ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີ​ເໜືອ ກ່າວເຖິງ ຄວາມກ້າວໜ້າ ກ່ຽວກັບ ​​ໂຄງການ ​​ລູກ​ສອນ​ໄຟ ​ຂີ​ປະ​ນາ​ວຸດ ຂອງຕົນ


ຊາຍ​ຜູ້​ນຶ່ງ​ ຍ່າງ​ຜ່ານ​ໜ້າ TV ​ໃນ​ຂະນະ​ທີ່ມີການລາຍງານຂ່າວ ກ່ຽວກັບ​ທ່ານ Kim Jong Un ​ທີ່ສະຖານີລົດ​ໄຟ​ໃຕ້​ດິນແຫ່ງນຶ່ງ
​ໃນ​ນະຄອນໂຊ​ລ, ​ເກົາຫຼີ​ໃຕ້, 24 ມີນາ, 2016.
ຊາຍ​ຜູ້​ນຶ່ງ​ ຍ່າງ​ຜ່ານ​ໜ້າ TV ​ໃນ​ຂະນະ​ທີ່ມີການລາຍງານຂ່າວ ກ່ຽວກັບ​ທ່ານ Kim Jong Un ​ທີ່ສະຖານີລົດ​ໄຟ​ໃຕ້​ດິນແຫ່ງນຶ່ງ ​ໃນ​ນະຄອນໂຊ​ລ, ​ເກົາຫຼີ​ໃຕ້, 24 ມີນາ, 2016.

ເກົາຫຼີ​ເໜືອ ກ່າວວ່າ ຕົນ​ໄດ້ປະສົບ​ຜົນສຳ​ເລັດ​ໃນ​ການ​ທົດ​ລອງ​
ຈັກລູກ​ສອນ​ໄຟ​ທີ່​ໃຊ້ເຊື້ອ​ໄຟ​ແທ່ງ ຊຶ່ງ​ເປັນ​ບາດກ້າວ​ທີ່​ສຳຄັນ​ຍິ່ງ
​ໃນ​ຄວາມ​ພະຍາຍາມ​ຂອງ​ການ​ພັດທະນາລູກ​ສອນ​ໄຟ​ໄລຍະ​ໄກ
ທີ່​ສາມາດ​ຍິງ​ເຖິງເກົາຫຼີໃຕ້ ​ແລະ​ສະຫະລັດ.

ອົງການຂ່າວສູນ​ກາງ​ຂອງ​ລັດຖະບານເກົາຫຼີ​ເໜືອ ກ່າວ​ວ່າຜູ້ນຳ
​ທ່ານ Kim Jong-un ​ໄດ້ໄປ​ມີໜ້​າ​ດ້ວຍ​ຕົວທ່ານ​ເອງ ຊຶ່ງ​ທ່ານ​
ໄດ້​ກ່າວ​ວ່າ “ມັນ​ຈະ​ສ້າງ​ຄວາມ​ຢ້ານ​ກົວແລະ​ຄວາມ​ຕື່ນຕົກ​ໃຈ
​ຢູ່​ໃນທ່າມກາງຂອງ​ພວກ​ສັດຕູ.”

ການໃຊ້​ເຊື້ອ​ໄຟ​ແທ່ງ ​ແມ່ນ​ໄດ້​ຫຼຸດ​ຜ່ອນ​ເວລາໃນ​ການກະກຽມລົງ ​ແລະ​ເຮັດ​ໃຫ້​ລູກ​ສອນ​ໄຟ ສາມາດ​ເຄື່ອນ​ຍ້າຍ​ໄດ້​ຫລາຍ​ຂຶ້ນ ​ແລະຍັງ​ເຮັດ​ໃຫ້​ລູກ​ສອນ​ໄຟ​ເຫລົ່ານີ້ມີ​ຄວາມ​ໜ້າ​ເຊື່ອ​ຖື​ໄດ້​ຫຼາຍ​ຂຶ້ນກວ່າ​ລູກ​ສອນ​ໄຟ​ທີ່​ໃຊ້ເຊື້ອ​ໄຟ​ທີ່​ເປັນ​ຂອງ​ແຫຼວນັ້ນ.

ພຽງ​ຢາງ​ ​ເຄີຍໄດ້ກ່າວອ້າງເຖິງ​ຄວາມ​ກ້າວໜ້າແບບ​ດຽວ​ກັນ​ນີ້​ມາ​ກ່ອນ ​ໃນ​ໂຄງການ​ອາ​ວຸດ
ນິວ​ເຄລຍ​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງ​ຕົນຊຶ່ງ​ຮວມທັງການ​ກັບ​ຄືນເຂົ້າມາ​ສູ່​ບັນຍາ
ກາດ ​ໃນ​ການທົດ​ລອງໂຄງການ​ຂີ​ປະ​ນາ​ວຸດ. ບັນດາ​ນັກ​ຊ່ຽວຊານດ້ານ​ການ​ປ້ອງ​ກັນ​ປະ​ເທດ​ ທັງ​ໃນ​ເກົາຫຼີ​ໃຕ້​ແລະນາໆ​ຊາດ ​ໄດ້​ສະ​ແດງ​ຄວາມ​ສົງ​ໄສທີ່​ວ່າ ​ເກົາຫຼີ​ເໜືອໄດ້​ພັດທະນາລູກ​ສອນ​ໄຟ​ໄລຍະ​ໄກ ຫຼື​ ອຸບປະກອນ​ທີ່​ສາມາດ​ທົນ​ທານ​ຕໍ່​ຄວາມ​ຮ້ອນໃນ​ການ​ເຜົາໄໝ້​ເວລາ​ລູກສອນ​ໄຟ​ກັບ​ຄືນ​ເຂົ້າມາ​ສູ່ບັນຍາກາດ​ຂອງໂລກນັ້ນ.

ການກ່າວ​ອ້າງ ໃນ​ວັນ​ພະຫັດມື​ນີ້ຂອງເກົາຫຼີ​ເໜືອ ​ແມ່ນ​ການ​ໂຕ້​ຕອບຫຼ້າ​ສຸດ​ຂອງ​ອຳນາດ
ກາ​ນປົກຄອງ​ດັ່ງກ່າວ ຕໍ່ການ​ຊ້ອມ​ລົບ​ຮ່ວມ ​ລະຫວ່າງ​ສະຫະລັດ ກັບ​ເກົາຫຼີ​ໃຕ້ ​ແລະ​ການ​ເພີ້ມການ​ລົງ​ໂທດ​ຄັ້ງໃໝ່​ແລະ​ໜັກ​ກ​ວ່າ​ເກົ່າ ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ​ຕໍ່ການ​ທົດ​ລອງ​ນິວ​ເຄລຍແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂອງພຽງ​ຢາງ. ​ເກົາຫຼີ​ເໜືອ ​ໄດ້​ຂົ່ມຂູ່​ທີ່​ຈະ​ເປີດ​ສາກ​ການ​ໂຈມ​ຕີ​ທາງ​ທະຫານທີ່​ຮ້າຍ​ແຮງຕໍ່​ໂຊ​ລ ​ແລະໄດ້​ຍິງ​ລູກ​ສອນ​ໄຟ​ໄລຍະ​ໃກ້​ແລະ​ໄລຍະ
​ປາ​ນກາງພ້ອມ​ທັງ​ຈະ​ຫລວດ​ໃນ​ສັບປະດາ​ແລ້ວ​ນີ້.

ປະທານາທິບໍດີເກົາຫຼີ​ໃຕ້ ທ່ານນາງ Park Geun-hye ​ໄດ້​ສັ່ງ​ການ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃຫ້ເພີ້ມການ​ຮັກສາ​ຄວາມ​ປອດ​ໄພເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ທີ່​ອາດ​ມີ​ຂຶ້ນ​ຂອງ​ເກົາຫຼີ​ເໜືອ ນັ້ນ.

XS
SM
MD
LG