ລູກຊາຍຂອງທ່ານກິມຈົງອິລ ຜູູ້ນໍາເກົາຫລີເໜືອ ທ້າວກິມ ຈົງອຸນ ທີ່ຖືກແຕ່ງຕັ້ງໃຫ້ສືບຕໍາແໜ່ງເປັນຜູ້ນໍາປະເທດຄົນ ຕໍ່ໄປ ໄດ້ອອກປາກົດຕົວກັບພໍ່ໃນວັນອາທິດມື້ນີ້ ເພື່ອຊົມການ ເດີນສວນສະໜາມ ຄັ້ງຍິ່ງໃຫຍ່ທີ່ສຸດຂອງເກົາຫລີເໜືອ ໃນຮອບຫລາຍໆປີ.
ທ້າວ ກິມຈົງອຸນ ອາຍຸ 27 ປີ ໄດ້ອອກໄປປາກົດຕົວກັບພໍ່ ຜູ້ນໍາສູງສຸດຂອງເກົາຫລີເໜືອ ໂດຍເປັນປະທານການເດີນ ສວນສະໜາມເພື່ອສະເຫລີມ ສະຫລອງຄົບຮອບ 65 ປີ ຂອງພັກຄອມມີວນີສ ທີ່ປົກຄອງປະເທດນັ້ນ.
ທະຫານຫລາຍພັນຄົນ ເດີນຂະບວນຜ່ານຖະໜົນສາຍ ຕ່າງໆຂອງກຸງພຽງຢາງ ທ່າມກາງສຽງໄຊໂຍໂຮ່ຮ້ອງຈາກ ຜູ້ຊົມ ໃນເຫດການທີ່ພາໃຫ້ລະນຶກເຖິງການເດີນສວນສະ ໜາມຂອງທະຫານໂຊຫວຽດ ໃນປາງສົງຄາມເຢັນ.
ການເດີນສວນສະໜາມໄດ້ຖືກຖ່າຍທອດອອກອາກາດສົດທາງທີວີຂອງລັດ ຊຶ່ງຜິດປົກກະຕິ ໃນກຸງພຽງຢາງ ບ່ອນທີ່ລາຍການອອກອາກາດຕ່າງໆຕ້ອງຜ່ານການກວດກາຢ່າງໜັກນັ້ນ.
ການສວນສະໜາມ ມີໂຮມທັງການສະແດງລົດຖັງ ລູກສອນໄຟ ແລະອາວຸດອື່ນໆຂອງ ເກົາຫລີເໜືອ. ທ້າວກິມຈົງອຸນ ໄດ້ຮັບການຢືນຢັນຢ່າງເປັນທາງການເມື່ອໄວໆມານີ້ ໃນຖານະຜູ້ສືບຕໍາແໜ່ງແທນພໍ່.