ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ້າ​​ຂອງ ທ່ານ ກິມ ​ຈົງ ອຶນ ກັບ​ມາ​ປາ​ກົດ​ໂຕ​ອີກ ພາຍ​ຫລັງບໍ່​ມີ​ໃຜ​ຮູ້ ກ່ຽວ​ກັບ​ຊາ​ຕາ​ກຳ​ຂອງ​ເພິ່ນ ໄດ້​ຫລາຍ​ປີ​ແລ້ວ​


​ພາບ​ຖ່າຍ​ຈາກວີ​ດິ​ໂອ​ໃນ​ວັນ​ທີ 16 ກຸມ​ພາ, 2013 ສະ​ແດງ ໃຫ້​ເຫັນ ທ່ານ ກິມ ​ຈົງ ອຶນ ກັບ​ປ້າກິມ ກິອອງ ຮຸຍຂອງ​ທ່ານ ເຂົ້າຮ່ວມ​ພິ​ທີ​ເປີດ​ຜ້າ​ຮູບ​ປັ້ນ​ອັນ​ນຶ່ງໃນ ​ນະ​ຄ​ອນ​ຫລວງພຽງ​ຢາງ.
​ພາບ​ຖ່າຍ​ຈາກວີ​ດິ​ໂອ​ໃນ​ວັນ​ທີ 16 ກຸມ​ພາ, 2013 ສະ​ແດງ ໃຫ້​ເຫັນ ທ່ານ ກິມ ​ຈົງ ອຶນ ກັບ​ປ້າກິມ ກິອອງ ຮຸຍຂອງ​ທ່ານ ເຂົ້າຮ່ວມ​ພິ​ທີ​ເປີດ​ຜ້າ​ຮູບ​ປັ້ນ​ອັນ​ນຶ່ງໃນ ​ນະ​ຄ​ອນ​ຫລວງພຽງ​ຢາງ.

ປ້າ​ຜູ້​ມີ​ອິດ​ທິ​ພົນ​ຂອງທ່ານ ກິມ ​ຈົງ ອຶນ, ​ຜູ້​ນຳ​ເກົາ​ຫລີ​ເໜືອໄດ້​ອອກ​ມາ​ປ​າ​ກົດ​ໂຕໃນ​ສາ​ທາ​ລະ​ນະ​ຊົນ​ເປັນ​ຄັ້ງ​ທຳ​ອິດ ໃນ​ຮອບ 6 ປີ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ລັດ​ຖະ​ບານ​ໃນ​ວັນ​ອາ​ທິດ​ວານນີ້, ຊຶ່ງ​ເປັນ​ເວ​ລາ​ຫລາຍ​ປີ ຫລັງ​ຈາກ​ສາ​ມີ​ຂອງ​ທ່ານ​ນາງ​ຖືກ​ປະ​ຫານ​ຊີ​ວິດ​ເພື່ອ​ກຳ​ຈັດ​ໃຫ້​ໝົດ​ໄປ.

ທ່ານ​ນາງ ກິມ​ ກິ​ອອງ ຮຸຍ ເປັນ​ເອື້ອຍ​ຂອງ​ອະ​ດີດ​ຜະ​ເດັດເກົາ​ຫລີ​ເ​ໜືອ, ທ່ານ ກິມ ຈົງ​ ອີ​ລ, ແລະ​ມີ​ບົດ​ບາດ​ເປັນ​ຜູ້​ນຳ​ໃນ​ໄລ​ຍະ​ຊຸມ​ປີ​ຕົ້ນໆ​ຂອງ​ການ​ປົກ​ຄອງ ຂອງຜູ້​ນຳ​ຄົນ​ປັດ​ຈຸ​ບັນ, ທ່ານ ກິມ​ ຈົງ​ ອຶນ.

ໂດຍ​ສ່ວນ​ໃຫຍ່​ແລ້ວ, ທ່ານ​ນາງ​ໄດ້​ຫາຍ​ຕົວ​ໄປ​ສາຍ​ຕາ​ຂອງ​ປະ​ຊາ​ຊົນ ນັບ​ແຕ່ ປີ 2013 ເປັນ​ຕົ້ນ​ມາ ພາຍ​ຫລັງ​ທີ່​ທ່ານ ກິມ​ ຈົງ​ ອຶນ ໄດ້​ອອກ​ຄຳ​ສັ່ງ​ໃຫ້ ປະ​ຫານ​ຊີ​ວິດ​ ທ່ານ ຈາງ​ ຊອງ ແທັກ, ສາ​ມີ​ຂອງ​ທ່ານ​ນາງ ຊຶ່ງ​ຖືກມອງ​ກັນ​ວ່າ ທ່ານ​ເປັນ​ຜູ້​ທີ່​ມີ​ອິດ​ທິ​ພົນ​ອັນ​ດັບ​ສອງ​ໃນ ເກົາ​ຫລີ​ເໜືອໃນ​ສະ​ໄໝ​ນັ້ນ.

ໃນ​ວັນ​ອາ​ທິດ​ວານນີ້, ອົງ​ການ​ຂ່າວ​ຂອງ​ລັດ​ໄດ້​ສະ​ແດງ​ໃຫ້ເຫັນ​ວ່າ ທ່ານ​ນາງ ກິມ​ ກິ​ອອງ ຮຸຍ ນັ່ງ​ຢູ່​ໃກ້​ກັບທ່ານ ກິມ​ ຈົງ​ ອຶນ ເບິ່ງ​ການ​ສະ​ແດງ​ໃນ​ຂະ​ນະທີ່ ສະ​ຫລອງ​ປີ​ໃໝ່​ຈີນຢູ່​ໃນ​ນະ​ຄອນ​ພຽງ​ຢາງ.
"ຜູ້​ຊົມ​ຊາວເກົາ​ຫລີ​ເໜືອຫລາຍ​ຄົນ​ຄິດ​ວ່າທ່ານນາງ ກິມ ກິອອງ ຮຸຍ ໄດ້​ໄປ​ອາ​ໄສ​ຢູ່​ຕ່າ​ງ​ປະ​ເທດ ຫລື​ແມ່ນ​ແຕ່​ຖືກ​ຂ້າ​ຕາຍ ເມື່ອ​ມີ​ການ​ຕາຍ​ຂອງ​ສາ​ມີ​ທ່ານ​ນາງ, ໂດຍ​ທີ່​ໄດ້​ເຫັນ​ທ່ານ​ນາງ​ປາ​ກົດ​ໂຕ​ອອກ​ມາ​ຢູ່​ຂ້າງ​ຂອງຜູ້​ນຳ ພ​າຍ​ຫລັງ ເວ​ລາ​ປະ​ມານ 6 ປີ ຕໍ່​ມາ ແນ່ນອນ​ເປັນ​ເລື້ອງ​ໜ້າສົນ​ໃຈ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ໂອ​ລິ​ເວີ ຮັອດ​ແມນ (Oliver Hotham), ຫົວ​ໜ້າ​ບັນ​ນາ​ທິ​ການ​ຂອງ​ອົງ​ການ​ຂ່າວ NK News, ອົງ​ການ​ທີ່​ຕັ້ງ​ຢູ່​ໃນ​ນະ​ຄອນ​ໂຊ​ລ ທີ່​ຕິດ​ຕາມ​ເບິ່ງ ເກົາຫລີເໜືອນັ້ນ.

ທ່ານນາງ ກິມ ກິອອງ ຮຸຍ ແລະ ສາມີຂອງທ່ານນາງ ຄັ້ງ​ນຶ່ງ​ເຄີຍ​ເປັນ​ຄູ່​ສາ​ມີ​ພັນ​ລະ​ຍາ​ທີ່​ມີ​ອິດ​ທິ​ພົນ ທີ່​ໄດ້​ສ້າງ​ຕັ້ງຕຳ​ແໜ່ງ​ຜູ້​ປົກ​ຄອງ​ຢູ່​ໃນ​ໂລກ​ການ​ເມືອງ​ຂອງເກົາຫລີເໜືອ ຢູ່​ທາງ​ຫລັງ​ຂອງ​ຜູ້​ນຳ​ທີ່​ໜຸ່ມ ແລະ​ບໍ່​ມີ​ໃຈ​ໜັກ​ແໜ້ນ ທີ່​ຂຶ້ນ​ກຳ​ຕຳ​ແໜ່ງ​ແທນ​ບິ​ດາ​ຂອງ​ທ່ານ​ໃນ​ເດືອນ​ທັນ​ວາ ປີ 2011.

"ການ​ອອກ​ມາ​ປະ​ກົດ​ໂຕ​ໃນ​ທັນ​ທີ​ທັນ​ໃດ ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສຳ​ຄັນ ຢູ່​ໃນ​ລະ​ບອບ​ການ​ປົກ​ຄອງ​ເຊັ່ນ​ຂອງເກົາຫລີເໜືອ ແມ່ນ​ມີ​ຄວາມ​ສຳ​ຄັນ​ສະ​ເໝີ,” ນັ້ນ​ຄຳ​ຄຳ​ເວົ້າ​ຂອງ​ທ່ານ ໄມ​ໂຄ​ລ ແມັດ​ເດັນ (Michael Madden), ນັກ​ຊ່ຽວ​ຊານກ່ຽວ​ກັບເກົາຫລີເໜືອທ່ານ​ນຶ່ງ ຢູ່​ໃນ​ສູນ​ກາງ ສ​ຕິມ​ຊັນ (Stimson) ທີ່​ຕັ້ງ ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ.

ທ່ານ ກິມ​ ຈົງ​ ອຶນ ກຳ​ລັງ​ປະ​ເຊີນ​ກັບ​ການ​ເມືອງ​ທີ່​ມີ​ຄວາມ​ຫລໍ່​ແຫລມຢູ່ໃນ​ສາ​ກົນ ແລະ ຢູ່​ພາຍ​ໃນ​ປະ​ເທດ ຍ້ອນ​ການ​ເຈ​ລະ​ຈາ​ປົດ​ອາ​ວຸດ​ນິງ​ເຄ​ລຍ​ກັບ​ສະ​ຫະ​ລັດ​ຍັງ​ຢູ່​ໃນ​ສະ​ພາບບໍ່​ໄປ​ບໍ່​ມາ ແລະ​ການ​ລົງ​ໂທດ​ສາ​ກົນ ໄດ້​ເຮັ​ດ​ໃຫ້​ເສດ​ຖະ​ກິດ ເກົາຫລີເໜືອບໍ່​ຂະ​ຫຍາຍ​ຕົວ​ໄດ້.

ທ່ານ ແມັດ​ເດັນເວົາ​ອີກວ່າ ການ​ກັບ​ຄືນ​ມາ​ປາ​ກົດ​ໂຕ​ອີກ​ຂອງ​ປ້າ​ຂອງ​ທ່ານ ໄດ້​ພາ​ໃຫ້​ມາ​ຄຳ​ຖາມ​ຫລາຍ​ອັນ ກ່ຽວ​ກັບ​ວ່າ ມັນ​ມີ​ຄວາມ​ໝາຍ​ແນ​ວ​ໃດສຳ​ລັບເກົາຫລີເໜືອ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG