ເກົາຫລີເໜືອ ໄດ້ຂໍຮ້ອງຕໍ່ສະພາຄວາມໝັ້ນຄົງສະຫະປະຊາ
ຊາດ ບໍ່ໃຫ້ສືບສວນ ກ່ຽວກັບການລະເມີດສິດທິມະນຸດຂອງ
ຕົນ ແຕ່ໃຫ້ທຳສືບສວນໃນອັນທີ່ພຽງຢາງ ຮ້ອງວ່າ ການລ່ວງ
ລະເມີດຢ່າງ “ຮ້າຍແຮງ” ແລະ “ຫລ້າສະໄໝ” ຂອງສະຫະລັດ.
ຢູ່ໃນຈົດໝາຍສະບັບນຶ່ງ ທີ່ສົ່ງເຖິງສະພາຄວາມໝັ້ນຄົງ ໃນ
ຕອນແລງວັນຈັນວານນີ້ ເອກອັກຄະລັດຖະທູດເກົາຫລີເໜືອ ປະຈຳອົງການສະຫະປະຊາຊາດ ທ່ານ Ja Song Nam
ກ່າວວ່າ ການກ່າວຫາດ້ານສິດທິມະນຸດຕໍ່ເກົາຫຼີເໜືອ ນັ້ນ
ເປັນ “ການເສກສັນປັ້ນແຕ່ງ” ແລະ “ບໍ່ໄດ້ເຂົ້າປະເດັນເລີຍ”
ກັບເລື່ອງສັນ ຕິພາບແລະຄວາມໝັ້ນຄົງຂອງຂົງເຂດ ຫລື
ຂອງນາໆຊາດ.
ແຕ່ໃນທາງກົງກັນຂ້າມ ທ່ານກ່າວວ່າ “ຄວາມຜິດໃນການທໍລະມານຂອງຊີໄອເອ” ແມ່ນ
ຈຳເປັນຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ ຈາກສະພາຄວາມໝັ້ນຄົງ ເພື່ອປ້ອງກັນໃນ
ອັນທີ່ທ່ານຮ້ອງວ່າ “ຜົນສະທ້ອນໃນການສ້າງຄວາມບໍ່ທຸ່ນ ທ່ຽງ” ຕໍ່ສັນຕິພາບຂອງນາໆ
ຊາດ.
ທ່ານ Ja ແມ່ນອ້າງເຖິງລາຍງານຂອງສະພາສູງສະຫະລັດ ທີ່ນຳອອກເຜີຍແຜ່ ໃນອາທິດ
ແລ້ວນີ້ ທີ່ໃຫ້ລາຍລະອຽດ ກ່ຽວກັບວິທີການສອບສວນແບບໂຫດຮ້າຍ ທີ່ໄດ້ໃຊ້ໂດຍຊີໄອ
ເອ ຫລັງຈາກການໂຈມຕີສະຫະລັດເມື່ອວັນທີ 11 ເດືອນກັນ ຍາ ປີ 2001.
ພຽງຢາງ ຊຶ່ງຖືກພິຈາລະນາວ່າ ເປັນນຶ່ງໃນປະເທດທີ່ມີການລ່ວງລະເມີດດ້ານສິດທິມະ
ນຸດ ທີ່ຂີ້ຮ້າຍສຸດໃນໂລກ ໄດ້ຕຳໜິຕິຕຽນກ່ຽວກັບລາຍງານນີ້ ໂດຍໂຕ້ຖຽງວ່າ ສະຫະລັດ
ບໍ່ມີຄຸນສົມບັດພຽງພໍ ທີ່ຈະມາຊັ່ງຊາ ກ່ຽວກັບສະພາບການ ດ້ານສິດທິມະນຸດຂອງປະເທດອື່ນ.
ສະພາຄວາມໝັ້ນຄົງ ໃນວັນຈັນວານນີ້ ໄດ້ລົງຄະແນນສຽງ ໃຫ້ນຳເອົາສະພາບການດ້ານ
ສິດທິມະນຸດເກົາຫລີເໜືອ ເຂົ້າໃນລາຍການປະຊຸມຂອງຕົນ. ເຈົ້າໜ້າທີ່ກ່າວວ່າ ບັນຫາດັ່ງ
ກ່າວນີ້ມີທ່າທາງວ່າ ຈະຖືກນຳມາສົນທະນາກັນໃນວັນຈັນ ຫລືວັນອັງຄານໜ້າ.