ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທູດ ສະ​ຫະ​ລັດ ວ່າ ເກົາຫຼີ​ເໜືອ ຂໍ​ທຸກ​ຢ່າງ ແຕ່ບໍ່​ສະ​ເໜີ ໃຫ້​ຫຍັງຈັກ​ຢ່າງ


ລັດ​ຖະ​ມົນ​ຕີ​ການ​ປອງດອງ ເກົາຫຼີ​ໃຕ້ ທ່ານ ກິມ ຢອນ ຈູ​ລ, ຊ້າຍ, ພົບ​ປະ​ກັບ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ເກົາຫຼີ​ໃຕ້ ທ່ານ ແຮ​ຣີ ແຮ​ຣິ​ສ. ນະ​ຄອນຫຼວງ ໂຊ​ລ ເກົາຫຼີ​ໃຕ້. 16 ເມ​ສາ, 2019. (AP Photo/Lee Jin-man)
ລັດ​ຖະ​ມົນ​ຕີ​ການ​ປອງດອງ ເກົາຫຼີ​ໃຕ້ ທ່ານ ກິມ ຢອນ ຈູ​ລ, ຊ້າຍ, ພົບ​ປະ​ກັບ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ ເກົາຫຼີ​ໃຕ້ ທ່ານ ແຮ​ຣີ ແຮ​ຣິ​ສ. ນະ​ຄອນຫຼວງ ໂຊ​ລ ເກົາຫຼີ​ໃຕ້. 16 ເມ​ສາ, 2019. (AP Photo/Lee Jin-man)

ເກົາຫຼີ​ເໜືອ ໄດ້​ຮຽກ​ຮ້ອງ​ໃຫ້ ສະ​ຫະ​ລັດ “ເຮັດ​ທຸກ​ຢ່າງ” ກ່ອນ​ທີ່ ພຽ​ງ​ຢາງ ຈະ​ຍິນຍອມ
​ປະ​ຕິ​ບັດ​ຕາມ, ທ່ານ ແຮ​ຣີ ແຮ​ຣິ​ສ໌, ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ ເກົາຫຼີ​ໃຕ້
ໄດ້​ກ່າວ​ໃນ​ການ​ສຳ​ພາດ​ທີ່​ໄດ້ພິມເຜີຍແຜ່​ໃນ​ວັນ​ຈັນ​ມື້ນີ້.

ຄຳ​ເຫັນ​ຂອງ​ທ່ານ ແຮ​ຣິ​ສ ຕໍ່​ໜັງ​ສື​ພິມ ດັອງ​ອາ ອິ​ລ​ໂບ ຂອງ ເກົາຫຼີ​ໃຕ້ ແມ່ນ​ການ​ສະ​
ແດ​ງ​ປະ​ຕິກິຍາ​ທີ່​ສຳ​ຄັນ​ຄັ້ງ​ທຳ​ອິດ​ໂດຍ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ນັບ​ຕັ້ງ​ແຕ່ ເກົາຫຼີ​ເໜືອ
ໄດ້​ຍ່າງ​ໜີ​ຈາກ​ການ​ເຈ​ລະ​ຈາ​ລະ​ດັບ​ທີ່ບໍ່​ມີ​ລັດ​ຖະ​ມົນ​ຕີ​ຄົນ​ສຳ​ຄັນ​ເຂົ້າ​ຮ່ວມ ໃນ​ທ້າຍ​ອາ​
ທິດ​ແລ້ວນີ້ ແລະ​ໄດ້​ຖິ້ມ​ໂທດ​ໃສ່ ສະ​ຫະ​ລັດ ສຳ​ລັບ​ການ​ເຮັດ​ໃຫ້​ມັນ​ພັງ.

ໃນ​ຂະ​ນະ​ທີ່​ໄດ້​ກ່າວ​ຢ້ຳ​ວ່າ​ທ່ານບໍ່​ໄດ້​ຢູ່​ໃນ​ການ​ເຈ​ລະ​ຈາ​ທີ່​ຖືກ​ຈັດ​ຂຶ້ນ​ໃນ​ນະ​ຄອນຫຼວງ
​ຂອງ​ປະ​ເທດ ສວີ​ເດັນ ນັ້ນ, ທ່ານ ແຮ​ຣິ​ສ ໄດ້​ແນະ​ນຳ​ວ່າ ເກົາຫຼີ​ເໜືອ, ບໍ່​ແມ່ນ ສະ​ຫະ​
ລັດ ທີ່​ຕ້ອ​ງ​ຖືກ​ຖິ້ມ​ໂທດ​ໃສ່​ສຳ​ລັບ​ການ​ຢຸດ​ຊະ​ງັກ​ນັ້ນ.

ທ່ານ ແຮ​ຣິ​ສ​ ໄດ້​ອ້າງ​ອີງວ່າ “ໃນ​ທັດ​ສະ​ນະ​ຄະ​ຕິ​ຂອງ​ຂ້າ​ພະ​ເຈົ້າ, ເກົາຫຼີ​ເໜືອ ໄດ້​ຮຽກ
​ຮ້ອງວ່າ ສະ​ຫະ​ລັດ ຕ້ອງ​ເຮັດ​ໝົດ​ທຸ​ກ​ຢ່າງ​ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ.”

ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ກ່ອນ​ໜ້ານີ້​ໄດ້​ຢືນ​ຢັນ​ວ່າ ການ​ປຶ​ກ​ສາ​ຫາ​ລື “ໄດ້​
ດຳ​ເນີນ​ໄປ​ດ້ວຍ​ດີ” ແລະ ໄດ້​ຕອບ​ໂຕ້​ການ​ກ່າວ​ຫາ​ຂອງ ເກົາຫຼີ​ເໜືອ ທີ່ວ່າ ນັກ​ເຈ​ລະ​
ຈາ ສະ​ຫະ​ລັດ ບໍ່​ສາ​ມາດ​ທີ່​ຈະ​ນຳ​ເອົາ​ແນວ​ຄິດ​ໃໝ່​ຂຶ້ນ​ມາ​ໃນ​ການ​ເຈ​ລະ​ຈາ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ ເກົາຫຼີ​ເໜືອ ໄດ້​ຂົ່ມ​ຂູ່​ທີ່​ຈະ​ສືບ​ຕໍ່​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​
ວຸດ​ໄລ​ຍະ​ໄກ ຫຼື ລະ​ເບີດ ນິວ​ເຄ​ລຍ ແລະ ໄດ້​ກ່າວ​ຢ້ຳ​ວ່າ​ຂີ​ດ​ເສັ້ນ​ຕາຍ​ຂອງ​ເຂົາ​ເຈົ້າ​
ສຳ​ລັບ ສະ​ຫະ​ລັດ ທີ່​ຈະ​ເອົາ​ວິ​ທີ​ການ​ທີ່​ປ່ຽນ​ແປງ​ໄດ້​ນັ້ນ​ແມ່ນ​ທ້າຍ​ປີນີ້.

ໃນ​ການ​ສຳ​ພາດເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ, ທ່ານ ແຮ​ຣິ​ສ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ກ່ຽວ​ກັບ
ຂີດ​ເສັ້ນ​ຕາຍ​ນັ້ນ, ໂດຍ​ເອີ້ນ​ມັນ​ວ່າ “ເປັນ​ການ​ກຳ​ນົດ​ຂຶ້ນ​ມາ​ເອົາ​ເອງ” ໂດຍ ເກົາຫຼີ​
ເໜືອ.

ທ່ານ​ໄດ້​ກ່າວ​ວ່າ “ສະ​ຫະ​ລັດ ຍັງ​ຢາກ​ຈະ​ດຳ​ເນີນ​ການ​ສົນ​ທະ​ນາ​ຕໍ່​ໄປ” ແລະ ຫາ​ວິ​ທີ​ທີ່​
ຈະ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ທີ່​ຖືກ​ເຊັນ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ
ກັບ​ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ໃນ​ປະ​ເທດ ສິງ​ກະ​ໂປ ເມື່ອ​ເດືອນ​ມິ​ຖຸ​ນາ 2018.
ທ່ານ​ກ່າວ​ຕື່ມ​ວ່າ, ແຕ່​ບໍ່​ວ່າ​ມັນ​ຈະ​ເກີດ​ຂຶ້ນຫຼືບໍ່​ນັ້ນ, “ມັນ​ກໍ​ຂຶ້ນ​ກັບ ເກົາຫຼີ​ເໜືອ.”

ທ່ານ ທ​ຣຳ ໄດ້​ພົບ​ປະ​ກັບ​ທ່ານ ກິມ ອີກສອງ​ຄັງ​ນັບ​ຕັ້ງ​ແຕ່​ຢູ່​ປະ​ເທດ ສິງ​ກະ​ໂປ, ແລະ
ເມື່ອບໍ່​ດົນ​ມານີ້​ກໍ​ໄດ້​ກ່າວ​ວ່າ​ທ່ານ ເປີດສຳ​ລັບ​ການ​ພົບ​ປະ​ຄັ້ງ​ທີ​ສີ່.

ແຕ່​ທ່ານ ທ​ຣຳ ບໍ່​ໄດ້​ກຳ​ນົດ​ຕາ​ຕະ​ລາງ​ເວ​ລາ ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ​ທີ່​ວ່າ​ນັ້ນ,
ທ່ານ ແຮ​ຣິ​ສ ໄດ້​ກ່າວ​ເພີ່ມ​ວ່າ “ພວກ​ເຮົາ​ຄິດ​ວ່າມັນ​ດີກວ່າ ທີ່​ຈະ​ຈັດ​ການ​ເຈ​ລະ​ຈາ​ໃນ​
ລະ​ດັບ​ທີ່ບໍ່​ມີ​ລັດ​ຖະ​ມົນ​ຕີ​ຄົນ​ສຳ​ຄັນ​ເຂົ້າ​ຮ່ວມ​ທີ່​ຈິງ​ຈັງ​ກວ່າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG