ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການຄ້າຂອງເກົາຫຼີເໜືອ ກັບຈີນ ມີມູນຄ່າ ເກີນ 70% ຂອງການຄ້າທັງໝົດ ຂອງພຽງຢາງ


ແຜນທີ່ເກົາຫຼີເໜືອ ແລະຈີນ
ແຜນທີ່ເກົາຫຼີເໜືອ ແລະຈີນ
ລາຍ​ງານ​ໃໝ່​ສະບັບນຶ່ງ​ເວົ້າ​ວ່າ ການ​ຄ້າ​ຂອງ​ເກົາຫຼີ​ເໜືອ​ກັບ​ຈີນ
ປະກອບ​ເປັນຫຼາຍກວ່າ 70 ​ເປີ​ເຊັນ​ ຂອງ​ປະລິມານ​ການ​ຄ້າ​ທັງ
​ໝົດ​ຂອງ​ເກົາຫລີ​ເໜືອເມື່ອ​ປີຜ່ານ​ມາ ​ໃນ​ຂະນະ​ທີ່​ປະ​ເທດ​ທີ່ຖືກ
ໂດດດ່ຽວ​ແຫ່ງນີ້ ອາ​ໄສເພິ່ງ​ພາຈີນ ຊຶ່ງ​ເປັນ​ພັນທະ​ມິດ​ສໍາ​ຄັນ​ພຽງ
​ປະ​ເທດດຽວ​ຂອງ​ຕົນນັ້ນ ຫລາຍ​ຂຶ້ນ​ໄປ​ເລື້ອຍໆ.

ຫ້ອງການ​ສະຖິຕິ​ແຫ່ງ​ຊາດ​ຂອງ​ເກົາຫຼີ​ໃຕ້ ​ເວົ້າ​ເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ການຄ້າສອງ​ຝ່າຍ​ຂອງ​ພຽງ​ຢາງກັບ​ປັກ​ກິ່ງ ມີ​ມູນ​ຄ່າ​ເກີນ 5.600 ລ້ານ​ໂດ​ລາ​ໃນ​ປີ 2011 ຊຶ່ງແມ່ນເພີ່ມ​ຂຶ້ນ
ຫລາຍ​ກ່ວາ
60 ​ເປີ​ເຊັນ​ ຈາກ​ປີກ່ອນ.

ກຸງ​ໂຊ​ລ ​ເວົ້າ​ວ່າ ​ເປັນ​ເທື່ອ​ທໍາ​ອິດ​ທີ່​ການ​ຄ້າ​ຂອງ​ເກົາຫຼີ​ເໜືອ​ກັບ​ຈີນ​ ມີ​ມູນ​ຄ່າເກີນ 7​0 ​ເປີ​ເຊັນ ຂອງ​ການ​ຄ້າຂອງ​ພຽງ​ຢາງກັບໂລກ ​ນັບ​ຕັ້ງ​ແຕ່​ເລິ່ມ​ຕິດຕາມ​ສະຖິ​ຕິຂອງ​ການ​ຄ້າ​ໃນ​ປີ 2000 ​ເປັນ​ຕົ້ນ​ມາ.

ເກົາຫຼີ​ເໜືອ​ ​ທີ່​ກໍາລັງ​ປະ​ເຊີນ​ກັບ​ການຖືກ​ໂດດດ່ຽວ​ຈາກ​ນາໆ​ຊາດ ​ເພີ່ມ​ຂຶ້ນ​ໄປ​ນັບ​ມື້ນັ້ນ ​ແມ່ນ​ໄດ້​ເພິ່ງ​ພາ​ຈີນ​ຢ່າງ​ໜັກ​ ຊຶ່ງຈີນ​ສະໜອງທັງການ​ຊ່ວຍ​ເຫຼືອ​ທາງ​ເສດຖະກິດ​ໃຫ້​ແກ່ປະເທດ​ທີ່​ຍາກຈົນ​ນີ້​ ​ແລະ​ການ​ປ້ອງ​ກັນທາງ​ການ​ທູດ​ ທີ່​ອົງການ​ສະຫະ​ປະຊາ​ຊາດນໍາ.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ກໍາລັງ​ພິ​ຈາລະ​ນາຈະ​ເອົາ ມາດ​ຕະການ​ລົງ​ໂທດ​ເກົາຫຼີ​ເໜືອ​ໜັກໜ່ວງ​ຂຶ້ນອີກ ຫຼັງຈາກ​ເກົາ​ຫຼີ​ເໜືອໄດ້ ຍິງຈະຫຼວດໄລຍະໄກ​ຂອງ​ຕົນຢ່າງ​ສໍາ​ເລັດ​ຜົນໃນ​ເດືອນ​ນີ້ ຊຶ່ງສະພາ​ຄວາມ​ໝັ້ນຄົງ​ປະນາມວ່າ ​ເປັນ​ການ​ລັກທົດ​ລອງ​ຍິງລູກສອນ​ໄຟ​ ທີ່​ຖືກ​ ຫ້າມ​ພາຍ​ໃຕ້​ການ​ລົງ​ໂທດ​ ທີ່ຍັງ​ມີ​ຜົນບັງຄັບ​ໃຊ້ຢູ່​ນັ້ນ.
XS
SM
MD
LG