ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ນຳຂອງເກົາຫຼີເໜືອ ຢ້ຽມຢາມປະເທດຈີນ


ຜູ້ນຳເກົາຫຼີເໜືອ ທ່ານກິມຈົງອິລ ຢ້ຽມຢາມຈີນໃນເດືອນພຶດສະພາ ປີ 2010
ຜູ້ນຳເກົາຫຼີເໜືອ ທ່ານກິມຈົງອິລ ຢ້ຽມຢາມຈີນໃນເດືອນພຶດສະພາ ປີ 2010

ສື່ມວນຊົນຂອງເກົາຫຼີໃຕ້ລາຍງານວ່າ ຜູ້ນຳຂອງເກົາຫຼີເໜືອທ່ານກິມຈົງອິລພວມທຳການ
ຢ້ຽມຢາມປະເທດຈີນ.

ລາຍງານຂ່າວຂອງສື່ມວນຊົນກ່ອນໜ້ານີ້ແຈ້ງວ່າ ລູກຊາຍຂອງຜູ້ນຳເກົາຫຼີເໜືອ ທ້າວກິມ
ຈົງອຸນ ຜູ້ທີ່ປາກົດຢ່າງຈະແຈ້ງວ່າເປັນທາຍາດທາງການເມືອງນັ້ນ ກໍໄດ້ຮ່ວມໃນການເດີນ
ທາງຄັ້ງນີ້ ຊຶ່ງໄດ້ໄປເຖິງເມືອງ Tumen ແຂວງ Jilin ໃນພາກຕາເວັນອອກສຽງເໜືອຂອງ
ຈີນໃນຕອນເຊົ້າຂອງວັນສຸກມື້ນີ້. ລາຍງານໄດ້ອ້າງແຫຼ່ງຂ່າວຂອງພວກນັກການທູດທີ່ຂໍສະ
ຫງວນຊື່ທີ່ກ່າວວ່າ ພວກເຂົາເຈົ້າບໍ່ ເຊື່ອວ່າທ້າວກິມໄດ້ຮ່ວມເດີນທາງໄປກັບບິດາຂອງລາວ.

ແຕ່ແນວໃດກໍຕາມໂທລະພາບ YTN ແລະ MBC ຂອງເກົາຫຼີໃຕ້ມາບັດນີ້ລາຍງານວ່າໄດ້ມີ ການເຫັນທ່ານກິມຈົງອິລທີ່ເມືອງ Mudanjiang. ລາຍງານຂ່າວບໍ່ ໄດ້ແຈ້ງໃຫ້ຊາບວ່າ ທ້າວ ກິມຈົງອຸນຜູ້ເປັນລູກຊາຍໄດ້ຮ່ວມເດີນທາງໄປກັບບິດາຂອງລາວຫຼືບໍ່.

ພວກເຈົ້າໜ້າທີ່ລັດຖະບານເກົາຫຼີໃຕ້ ຍັງບໍ່ທັນໄດ້ໃຫ້ການຢືນຢັນ ກ່ຽວກັບລາຍງານຂ່າວ
ທັງສອງນີ້ເທື່ອ.

XS
SM
MD
LG