ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາ​ຫຼີເໜືອ​ ຖິ້ມ​ໂທດ​ໃສ່ ສຫລ ວ່າ ເປັນ​ຜູ້​ເຮັດ​ໃຫ້ ​ການ​ເຈ​ລະ​ຈາ​ ​ກ່ຽວ​ກັບ ອາ​ວຸດນິວ​ເຄ​ລຍ ​ພົບ​ທາງ​ຕັນ


ກອງ​ປະ​ຊຸມ​ສຸດຍອດຄັ້ງ​ທີ 2 ລະ​ຫວ່າງປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກັບ​ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ ຈົງ ອຶນ ​ທີ່ນະ​ຄອ​ນ​ຫລວງ​ຮາ​ໂນ່ຍ, ຫວຽດ​ນາມ​ ໃນ​ວັນ​ທີ 28 ກຸມ​ພາ, 2019
ກອງ​ປະ​ຊຸມ​ສຸດຍອດຄັ້ງ​ທີ 2 ລະ​ຫວ່າງປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກັບ​ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ ຈົງ ອຶນ ​ທີ່ນະ​ຄອ​ນ​ຫລວງ​ຮາ​ໂນ່ຍ, ຫວຽດ​ນາມ​ ໃນ​ວັນ​ທີ 28 ກຸມ​ພາ, 2019

ເກົາ​ຫລີ​ເໜືອ​ກຳ​ລັງ​ຕຳ​ໜິ​ສະ​ຫະ​ລັດ​ວ່າ ເປັນ​ຜູ້​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ອາ​ວຸດນິວ​ເຄ​ລຍ​ພົບ​ທາງ​ຕັນ, ໂດຍປະ​ຕິ​ຍານ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ “ບໍ່​ເປີດ​ການ​ເຈ​ລະ​ຈາ​ຄືນ​ໃໝ່​ອີກ” ເວັ້ນ​ເສຍ​ແຕ່​ວ່າ ວໍ​ຊິງ​ຕັນ ປະ​ລະການ​ຮຽກ​ຮ້ອງ​ໃຫ້​ປົດ​ອາ​ວຸດ.

ກອງ​ປະ​ຊຸມ​ສຸດຍອດຄັ້ງ​ທີ 2 ລະ​ຫວ່າງປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກັບ​ຜູ້​ນຳ​ເກົາ​ຫລີ​ເໜືອ, ທ່ານ ກິມ ຈົງ ອຶນ ​ທີ່ນະ​ຄອ​ນ​ຫລວງ​ຮາ​ໂນ່ຍ ໄດ້​ສິ້ນ​ສຸດ​ລົງ​ໂດຍບໍ່​ມີ​ການ​ຕົກ​ລົງ​ກັນ​ໃດໆ ກ່ຽວ​ກັບ​ການ​ຍົກ​ເລີກ​ມາດ​ຕະການ​ລົງ​ໂທດ ຕໍ່​ພຽງ​ຢາງ ແລະກໍບໍ່​ມີການ​ຍິນຍອມ​ຂອງ​ເກົາ​ຫລີ​ເໜືອກ່ຽວ​ກັບໂຄງ​ການ​ນິວ​ເຄ​ລຍ ແລະຂີ​ປະ​ນ​າ​ວຸດ​ທີ່​ຖືກ​ເກືອດ​ຫ້າມນັ້ນ.

ໂຮງ​ສົບ​ຂອງ​ທະ​ຫານ​ອາ​ເມ​ຣິກັນ​ທີ່ເສຍ​ຊີ​ວິດ ຫລື​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ ທີ່​ສົ່ງ​ກັບ​ບ້ານ​ຈາກ ເກົາ​ຫລີ​ເໜືອ ຖືກ​ຫຸ້​ມ​ຫໍ່​ດ້ວຍ​ທຸງ​ຊາດ ຢູ່​ໃນ​ພິ​ທີ​ຕ້ອ​ນ​ຮັບ​ໃນ​ຄ້າຍທ່າ​ເຮືອ Pearl ຢູ່​ລັດ​ຮາ​ວາຍ, 1 ສິງ​ຫາ 2018.
ໂຮງ​ສົບ​ຂອງ​ທະ​ຫານ​ອາ​ເມ​ຣິກັນ​ທີ່ເສຍ​ຊີ​ວິດ ຫລື​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ ທີ່​ສົ່ງ​ກັບ​ບ້ານ​ຈາກ ເກົາ​ຫລີ​ເໜືອ ຖືກ​ຫຸ້​ມ​ຫໍ່​ດ້ວຍ​ທຸງ​ຊາດ ຢູ່​ໃນ​ພິ​ທີ​ຕ້ອ​ນ​ຮັບ​ໃນ​ຄ້າຍທ່າ​ເຮືອ Pearl ຢູ່​ລັດ​ຮາ​ວາຍ, 1 ສິງ​ຫາ 2018.

ຖະ​ແຫລງ​ການ​ທີ່​ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ສຸກວານນີ້ ຜ່ານອົງ​ການ​ຂ່າວສູນ​ກາງ​ເກົາ​ຫລີ​ຂອງ​ພຽງ​ຢາງ, ທີ່​ໄດ້​ອ້າງ​ເຖິງ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ລັດ​ຖະ​ບານ​ເກົາ​ຫລີ​ເໜືອ ແມ່ນ​ໄດ້​ກ່າວ​ຫາ​ສະ​ຫະ​ລັດ​ວ່າ ​ເຈດ​ຕະ​ນາເຮັດ​ໃຫ້​ການ​ເຈ​ລະ​ຈາ​ລົ້ມ​ແຫລວ ໂດຍໃຊ້​ຂໍ້​ຮຽກ​ຮ້ອງທີ່​ເປັນ​ໄປ​ບໍ່​ໄດ້.

ຖະ​ແຫລງ​ການ​ດັ່ງ​ກ່າວ​ເວົ້າ​ວ່າ ເກົາ​ຫລີ​ເໜືອ "ໄດ້​ເອົາ​ມາດ​ຕະ​ການ​ທີ່​ສຳ​ຄັນ ແລະ​ມີ​ຄວາມ​ໝາຍ," ຊຶ່ງ​ລວມ​ທັງ​ງົດ​ການ​ທົດ​ລອງ​ນິວ​ເຄ​ລຍ ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄວ້ ແລະ​ເອົາ​ບາດ​ກ້າວ​ຂຶ້ນ​ໄປ​ຫາ "ການ​ສົ່ງ​ຊາກ​ສົບ​ຂອງ​ທະ​ຫານ​ອາ​ເມ​ຣິກັນ​ທີ່ເສຍ​ຊີ​ວິດ ຫລື​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ ທີ່​ເອີ້ນ​ວ່າ POW/MIA ນັ້ນ." ຖະ​ແຫລງ​ການນັ້ນ ​ກ່າວຕໍ່​ໄປ​ວ່າ ແຕ່ ແທນ​ທີ່​ຈະ​ຕອບ​ສະ​ໜອງຕໍ່ "ມາດ​ຕະ​ການ​ທີ່​ຫວັງ​ດີ​ຂອງ​ພວກ​ເຮົາໃນ​ລັກ​ສະ​ນະ​ແບບ​ດຽວ​ກັນ, ສະ​ຫະ​ລັດ "ກັບມີ​ເຈດ​ຕະ​ນາທີ່​ຈະ​ຜັກ​ດັນ​ໃຫ້​ການ​ເຈ​ລະ​ຈາກ້າວໄປ​ສູ່​ການ​ແຕກ​ຫັກ ໂດຍຢາກ​ໃຫ້ ​ DPRK ປົດ​ອາ​ວຸດ​ແຕ່ພຽງ​ຝ່າຍ​ດຽວ,” ໂດຍໝາຍ​ເຖິງ ຊື່​ທີ່​ເປັນ​ທາງ​ການ​ຂອງ​ເກົາ​ຫລີ​ເໜືອ ທີ່​ເອີ້ນ​ວ່າ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ເກົາ​ຫລີ​.

ເກົາ​ຫລີ​ເໜືອເວົ້າ​ວ່າ ສະ​ຫະ​ລັດ "ຈະ​ບໍ່​ສາ​ມາດຍ້າຍພວກ​ເຮົາ​ໄດ້ແມ່ນ​ແຕ່ 1 ນີ້ວ ໂດຍ​ໃຊ້​ອຸ​ປະ​ກອນທີ່​ຕົນ​ກຳ​ລັງ​ຊັ່ງ​ຊາ​ຢູ່​ໃນ​ໃຈດຽວນີ້, ການ​ເຄື່ອນ​ໄຫວ​ຂອງ​ປະ​ເທດ​ດັ່ງ​ກ່າວ ທີ່ບໍ່ໜ້າເຊື່ອ​ຖື​ໄດ້ ແລະ​ຮຸນ​ແຮງຕໍ່ ສ​ປ​ປ ເກົາ​ຫລີ ຫລື DPRK ເພີ້ມຂຶ້ນ​ໄປ​ອີກເທົ່າ​ໃດ ການ​ຕອບ​ໂຕ້​ຄືນ​ຂອງ​ພວກ​ເຮົາ​ກໍ​ຍິ່ງ​ຈະ​ຮຸນ​ແຮງ​ຂຶ້ນ​ໄປ​ເທົ່າ​ນັ້ນ."

ສະ​ຫະ​ລັດ ກ່າວ​ອ້າງວ່າ ການ​ເຈ​ລະ​ຈາບໍ່​ປະ​ສົບ​ຜົນ​ສຳ​ເລັດ​ກໍ​ຍ້ອນ​ວ່າ ເກົາ​ຫລີ​ເໜືອ​ໄດ້​ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ການ​ລົງ​ໂທດ​ ເພື່ອ​ແລກ​ປ່ຽນ​ກັບການ​ທັບ​ມ້າງ​ເປັນ​ບາງ​ພາກ​ສ່ວນ​ຂອງ​ໂຄງ​ການ​ນິວ​ເຄ​ລຍ​ຂອ​ງຕົນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG