ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ຫ້າມນັກຂ່າວ ຕ່າງປະເທດ ຈາກ ກອງ​ປະ​ຊຸມ​ໃຫຍ່ ​​​ພັກແຮງ​ງານ


ຕຳຫລວດຈາລະຈອນເກົາຫລີເໜືອ ຢືນຢູ່ຕໍ່ໜ້າທຸງ ​ຂອງ​​ພັກແຮງ​ງານ.
ຕຳຫລວດຈາລະຈອນເກົາຫລີເໜືອ ຢືນຢູ່ຕໍ່ໜ້າທຸງ ​ຂອງ​​ພັກແຮງ​ງານ.

ລັງ​ຈາກ​ໄດ້​ເຊີນ​ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ​ຫລາຍ​ຮ້ອຍ​ຄົນ ​ໄປລາຍ​ງານຂ່າວກ່ຽວ​ກັບ ກອງ​ປະ​ຊຸມ​ໃຫຍ່​ຂອງພັກແຮງ​ງານ ຊຶ່ງ​ເປັນ​ພັກ​ລັດຖະບານ​ຂອງເກົາຫລີ​ເໜືອ ​ໃນ​ຮອບ 36 ປີ​ແລ້ວ ​ເກົາຫລີ​ເໜືອ​ຊ້ຳພັດໄດ້​ຫ້າມບໍ່​ໃຫ້​ສື່​ມວນ​ຊົນ​ເຂົ້າ​ໄປໃນ​ກອງ​ປະຊຸມ​ດັ່ງກ່າວ.

​ກອງ​ປະຊຸມ​ໃຫຍ່​ຂອງພັກ​ແຮງ​ງານ​ນີ້ເປັນ​ກອງປະຊຸມ​ທາງ​ການ​ເມືອງທີ່ໃຫຍ່​ສຸດ ທີ່ໄດ້​ ຈັດຕັ້ງ​ຂື້ນ​ໃນ​ເກົາຫລີ​ເໜືອໃນ​ຮອບ​ຫຼາຍສິບ​ປີ ​ແລະຄາດ​ວ່າ​ຈະເປັນ​ການເສີມ​ຂະຫຍາຍ​ ການ​ເຂົ້າກຳອຳນາດ​ຜູ້ນຳ​ໜຸ່ມ​ນ້ອຍທ່ານ Kim Jong Un ​ແລະ​ປະກາດ​ນະ​ໂຍບາຍ “Byongjin” ຂອງ​ທ່ານ​ຢ່າງ​ເປັນ​ທາງ​ການ ​ເພື່ອ​ຊຸກ​ຍູ້ທັງ​ການ​ພັດ​ທະນາເສດຖະກິດ ​ແລະ​ ສະມັດ​ຖະພາບ​ທາງ​ດ້ານນິວ​ເຄລຍ​ໄປ​ພ້ອມໆກັນ.

ບັນດານັກຂ່າວຕ່າງປະເທດພາກັນຖ່າຍຮູບ ໃນວັນທີ 25 ເມສາ ທີ່ສູນກາງວັດທະນາທຳເກົາຫລີເໜືອ.
ບັນດານັກຂ່າວຕ່າງປະເທດພາກັນຖ່າຍຮູບ ໃນວັນທີ 25 ເມສາ ທີ່ສູນກາງວັດທະນາທຳເກົາຫລີເໜືອ.

ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ແຮງ​ງານ ຄັ້ງ​ສຸດ​ທ້າຍ​ໄດ້ຈັດ​ຂຶ້ນ​ໃນ​ປີ 1980 ກ່ອນທີ່ທ່ານ Kim Jong Un ເກີດ ແລະ​ໄດ້​ຈັດ​ຂຶ້ນເພື່ອ​ໃຫ້​ການ​ຮັບ​ຮູ້ ​ໃນ​ການ​ເຂົ້າກຳອຳນາດ​ຂອງ ທ່ານ Kim Jong Il ບິດາ​ຂອງ​ທ່ານວ່າ ​ເປັນ​ຜູ້​ສືບ​ທອດການ​ປົກຄອງ​ຢ່າງ​ຖືກຕ້ອງ​ຊອບທຳຈາກ ທ່ານ Kim II Sung ຜູ້​ກໍ່ຕັ້ງ​ເກົາຫຼີ​ເໜືອ​ແລະ ເປັນ​ປູ່ຂອງ​ຜູ້ນຳ​ຄົນ​ປັດຈຸບັນ.

ຄົນພາກັນຢ່າງຢູ່ຕໍ່ໜ້າ ບ່ອນທີ່​ພິທີ​ເກີດ​ຂຶ້ນ ໃນວັນທີ 6 ພືດສະພາ 2016.
ຄົນພາກັນຢ່າງຢູ່ຕໍ່ໜ້າ ບ່ອນທີ່​ພິທີ​ເກີດ​ຂຶ້ນ ໃນວັນທີ 6 ພືດສະພາ 2016.

ທ່ານ Kim ​ໄດ້​ຄາດໝາຍ​ວ່າ ​ຈະ​ກ່າວ​ຄຳ​ປາ​ໄສ​ເປີດ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ແຮງ​ງານ ​ທີ​ຄາດ​ກັນ​ວ່າ​ຈະ​ສິ້ນ​ສຸດ​ລົງ​ພາຍໃນ​ສີ່​ມື້ ​ແຕ່​ວ່າ​ພາກສ່ວນຂອງພິທີ​ດັ່ງ ກ່າວ​ໄດ້​ປິດ​ຕໍ່​ສື່​ມວນ ຊົນ ​ແລະ​ບໍ່​ໄດ້​ອອກ​ອາກາດ​ໂດຍ​ໂທລະພາບ​ລັດຖະບານ.

ທ່ານ​ນາງ Anna Fifield ຫົວໜ້າຫ້ອງການໜັງສືພິມ Washington Post ​ຢູ່ ນະຄອນ ຫຼວງ Tokyo ​ຂອງ​ຍີ່ປຸ່ນ ​ສາມາດ​ອອກ​ອາກາດ​ສົດ​ທາງອິນ​ເຕີ​ແນັດໃນ ​ວັນ​ທີ 25 ​ເມສານີ້ ຢູ່​ນອກສູນ​ວັດທະນາ​ທຳ ບ່ອນທີ່​ພິທີ​ດັ່ງກ່າວ​ໄດ້​ຂຶ້ນ ​ແຕ່​ບໍ່​ໄດ້​ຖືກ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ທາງ​ໃນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG