ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນການສຶກສາ ຊີ້ໃຫ້ເຫັນເຖິງ ການແບ່ງແຍກຊົນຊັ້ນ ທາງການເມືອງ ໃນເກົາຫຼີເໜືອ


ແຜນທີ່ປະເທດເກົາຫຼີເໜືອ
ແຜນທີ່ປະເທດເກົາຫຼີເໜືອ

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ທີ່​ມີ​ສໍານັກງານ​ຢູ່​ສະຫະລັດ​ກຸ່ມ​ນຶ່ງ ​ໄດ້​ອອກ​ລາຍ​ງານ​ສະບັບນຶ່ງ​ທີ່​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ວິທີ​ການ​ທີ່​ເກົາຫຼີ​ເໜືອ​ຈັດ​ລໍາດັບ​ຊັ້ນວັນນະ​ຂອງ​ປະຊາ​ຊົນ​ຂອງ​ຕົນ​ທີ່​ອິງຕາມ​ຄວາມ​ຈົ່ງ​ຮັກ​ພັກດີ​ຂອງຄອບ ຄົວພວກ​ເຂົາ ຕໍ່​ຣາດຊະວົງ Kim ​ໃນ​ສິ່ງ​ທີ່​ກຸ່ມ​ດັ່ງກ່າວເວົ້າວ່າ ທໍ່​ກັບ​ເປັນ​ລະບົບ​ຊົນຊັ້ນ​ວັນນະ​ທາງ​ການ​ເມືອງ​ແບບ​ກົດ​ຂີ່​ຢ່າງ​ນຶ່ງ.

ຜົນການ​ສຶກສາ​ຄົ້ນ​ຄວ້າ​ດັ່ງກ່າວ​ ​ໄດ້​ນໍາ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ພຸດ​ມື້​ນີ້ ​ໂດຍ​ຄະນະ​ກໍາມະການ​ຂອງ​ສະຫະລັດກ່ຽວ​ກັບເລື່ອງ​ສິດທິ​ມະນຸດ​ໃນເກົາຫຼີ​ເໜືອ ກ່າວ​ວ່າປະຊາຊົນ​ທັງ​ໝົດ​ຂອງເກົາຫຼີ​ເໜືອ ​ແມ່ນ​ໄດ້​ຖືກແບ່ງ​ແຍກ​ອອກເປັນ​ສາມ​ຊັ້ນ​ວັນນະ​ທີ່​ອິງ​ຕາມ​ເຊື້ອສາຍ​ເປັນຫຼັກ ​ຄື ຈົ່ງ​ຮັກ​ພັກດີ ບໍ່​ແນ່​ວ​ແນ່ອຽງ​ໄປ​ອຽງ​ມາ ຫລື​ເປັນ​ປໍ​ລະ​ປັກ.

ລາຍ​ງານໂຕ້​ແຍ້​ງວ່າ ຄວາມ​ບໍ່​ເທົ່າ​ທຽມ​ກັນ​ນັ້ນ​ແມ່ນ​ກຳນົດ​ໃຫ້​ມາ​ຕັ້ງແຕ່ເກີດ ​ແລະ​ວ່າ​ພວກ​ປະຊາຊົນ​ມີ​ການ​ຄວບ​ຄຸມ​ພຽງ​ໜ້ອຍ​ດຽວ​ຕະຫລອດ ຊີວິດ​ຂອງ​ພວກ​ເຂົາ​ເ​ຈົ້າ ກ່ຽວ​ກັບ​ການ​ຈໍາ​ແນ​ກ ດ້ານສັງຄົມ-ການ​ເມືອງ​ຂອງພວກ​ເຂົາ​ເຈົ້າ ທີ່​ຮູ້​ກັນ​ວ່າ songbun ​ໃນ​ພາສາ​ເກົາຫຼີ​.

ອີງ​ຕາມ​ການ​ສໍາພາດ​ກັບ​ຊາວ​ເກົາຫຼີ​ເໜືອ​ທີ່​ໂຕນ​ໜີ 75 ຄົນນັ້ນ ລາຍ​ງານ ​ເວົ້າວ່າ ລັດຖະບານ​ຈະ​ເກັບ​ກໍາປະວັດ​ຊາວ​ເກົາຫຼີ​ເໜືອ ​ແຕ່ລະຄົນ​ໄວ້​ເລີ້ມ ຈາກອາຍຸ 17 ປີຂຶ້ນ​ໄປ ແລະ​ຕ້ອງ​ແກ້​ໄຂ​ດັດ​ແປງ​ທຸກໆ​ສອງ​ປີ.

ລາຍ​ງານ​ເວົ້າຕໍ່​ໄປ​ວ່າ ພວກ​ຈົ່ງ​ຮັກ​ພັກດີ​ທັງຫຼາຍມ່ວນ​ຊື່ນ​ກັບ​ຊີວິດທີ່​ເຊີດ​ໜ້າ​ຊູ​ຕາ ​ເຊັ່ນ​ ສາມາດ​ຈະ​ອາໄສ​ຢູ່​ໃນ​ເມືອງຫຼວງພຽງ​ຢາງ​ທີ່​ທັນ​ສະ​ໄໝ ​ແລະ​ສາມາດ​ໄດ້​ຮັບ​ອາຫານ ​ເຮືອນ​ຢູ່​ອາໄສ ການ​ຮັກສາ​ພະຍາບານ ການ ສຶກສາ ​ແລະ​ວຽກເຮັດ​ງານ​ທໍາ ຂ້ອນ​ຂ້າງ​ດີ.

ກົງກັນຂ້າມ ສຳ​ຫຼັບພວກ​ທີ່​ຈັດ​ຢູ່​ໃນ​ຊົນ​ຊັ້ນ​ເປັນ​ປໍ​ລະ​ປັກ ຈະ​ຖືກ​ບັງຄັບ​ໃຫ້ ອາໄສ​ຢູ່​ໃນ​ເຂດ​ແຂວງ​ພາກ​ຕາ​ເວັນ​ອອກສຽງເໜືອ​ທີ່​ທຸກ​ຈົນ​ເປັນ​ສ່ວນ​ໃຫຍ່​ ​ແລະ​ມັກ​ຈະຖືກ​ມອບ​ຕໍາ​ແໜ່​ງວຽກທີ່​ໃຊ້​ແຮງ​ງານ​ໜັກ ຢູ່​ຕາມ​ບໍ່​ແຮ່ ​ແລະ​ຟາ​ມ ​ເປັນຕົ້ນ.

ລາຍ​ງານ​ປະ​ເມີນ​ວ່າ ຊາວ​ເກົາຫຼີ​ເໜືອ ປະມານ 28 ​ເປີ​ເຊັນ ​ຖືກ​ຈັດ​ວ່າ ​ເປັນ​ພວກ​ຈົ່ງ​ຮັກ​ພັກດີ, 45 ​ເປີ​ເຊັນ ​ແມ່ນ​ພວກ​ທີ່​ບໍ່​ແນ່​ວ​ແນ່​ປ່ຽນ​ໄປ​ປ່ຽນ ມາ ​ແລະ 27 ​ເປີ​ເຊັນ​ແມ່ນ​ພວກ​ເປັນ​ປໍ​ລະ​ປັກ.

ລາຍ​ງານ​ເວົ້າອີກ​ວ່າ ໂດຍສ່ວນ​ໃຫຍ່ແລ້ວ ລະບົບ songbun ​ແມ່ນໄດ້​ລອດພົ້ນຈາກການສັງ
ເກດເຫັນຂອງບັນດາປະ​ເທດຕາ​ເວັນ​ຕົກ​ ທີ່​ພາກັນເພັ່ງ​ເລັງ​ໃສ່​ແຕ່​ຄ້າຍ​ສັບພະ​ທຸກ​ຂອງ​ນັກ
​ໂທດ​ການ​ເມືອງ ການ​ປະ​ຫັດ​ປະຫານ ການ​ຄວບ​ຄຸມ​ຂໍ້ມູນຢ່າງ​ເຄັ່ງ​ຄັດ ແລະ​ໂຄງການ​ອາ​ວຸດ​
ນີວ​ເຄລຍຂອງເກົາຫລີເໜືອ.

XS
SM
MD
LG