ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ​ ຮຽກຮ້ອງ ໃຫ້ເປີດ ​ການ​ເຈລະຈາ 6 ຝ່າຍ ຄືນ​ໃໝ່


ຮອງລັດຖະມົນຕີການຕ່າງປະເທດ ຄົນທີນຶ່ງ ຂອງກຸງ Pyongyang ທ່ານ Kim Kye-gwan (ກາງ)
ຮອງລັດຖະມົນຕີການຕ່າງປະເທດ ຄົນທີນຶ່ງ ຂອງກຸງ Pyongyang ທ່ານ Kim Kye-gwan (ກາງ)
ເກົາຫຼີເໜືອ​ ທຳ​ການຮຽກຮ້ອງ​ອີກ​ຄັ້ງນຶ່ງ ​ໃຫ້​ເປີດ​ການ​ເຈລະຈາ
6 ຝ່າຍຄືນ​ໃໝ່ ກ່ຽວ​ກັບ ໂຄງການອາ​ວຸດ​ນິວ​ເຄລຍຂອງ​ຕົນ ​
ໂດຍ​ປາສະ​ຈາກການ​ຕັ້ງ​ເງື່ອນ​ໄຂ​ລ່ວງ​ໜ້າ​ໃດໆ.

ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ ຄົນທີນຶ່ງ ຂອງກຸງ Pyong-
yang ທ່ານ​ Kim Kye Gwan ​ໄດ້ໃຫ້​ຄວາມ​ເຫັນ ​ໃນ​ກອງ​ປະຊຸມ
​ທີ່​ກຸງປັກ​ກິ່ງ​ ​ໃນ​ວັນ​ພຸດ​ມື້​ນີ້ ຊຶ່ງ​ເປັນ​ຂີດ​ໝາຍ ຄົບຮອບ 10 ປີ
ຂອງ​ການ​ເຈລະຈາ​ 6 ຝ່າຍ ກ່ຽວ​ກັບ​ເລື່ອງ​ນິວ​ເຄລຍຂອງ
​ເກົາຫຼີ​ເໜືອ.

ເກົາຫຼີເໜືອ​ໄດ້ຖອນ​ອອກ​ຈາກ​ການເຈລະຈາດັ່ງກ່າວ ​ໃນ​ປີ 2009
​ແລະນັບ​ແຕ່​ນັ້ນມາ ກໍ​ໄດ້​ທຳ​ການ​ທົ​ດລອງອາ​ວຸດ​ນິວ​ເຄລຍ 2 ຄັ້ງ ຊຶ່ງ​ເຮັດ​ໃຫ້​ທາງ​ອົງ​ການ
​ສະຫະ​ປະຊາ​ຊາດເພີ່ມ​ການ​ລົງ​ໂທດ​ຕໍ່​ປະ​ເທດ​ດັ່ງກ່າວ. ສະຫະລັດ​ໄດ້ປະຕິ​ເສດ​ເຖິງ​
ຄວາມ​ເປັນ​ໄປ​ໄດ້ຕໍ່​ການ​ທີ່​ຈະ​ເລີ້ມການ​ເຈລະຈາ 6 ຝ່າຍ ​ຄືນ​ໃໝ່ນອກ​ຈາກ​ວ່າ​ພຽງ​ຢາງ
ສະ​ແດງ​ອອກໃຫ້ເຫັນເຖິງ​ຄວາມ​ເຕັມ​ໃຈ​ທີ່​ຈະຢຸດ​ເຊົາ​ໂຄງການ​ອາວຸດ​ນິວ​ເຄລຍ.

ແຕ່​ທ່ານ​ Kim ຫົວໜ້າ​ທູດ​ພິ​ເສດ ​ຂອງໂຄງການອາ​ວຸດ​ນິວ​ເຄລຍເກົາຫຼີເໜືອໄດ້ກ່າວ​ວ່າ
ການ​ຕັ້ງ​ເງື່ອນ​ໄຂ​ລ່ວງ​ໜ້ານັ້ນ​ເຮັດ​ໃຫ້​ມີ​ການ​ “ບໍ່​ເຊື່ອ​ໃຈ​ຊຶ່ງ​ກັນ​ແລະ​ກັນ”. ທ່ານ​ຖິ້ມ​
ໂທດ​ໃສ່ “​ການ​ເປັນ​ປໍ​ລະ​ປັກຕໍ່ເກົາຫຼີເໜືອຂອງ​ກຸງ​ວໍ​ຊິງ​ຕັນ” ທີ່ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ
ເພີ້ມທະວີຂຶ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດຈີນ ທ່ານ Wang Yi ຍັງ​ໄດ້​ກ່າວ​ອີກ​ວ່າ ທຸກ​ພັກ​ຝ່າຍ​ຄວນ​
ຈະ​ຕັ້ງໜ້າ​ຕັ້ງ​ຕາເພື່ອ​ໃຫ້​ເລີ້ມການເຈລະຈາ 6 ຝ່າຍຄືນ​ໃໝ່.

ການເຈລະຈາ​ 6 ຝ່າຍ ​ແມ່ນ​ປະກອບ​ດ້ວຍ ເກົາຫຼີເໜືອ ເກົາຫຼີ​ໃຕ້ ສະຫະລັດ ຍີ່ປຸ່ນ ຈີນ​ແລະ
ຣັດ​ເຊຍ. ບັນດາ​ປະ​ເທດ​ເຫຼົ່ານີ້ ​ມີ​ເປົ້າ​ໝາຍຢາກ​ໃຫ້ເກົາຫຼີເໜືອ ​ຢຸ​ດ​ເຊົາໂຄງການອາ​ວຸດ
​ນິວ​ເຄລຍຂອງຕົນ ​ເພື່ອ​ແລກປ່ຽນ​ກັບ​ການ​ຊ່ອຍ​ເຫຼືອ.
XS
SM
MD
LG