຕັ້ງແຕ່ທ່ານ Kim ໄດ້ເປັນຜູ້ນໍາພາປະເທດ ລຸນຫລັງທີ່ມື້ລາງບິດາທ່ານໄດ້
ເຖິງແກ່ອະ ສັນຍະກຳ ໃນທ້າຍປີ 2011.

ຈີນແມ່ນເປັນພັນທະມິດທີ່ສຳຄັນ ແລະເປັນສາຍຊູຊີບດ້ານເສດຖະກິດຕົ້ນຕໍຂອງເກົາຫລີ ເໜືອມາເປັນເວລາດົນນານ. ແຕ່ກໍມີຮ່ອງຮອຍສະແດງໃຫ້ເຫັນວ່າ ການນໍາພາໃໝ່ໃນຈີນ ແມ່ນນັບມື້ນັບບໍ່ສາມາດອົດທົນກັບເກົາຫລີເໜືອຕໍ່ໄປໄດ້ອີກແລ້ວ.

ລາຍງານສັ້ນໆຂອງ KCNA ກ່ຽວກັບການໄປຢ້ຽມຢາມຄັ້ງນີ້ຂອງທ່ານ Choe ຍັງໄດ້ຊີ້ ໃຫ້ເຫັນວ່າ ເກົາຫລີເໜືອໄດ້ຊັບຊ້ອນນາຍທະຫານຂັ້ນສູງຂອງຕົນອີກຄັ້ງໃໝ່. ລາຍງານ ດັ່ງກ່າວເວົ້າວ່າ ທ່ານ Kim Kyok Sik, ນາຍພົນທີ່ມັກເຮັດສົງຄາມ ໄດ້ຖືກແຕ່ງຕັ້ງໃຫ້ ເປັນຜູ້ບັນຊາການກອງທັບຄົນໃໝ່ຂອງເກົາຫລີເໜືອ.
XS
SM
MD
LG