ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນໍາເກົາຫລີເໜືອເນ້ນຢໍ້າ ຄວາມສໍາພັນກັບປະເທດຈີນ


ຜູ້ນໍາເກົາຫລີເໜືອ ກິມ ຈົງ ອິລ ກວດເບິ່ງຜັກ ທີ່ສະຖາບັນວິທະຍາສາດຜັກພຽງຢາງ ຢູ່ນະຄອນຫລວງພຽງຢາງ, ວັນທີ 4 ມີນາ 2011.
ຜູ້ນໍາເກົາຫລີເໜືອ ກິມ ຈົງ ອິລ ກວດເບິ່ງຜັກ ທີ່ສະຖາບັນວິທະຍາສາດຜັກພຽງຢາງ ຢູ່ນະຄອນຫລວງພຽງຢາງ, ວັນທີ 4 ມີນາ 2011.

ຜູ້ນໍາເກົາຫລີເໜືອ ທ່ານ ກິມ ຈົງ ອິລ ກ່າວວ່າ ຄວາມສໍາພັນຂອງເກົາຫລີ ເໜືອກັບຈີນ ນັ້ນຈະຍັງຄົງເຂັ້ມແຂງຢູ່ຕໍ່ໄປ ບໍ່ວ່າຄົນ​ລຸ້ນ​ນຶ່ງ​ຈະ​ຖືກ​ແທນ​ທີ່​ໂດຍ​ອີກລຸ້ນ​ນຶ່ງ ເລື້ອຍປານໃດ ກໍຕາມ.

ຄວາມ​ເຫັນດັ່ງກ່າວ​ທີ່​ທ່ານ​ກິມ​ໄດ້​ສະ​ແດງອອກ​ມາ ​ໃນ​ຄືນ​ວັນ​ອັງຄານ​ວານ​ນີ້ ຢູ່​ໃນ​ງານ​ລ້ຽງ​ອາຫານຄໍ່າສໍາລັບ​ນັກ​ການ​ທູດ​ລະດັບ​ສູງ​ຂອງ​ຈີນ ທີ່​ນະຄອນ ຫລວງ​ພຽງ​ຢາງ​ນັ້ນ ປາກົດ​ວ່າ​ເປັນ​ການ​ເອີ່ຍ​ເຕື້ອງເຖິງ​ແຜນການ​ຂອງ​ທ່ານ​ກິມ ທີ່​ຈະ​ໂອນ​ອໍານາດໄປ​ໃຫ້ ກິມ ຈົງ ອຸນ ​ລູກ​ຊາຍ​ຫລ້າ​ຂອງ​ທ່ານ ຕາມ​ທີ່​ມີ​ລາຍ​ງານ​ຂ່າວນັ້ນ.

ໜຸ່ມ ກິມ ຈົງ ອຸນ ​ໄດ້ເປັນຕົວເດັ່ນຢູ່ໃນງານລ້ຽງອາຫານຄໍ່າດັ່ງກ່າວ ອັນ ເປັນພາກສ່ວນ ນຶ່ງຂອງພິທີສະຫລອງຂີດໝາຍຄົບຮອບ 50 ປີ ຂອງສົນທິ ສັນຍາມິດຕະພາບລະຫວ່າງ ເກົາຫລີເໜືອແລະຈີນ. ໃນຮູບພາບຕ່າງໆຈາກ ງານລ້ຽງ​ດັ່ງກ່າວ ທີ່​ລົງ​ພິມໃນສື່ຂອງທາງ ການເກົາຫລີເໜືອ ​ແມ່ນຈະປາກົດ ມີຊື່ຂອງໜຸ່ມ ກິມ ຈົງ ອຸນ ກ່ອນໝູ່ໃນບັນດາແຂກ ຮັບເຊີນທັງຫລາຍ ອັນເປັນຮ່ອງຮອຍຂອງສະຖານະ​ພາບ​ທີ່​ສໍາຄັນ​ຂຶ້ນຂອງຜູ້ກ່ຽວ.

ພວກນັກວິຈານພາກັນເຊື່ອວ່າ ການໄປຢ້ຽມຢາມຈີນຂອງທ່ານ ກິມຈົງອິລ ຫລາຍໆບັ້ນ ເມື່ອໝໍ່ໆມານີ້ ສ່ວນ​ນຶ່ງແມ່ນມີເປົ້າໝາຍແນໃສ່ການ​ໃຫ້​ໄດ້​ຮັບ ຄວາມສະໜັບສະໜຸນຈາກ ປັກກິ່ງ ສໍາລັບການໂອນອໍານາດ​ໄປ​ໃຫ້ ກິມ ຈົງ ອຸນ ​ໃນ​ທີ່​ສຸດ​ນັ້ນ ເຊື່ອກັນ​ວ່າ ເວລາ​ນີ້ ທ່ານ​ກິມ ຜູ້ພໍ່ ກໍາລັງມີສຸຂະພາບ ເຊື່ອມໂຊມຫລາຍ ນັບຕັ້ງແຕ່ ທ່ານເປັນໂຣກລົມ ສາລະບາດ ໃນປີ 2008 ເປັນຕົ້ນມາ.

XS
SM
MD
LG