ຫ້ອງການສືບສວນຂອງລັດຖະບານກາງສະຫະລັດ, ໃນວັນພຸດວານນີ້ ໄດ້ຕັ້ງຂໍ້ຫາຕໍ່ ເກົາຫຼີເໜືອ ວ່າເປັນຜູ້ຢູ່ເບື້ອງຫຼັງການລັກຂະໂມຍຊັບສິນດິຈິຕອລມູນຄ່າ 1 ພັນ 5 ຮ້ອຍລ້ານໂດລາ ໃນອາທິດທີ່ຜ່ານມາ, ເຊິ່ງເປັນການລັກເງິນ crypto ທີ່ໃຫຍ່ທີ່ສຸດໃນປະຫວັດສາດ.
ອັງການສັນຕິບານກາງ FBI ກ່າວໃນການປະກາດຕໍ່ສາທາລະນະວ່າ “ເກົາຫຼີເໜືອ ອອກມາຮັບຜິດຊອບຕໍ່ການລັກຊັບສິນທາງອອນໄລນ໌ ມູນຄ່າປະມານ 1 ພັນ 5 ຮ້ອຍລ້ານໂດລາ ຈາກການແລກປ່ຽນສະກຸນເງິນຄຣິປໂຕ ບາຍບິດ (Bybit).”
ຫ້ອງການສືບສວນຂອງລັດຖະບານ ກ່າວວ່າ ກຸ່ມທີ່ຮ້ອງຊື່ຕົນເອງວ່າ ເທຣດເດີ້ເທຣດເຕີ (TraderTraitor) ຫຼື ທີ່ຮູ້ຈັກກັນໃນຊື່ກຸ່ມ ລາຊາຣັສ (Lazarus) ແມ່ນຜູ້ຢູ່ເບື້ອງຫຼັງໃນການຈາລະກຳຄັ້ງນີ້.
ລາຍງານເປີດເຜີຍວ່າ “ພວກເຂົາກໍາລັງດໍາເນີນການຢ່າງໄວວາ ແລະໄດ້ປ່ຽນຊັບສິນທີ່ຖືກລັກໄປເປັນເງິນສະກຸນ Bitcoin ແລະຊັບສິນອອນໄລນ໌ອື່ນໆທີ່ ແຈກຢາຍໄປທົ່ວເຄືອຂ່າຍ blockchain ຫຼາຍແຫ່ງ.”
ອົງການ FBI ກ່າວຕື່ມ ໂດຍຄາດວ່າ “ຊັບສິນເຫຼົ່ານີ້ ຈະຖືກຟອກຕໍ່ໄປ ແລະໃນທີ່ສຸດກໍ່ຈະຫັນປ່ຽນເປັນສະກຸນເງິນຄຣິປໂຕ້.”
ກຸ່ມ ລາຊາຣັສ ມີຊື່ສຽງທີ່ບໍ່ດີໃນຊ່ວງນຶ່ງທົດສະວັດທີ່ຜ່ານມາ ລຸນຫຼັງຖືກກ່າວຫາວ່າ ເຈາະຂໍ້ມູນເຂົ້າໄປໃນ Sony Pictures ເພື່ອຕອບໂຕ້ຕໍ່ຮູບເງົາເລື້ອງ “The Interview,” ທີ່ເປັນການເຍາະເຢີ້ຍຜູ້ນໍາເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ.
ໂຄງການສົງຄາມທາງອິນເຕີແນັດຂອງ ເກົາຫຼີເໜືອ ມີມາແຕ່ຊ່ວງຊຸມປີ 1990.
ນັບຕັ້ງແຕ່ນັ້ນມາ, ກໍໄດ້ຂະຫຍາຍໂຕຂຶ້ນເປັນໜ່ວຍງານສົງຄາມທາງອິນເຕີເນັດທີ່ມີຄວາມເຂັ້ມແຂງໂດຍມີໜ່ວຍງານ 6,000 ແຫ່ງ ເຊິ່ງຮູ້ຈັກໃນຊື່ສຳນັກງານ 121 ທີ່ປະຕິບັດການຈາກຫຼາຍປະເທດ, ອີງຕາມລາຍງານຂອງກອງທັບສະຫະລັດໃນປີ 2020.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
The US Federal Bureau of Investigation on Wednesday accused North Korea of being behind the theft of $1.5 billion worth of digital assets last week, the largest crypto heist in history.
"(North Korea) was responsible for the theft of approximately $1.5 billion in virtual assets from cryptocurrency exchange, Bybit," the FBI said in a public service announcement.
The bureau said a group called TraderTraitor, also known as the Lazarus Group, was behind the theft.
It said they were "proceeding rapidly and have converted some of the stolen assets to Bitcoin and other virtual assets dispersed across thousands of addresses on multiple blockchains."
"It is expected these assets will be further laundered and eventually converted to fiat currency," the FBI added.
Lazarus Group gained notoriety a decade ago when it was accused of hacking into Sony Pictures as revenge for "The Interview," a film that mocked North Korean leader Kim Jong Un.
North Korea's cyber-warfare program dates back to at least the mid-1990s.
It has since grown to a 6,000-strong cyber-warfare unit known as Bureau 121 that operates from several countries, according to a 2020 US military report.
ຟໍຣັມສະແດງຄວາມຄິດເຫັນ