ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ຖິ້ມໂທດໃສ່ ສະຫະລັດ ວ່າເຮັດໃຫ້ ອິນເຕີແນັດ ໃຊ້ການບໍ່ໄດ້


ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un (ກາງ) ພວມເບິ່ງ ຄອມພິວເຕີ້ ຂະນະທີ່ທ່ານກວດກາເບິ່ງການຍິງປືນໃຫຍ່ ໃສ່ເປົ້າໝາຍ ໃນເຂດນ່ານນ້ຳທາງກ້ຳຕາເວັນຕົກສຽງໃຕ້ ແຫ່ງນຶ່ງ ຂອງເກົາຫຼີເໜືອ.
ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un (ກາງ) ພວມເບິ່ງ ຄອມພິວເຕີ້ ຂະນະທີ່ທ່ານກວດກາເບິ່ງການຍິງປືນໃຫຍ່ ໃສ່ເປົ້າໝາຍ ໃນເຂດນ່ານນ້ຳທາງກ້ຳຕາເວັນຕົກສຽງໃຕ້ ແຫ່ງນຶ່ງ ຂອງເກົາຫຼີເໜືອ.

ເກົາຫຼີເໜືອກ່າວຫາສະຫະລັດວ່າ ເປັນຜູ້ຮັບຜິດຊອບຕໍ່ການທີ່
ອິນເຕີແນັດຂອງຕົນ ໃຊ້ການບໍ່ໄດ້ ໃນໄລຍະສອງສາມມື້ຜ່ານ
ມານີ້ທ່າມກາງທີ່ເກີດບັນຫາຂັດແຍ້ງລະຫວ່າງປະເທດທັງສອງ ກ່ຽວກັບການໂຈມຕີເຈາະຂໍ້ມູນຂອງບໍລິສັດຮູບເງົາໂຊນີ.

ຄະນະກຳມາທິການປ້ອງກັນຊາດທີ່ມີອິດທິພົນຂອງເກົາຫຼີເໜືອ
ຊຶ່ງເປັນອົງການສູງສຸດ ໃນການປົກຄອງປະເທດ ທີ່ນຳພາໂດຍ
ທ່ານ ກິມ ຈົງ ອຸນໄດ້ອອກຖະແຫຼງການສະບັບນຶ່ງກ່າວຫາວໍຊິງ
ຕັນວ່າ ເປັນຜູ້ເຮັດໃຫ້ລະບົບອິນເຕີແນັດຂອງຕົນໃຊ້ການບໍ່ໄດ້ ຢ່າງສິ້ນເຊີງເປັນເວລາປະມານ 9 ຊົ່ວໂມງ ແລະການມອດລົງ ເປັນໄລຍະໆກ່ອນໜ້ານັ້ນ.

ການມອດລົງຫຼືໃຊ້ການບໍ່ໄດ້ຂອງລະບົບອິນເຕີແນັດເກົາຫຼີເໜືອມີຂຶ້ນຫລັງຈາກປະທານາ ທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ສະຫະລັດ ຈະທຳການຕອບໂຕ້ ຕໍ່ອັນທີ່ ວໍຊິງຕັນກ່າວວ່າການໂຈມຕີຕໍ່ບໍລິສັດໂຊນີຂອງເກົາຫຼີເໜືອ.

ເກົາຫລີເໜືອປະຕິເສດວ່າ ຕົນບໍ່ມີສ່ວນຮັບຜິດຊອບ ໃນການໂຈມຕີຕາໜ່າງຄອມພິວເຕີ້ ຂອງບໍລິສັດຮູບເງົາໂຊນີແລະນຳເອົາອີແມລທີ່ໜ້າລະອາຍ ແລະຂໍ້ມູນສ່ວນຕົວອອກເຜີຍ
ແຜ່ນັ້ນ.

ລັດຖະບານເກົາຫຼີເໜືອມີຄະນະໂຈມຕີເຈາະຂໍ້ມູນຫຼືແຮັກເກີ້ຊັ້ນແນວໜ້າທີ່ມີການຖິ້ມໂທດ ໃສ່ວ່າ ເປັນຜູ້ຮັບຜິດຊອບຕໍ່ການໂຈມຕີຢ່າງຕໍ່ເນື່ອງໃນໄລຍະສອງສາມປີຜ່ານມານີ້. ແຕ່ ໃນເມື່ອວ່າ ປະເທດດັ່ງກ່າວບໍ່ໄດ້ມີລະບົບອິນເຕີແນັດໃຊ້ຢ່າງກວ້າງຂວາງເທື່ອນັ້ນ ຈຶ່ງບໍ່ມີ ຄວາມຫລໍ່ແຫລມປານໃດຕໍ່ການພະຍາຍາມໂຈມຕີເຈາະຂໍ້ມູນ.

NOKOR US HACKING VO
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG