ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫລີເໜືອ ສັບປ່ຽນ ຫົວໜ້າປ້ອງກັນປະເທດ


ເກົາຫລີ​ເໜືອ ​ສັບ​ປ່ຽນ ຫົວໜ້າ​ປ້ອງ​ກັນ​ປະ​ເທດ​ໂດຍ​ເອົາ​ນາຍ​ພົນກອງທັບ​ບົກ ທີ່​ບໍ່​​ເປັນ​ທີ່​ຮູ້​ກັນດີ ຂຶ້ນ​ມາ​ແທນ​ໜ້າທີ່.
ເກົາຫລີ​ເໜືອ ​ສັບ​ປ່ຽນ ຫົວໜ້າ​ປ້ອງ​ກັນ​ປະ​ເທດ​ໂດຍ​ເອົາ​ນາຍ​ພົນກອງທັບ​ບົກ ທີ່​ບໍ່​​ເປັນ​ທີ່​ຮູ້​ກັນດີ ຂຶ້ນ​ມາ​ແທນ​ໜ້າທີ່.
ເກົາຫລີ​ເໜືອ ​ໄດ້​ສັບ​ປ່ຽນ ຫົວໜ້າ​ປ້ອງ​ກັນ​ປະ​ເທດ​ທີ່​ນິຍົມ​ແນວ
ທາງແຂງ​ກະດ້າງ ​ໂດຍ​ເອົາ​ນາຍ​ພົນກອງທັບ​ບົກ ທີ່​ບໍ່ເປັນ​ທີ່​ຮູ້​
ກັນດີ ຂຶ້ນ​ມາ​ແທນ​ທີ່.

​ເຖິງ​ແມ່ນ​ວ່າ ຍັງ​ບໍ່​ມີ​ຄໍາ​ປະກາດຢ່າງ​ເປັນ​ທາງ​ການ ລາຍ​ງານ​
ຂ່າວ​ຈາກ ສູ​ນກາງ​ຂ່າວຂອງ​ທາງ​ການ​ເກົາຫລີ​ເໜືອ ​ໄດ້​ກ່າວ​
ເຖິງ​ຊື່ຂອງ ທ່ານ Jang Jong Nam ວ່າ​ເປັນ​ຜູ້​ນຶ່ງ​ຢູ່ໃນຈໍາ
ນວນບັນດາ​ເຈົ້າ​ໜ້າ​ທີ່​ພັກ ທີ່ເຂົ້າ​ຮ່ວມຊົມການ​ສະ​ແດງສິນລະ​
ປະບັ້ນ​ນຶ່ງກັບ​ຜູ້​ນໍາ​ເກົາຫລີ​ເໜືອ ທ່ານ Kim Jong Un. ລາຍ​
ງານ​ຂ່າວ​ລະບຸ​ຕໍາ​ແໜ່​ງຂອງ​ທ່ານ Jang ​ວ່າ​ເປັນລັດຖະມົນຕີ
ຂອງກອງທັບ ປະຊາຊົນ.

ທ່ານ​ Jang ໄດ້ສັບ​ປ່ຽນ ນາຍ​ພົນ Kim Kyok Sik ທີ່ ນິຍົມ​
ແນວທາງ​ແຂງ​ກະດ້າງທີ່​ເຊື່ອ​ກັນ​ວ່າເປັນ​ຜູ້​ຮັບ​ຜິດ​ຊອບ ​ໃນ
ການ​ຍິງ​ຖະຫລົ່ມ​ ​ເກາະຊາຍ​ແດນແຫ່ງ​ນຶ່ງຂອງ​ເກົາຫລີ​ໃຕ້ ​
ໃນ​ປີ 2010 ທີ່​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ ສີ່​ຄົນ.

ການ​ປ່ຽນ​ແປງ​ດັ່ງກ່າວໄດ້​ເກີດ​ຂື້ນ ​ໃນ​ຂະນະ​ທີ່ແຫລມ​ເກົາ​ຫລີກໍາລັງ​ໂຜ່​ໂຕ​ອອກມາ​ຈາກ​
ໄລຍະ​ທີ່​ມີຄວາມ​ເຄັ່ງ​ຕືງທາງ​ທະຫານ​ເພີ້​ມທະວີ​ຂຶ້ນ ທີ່ຕິດຕາມ​ມາ​ຫລັງ​ຈາກການ​ທົດລອງ​
ອາ​ວຸດ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ ​ໃນ​ເດືອນ​ກຸ​ມພາ​ທີ່​ຜ່ານ​ມາ.
XS
SM
MD
LG