ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ສົ່ງສາດສະດາຈານ 6 ຄົນ ໄປສຶກສາ ຢູ່ການາດາ


ເກົາຫຼີເໜືອ ສົ່ງສາດສະດາຈານ 6 ຄົນ ໄປສຶກສາ ຢູ່ການາດາ
ເກົາຫຼີເໜືອ ສົ່ງສາດສະດາຈານ 6 ຄົນ ໄປສຶກສາ ຢູ່ການາດາ

ແຜນທີ່ເກົາຫຼີເໜືອ
ແຜນທີ່ເກົາຫຼີເໜືອ

ເກົາຫຼີເໜືອສົ່ງສາດສະດາຈານ 6 ຄົນ ໄປຍັງມະຫາວິທະຍາໄລການາດາ ເພື່ອສຶກສາເລື່ອງ
ເສດຖະກິດຕະຫຼາດ(ເສລີ) ໃນການແລກປ່ຽນການສຶກສາທີ່ສຳຄັນສຸດຂອງຄອມມູນິສເກົາຫຼີ
ເໜືອເທົ່າທີ່ເຄີຍມີມາ.

ອົງການຂ່າວຂອງເກົາຫຼີໃຕ້ ໄດ້ອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ມະຫາວິທະຍາໄລ British
Columbia ທີ່ໃຫ້ການຢືນຢັນວ່າ ສາດສະດາຈານທັງ 6 ຄົນໄດ້ເດີນທາງໄປເຖິງນະຄອນ
Vancouver ໃນເດືອນແລ້ວເພື່ອເລີ່ມໂຄງການແລກປ່ຽນເປັນເວລາ 6 ເດືອນ. ສາດສະ
ດາຈານເຫຼົ່ານີ້ຈະສຶກສາຮໍ່າຮຽນກ່ຽວກັບທຸລະກິດນາໆຊາດ ເສດຖະກິດ ການເງິນແລະການ
ຄ້າ.

ເກົາຫຼີເໜືອເຄີຍສົ່ງພວກນັກວິຊາການມາຍັງປະເທດຕາເວັນຕົກເພື່ອສຶກສາເບິ່ງລະບົບເສດ
ຖະກິດຕະຫຼາດນັບແຕ່ຊຸມປີ 1990 ເປັນຕົ້ນມາ ແຕ່ບໍ່ເຄີຍອະນຸຍາດມາກ່ອນໃຫ້ພວກເຂົາ ເຈົ້າຢູ່ເກີນສອງສາມອາທິດ.

ລາຍງານຂ່າວແຈ້ງວ່າ ສາດສະດາຈານ 5 ຄົນ ແມ່ນມາຈາກມະຫາວິທະຍາໄລກິມ-ອິລ-ຊຸງ
ຊຶ່ງເປັນມະຫາວິທະຍາໄລຂັ້ນແນວໜ້າຂອງເກົາຫຼີເໜືອແລະບຸກຄົນທີ 6 ມາຈາກມະຫາວິທະ
ຍາໄລ Wonsan.

ອົງການຂ່າວຢອນຮັບຂອງເກົາຫຼີໃຕ້ລາຍງານວ່າ ສາດສະດາຈານຈຸນີ້ຈະໃຊ້ເວລາ 2 ເດືອນ
ເພື່ອຮຽນພາສາອັງກິດ ກ່ອນຈະເຂົ້າຮຽນເລື່ອງເສດຖະກິດ.

XS
SM
MD
LG