ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ກ່າວ​ວ່າການ​ຍິງ​ສົ່ງ​ດາວ​ທຽມ​ທີ່​ຜິດ​ພາດແມ່ນ 'ຄວາມ​ລົ້ມ​​ແຫຼວ​ທີ່​ຮ້າຍ​ແຮງ'


ຮູບພາບນີ້ສະໜອງໃຫ້ໂດຍກະຊວງປ້ອງກັນປະເທດເກົາຫລີໃຕ້ ສະແດງໃຫ້ເຫັນວັດຖຸທີ່ເກັບກູ້ໄດ້ໂດຍທະຫານຂອງເກົາຫລີໃຕ້ ທີ່ຄາດວ່າເປັນສ່ວນນຶ່ງຂອງຍານສຳຫຼວດອາວະກາດຂອງເກົາຫລີເໜືອ ທີ່ຕົກລົງສູ່ທະເລ ຫລັງຈາກຄວາມລົ້ມເຫຼວໃນການຍິງຂຶ້ນ, ຢູ່ທະເລຕາເວັນຕົກ, ເກົາຫລີໃຕ້, ວັນທີ 15 ມິຖຸນາ 2023
ຮູບພາບນີ້ສະໜອງໃຫ້ໂດຍກະຊວງປ້ອງກັນປະເທດເກົາຫລີໃຕ້ ສະແດງໃຫ້ເຫັນວັດຖຸທີ່ເກັບກູ້ໄດ້ໂດຍທະຫານຂອງເກົາຫລີໃຕ້ ທີ່ຄາດວ່າເປັນສ່ວນນຶ່ງຂອງຍານສຳຫຼວດອາວະກາດຂອງເກົາຫລີເໜືອ ທີ່ຕົກລົງສູ່ທະເລ ຫລັງຈາກຄວາມລົ້ມເຫຼວໃນການຍິງຂຶ້ນ, ຢູ່ທະເລຕາເວັນຕົກ, ເກົາຫລີໃຕ້, ວັນທີ 15 ມິຖຸນາ 2023

ເກົາຫຼີ​ເໜືອ​ກ່າວ​ວ່າ ການ​ຍິງ​ສົ່ງ​ດາວ​ທຽມ​ທາງ​ການ​ທະຫານ​ທີ່​ເກີດຄວາມຜິດ​ພາດຂອງ​ຕົນ​ໃນ​ເດືອນ​ແລ້ວ​ນີ້​ແມ່ນ "ຄວາມ​ລົ້ມ​ແຫຼວ​ຢ່າງ​ຮ້າຍ​ແຮງ" ໃນ​ກອງ​ປະຊຸມ​ຄັ້ງ​ສຳຄັນ​ຄັ້ງ​ຫຼ້າສຸດ​ຂອງ​ພັກລັດຖະບານ, ສື່​ມວນ​ຊົນຂອງ​ລັດ KCNA ໄດ້ລາຍ​ງານ​ໃນ​ວັນ​ຈັນ​ມື້​ນີ້. ອີງຕາມອົງການຂ່າວ ຣອຍເຕີສ໌.

ກອງ​ປະ​ຊຸມ​ໃຫຍ່​ໄດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງ​ວັນ​ສຸກ​ແລະ​ວັນ​ອາ​ທິດ, ໂດຍ​ສັ່ງ​ໃຫ້​ພະ​ນັກ​ງານ​ແລະ​ນັກ​ວິໄຈ ​ວິ​ເຄາະ​ການ​ສົ່ງ​ດາວ​ທຽມ​ທະ​ຫານ​ທີ່​ລົ້ມແຫຼວ ແລະ​ກະ​ກຽມ​ສຳ​ລັບ​ການ​ທົດ​ລອງຄັ້ງ​ໃໝ່​ໃນ​ອະ​ນາ​ຄົດ​ອັນ​ໃກ້ນີ້.

ລາຍ​ງານ​ກ່າວ​ວ່າ ບັນດາຜູ້​ຮັບ​ຜິດ​ຊອບ​ການປ່ອຍ​ດາວ​ທຽມ​ໄດ້​ຮັບ​ການ​ຕິຕຽນ​ຢ່າງ​ໜັກ​ໜ່ວງ.

​ມັນເປັນຂີດໝາຍຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 8 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ແຮງ​ງານ​ ​ເກົາຫຼີ (WPK) ຄັ້ງ​ທີ 8, ເຊິ່ງເປັນພັກ​ທີ່ກຳ​ອຳນາດ​ຂອງ​ປະ​ເທດ​.

ຈະຫຼວດຂອງເກົາຫຼີເໜືອໄດ້ຕົກລົງສູ່ທະເລ "ຫຼັງຈາກສູນເສຍແຮງດັນອັນເນື່ອງ ມາຈາກການເລີ່ມຕົ້ນທີ່ຜິດປົກກະຕິຂອງເຄື່ອງຈັກໃນຂັ້ນຕອນທີສອງ," ພຽງຢາງ ກ່າວຫຼັງການປ່ອຍລົ້ມແຫຼວ ໂດຍຍອມຮັບຢ່າງກົງໄປກົງມາວ່າມີບັນຫາທາງວິ ຊາການ.

ເກົາຫຼີ​ເໜືອ​ຍັງໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສືບ​ຕໍ່​ພັດທະນາ​ຂີດຄວາມ​ສາມາດ​ດ້ານ​ນິວ​ເຄລຍຂອງ​ຕົນ ​ແລະ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ກັບ​ບັນດາ​ປະ​ເທດ​ທີ່​ຄັດຄ້ານຕໍ່​ອັນ​ທີ່​ຕົນ​ເອີ້ນ​ວ່າ “ຍຸດ​ທະ​ສາດ​ເພື່ອ​ຄວາມ​ເປັນ​ເຈົ້າ​ໂລກຂອງ ສະ​ຫະ​ລັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG