ເກົາຫຼີເໜືອ ໄດ້ຮຽກຮ້ອງການສືບສວນເຂົ້າ ການບຸກເຂົ້າສະຖານທູດຂອງຕົນຢູ່ໃນ
ນະຄອນຫຼວງ ມາດຣິດ, ປະເທດ ສເປນ ໃນເດືອນກຸມພາທີ່ຜ່ານມາ.
ຢູ່ໃນຄຳຖະແຫຼງຢ່າງທາງການ ເທື່ອທຳອິດ ກ່ຽວກັບ ເຫດການດັ່ງກ່າວນັ້ນ, ກະຊວງ
ຕ່າງປະເທດ ເກົາຫຼີເໜືອ ໄດ້ກ່າວຢູ່ໃນຖະແຫຼງການສະບັບ ທີ່ເຜີຍແຜ່ໂດຍອົງການ
ຂ່າວ KCNA ທາງການຂອງເກົາຫຼີເໜືອວ່າ ການບຸກກວດຄົ້ນດັ່ງກ່າວ “ເປັນການ
ໂຈມຕີກໍ່ການຮ້າຍທີ່ຮຸນແຮງ.”
ຖະແຫຼງການຍັງຮ້ອງເຫດການນັ້ນວ່າ “ເປັນການລ່ວງລ້ຳທີ່ຜິດກົດໝາຍ” ແລະ
“ການລະເມີດທີ່ຜິດຕໍ່ກົດໝາຍສາກົນຢ່າງຈະແຈ້ງ.”
ການລ່ວງລ້ຳດັ່ງກ່າວຖືກລາຍງານວ່າ ເປັນການປະຕິບັດງານຂອງກຸ່ມບໍ່ເຫັນພ້ອມ
ທີ່ຄັດຄ້ານຕໍ່ລະບອບຂອງຜູ້ນຳ ເກົາຫຼີເໜືອ ທ່ານກິມ ຈົງ ອຶນ.
ຄອມພິວເຕີ ແລະຂໍ້ມູນຈຳນວນຫຼາຍ ໄດ້ຖືກນຳອອກໄປຈາກສະຖານທູດໃນການ
ບຸກຄົ້ນເມື່ອວັນທີ 22 ກຸມພາ. ມັນໄດ້ມີການກ່າວຫາວ່າ ເອກກະສານດັ່ງກ່າວໄດ້
ຖືກນຳໄປໃຫ້ອົງການສັນຕະບານກາງ ສະຫະລັດ (FBI)