ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ເດີນທາງກັບປະເທດ ຫຼັງຈາກການຢ້ຽມຢາມ
ຈີນ ສອງວັນ ແລະ ໄດ້ທຳການເຈລະຈາກັບປະທານປະເທດ ສີ ຈິ່ນຜິງ.
ຂະບວນລົດໄຟພິເສດຂອງທ່ານ ກິມ ໄດ້ເດີນທາງອອກຈາກ ປັກກິ່ງ ໃນຕອນບ່າຍ
ຂອງວັນພຸດມື້ນີ້ ແລະ ໄດ້ມຸ່ງໜ້າໄປສູ່ເຂດຊາຍແດນທາງພາກຕາເວັນອອກສຽງເໜືອ,
ບ່ອນທີ່ຂະບວນລົດໄຟດັ່ງກ່າວຈະເດີນທາງເຂົ້າ ເກົາຫຼີເໜືອ ໃນຕອນເຊົ້າຂອງວັນ
ພະຫັດມື້ອື່ນ.
ທ່ານ ກິມ ຈົງ ອຶນ ໄດ້ເດີນທາງໄປປະເທດທີ່ມີສາຍພົວພັນຕົ້ນຕໍ ແລະ ພັນທະມິດທາງ
ເສດຖະກິດຂອງ ເກົາຫຼີເໜືອ ເປັນຄັ້ງທີ 4 ນັບຕັ້ງແຕ່ປີກາຍນີ້, ແລະ ໄດ້ກໍ່ໃຫ້ເກີດການ
ຄາດເດົາຕ່າງໆວ່າ ທ່ານ ກິມ ໄດ້ປະສານງານກັບ ຈີນ ກ່ອນກອງປະຊຸມສຸດຍອດທີ່
ອາດເປັນໄປໄດ້ ກັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ.
ອົງການຂ່າວ ຢອນຮັບ ຂອງເກົາຫຼີໃຕ້ ກ່າວວ່າ ທ່ານ ກິມ ໄດ້ໃຊ້ວັນສຸດທ້າຍໃນ ປັກ
ກິ່ງ ຢ້ຽມຢາມໂຮງງານຜະລິດຢາ ໃນເຂດເສດຖະກິດ ຢູ່ນອກນະຄອນ ຫຼວງ ປັກກິ່ງ,
ແລ້ວກໍໄດ້ຮັບປະທານອາຫານທ່ຽງກັບປະທານປະເທດ ສີ ກ່ອນເດີນທາງກັບ.
ທ່ານ ກິມ ກັບ ທ່ານ ສີ ໄດ້ຈັດການເຈລະຈາ ໃນວັນອັງຄານວານນີ້ ເຊື່ອວ່າເປັນວັນ
ເກີດຂອງທ່ານ ກິມ ບໍ່ດົນຫຼັງຈາກຜູ້ນຳເກົາຫຼີເໜືອ ໄດ້ເດີນທາງຮອດ ປັກກິ່ງ. ຫຼັງຈາກ
ນັ້ນທ່ານກໍໄດ້ເຂົ້າຮ່ວມການຮັບປະທານອາຫານຄ່ຳກັບທ່ານ ສີ ແລະ ພັນລະຍາຂອງ
ທ່ານ ຢູ່ຫໍສາລາໃຫຍ່ປະຊາຊົນ. ທ່ານ ກິມ ໄດ້ເດີນທາງໄປພ້ອມກັບພັນລະຍາ ທ່ານ
ນາງ ຣີ ໂຊລ ຈູ. ທັງສອງຝ່າຍບໍ່ໄດ້ສະໜອງລາຍລະອຽດ ກ່ຽວກັບການເຈລະຈາ, ຫຼື
ແຜນການຂອງທ່ານ ກິມ ໃນລະຫວ່າງການຢ້ຽມຢາມນັ້ນ.