ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກົາຫລີເໜືອ ຕໍ່ເວລາ ໃນການຍິງລູກສອນໄຟ ອອກໄປນຶ່ງອາທິດ


ພາບຖານຍິງດາວທຽມ Sohae ຂອງເກົາຫລີເໜືອ ທີ່ Tongchang-ri, ຖ່າຍເມື່ອວັນທີ 4 ທັນວາ 2012.
ພາບຖານຍິງດາວທຽມ Sohae ຂອງເກົາຫລີເໜືອ ທີ່ Tongchang-ri, ຖ່າຍເມື່ອວັນທີ 4 ທັນວາ 2012.
ເກົາຫຼີ​ເໜືອ​ ກ່າວ​ວ່າ ​ຕົນ​ຈະ​ຕໍ່​ໄລຍະ​ເວລາ​ໃນການ​ຍິງ​ ລູກ​ສອນ​
ໄຟ ໄລຍະ​ໄກ​ ທີ່ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ນັ້ນ ອອກ​ໄປອີກ​ນຶ່ງ​ອາ
ທິດ ຈົນ​ຮອດວັນ​ທີ 29 ​ເດືອນ​ທັນວານີ້.

​ໂຄສົກ​ຄົນ​ນຶ່ງ​ຂອງ ຄະນະ​ກໍາມະການ ເທັກໂນ​ໂລ​ຈີອາ​ວະ​ກາດ ​
ຂອງ​ເກົາ​ຫລີ​ເໜືອ ​ໄດ້​ບອກອົງການ​ຂ່າວ KCNA ຂອງທາງ​ການ
​ເກົາຫລີເໜືອ ​ໃນ​ວັນ​ຈັນ​ມື້ນີ້​ວ່າ ບັນດາ​ນັກວິທະຍາ​ສາດ ​ໄດ້​ພົບ​ເຫັນ “ບັນຫາ​ດ້ານ​ເທັກ​ນິກ ຢູ່ໃນຫ້ອງ​ຄວບ​ຄຸມ​ ໃນທ່ອນ​ທີ່​ນຶ່ງຂອງລູກ​ສອນໄຟ.”

ຄະນະ​ກໍາມະການດັ່ງກ່າວ​ ໄດ້​ຖະ​ແຫຼງ​ເມື່ອ​ວັນ​ເສົາ​ຜ່ານ​ມາ​ນີ້​ວ່າ ຕົນ​ກໍາລັງພິຈາລະນາ ປັບ​ຊ່ວງເວລາ​ໃນ​ການຍິງ​ໃໝ່ ຊຶ່ງ​ໃນ​ເບື້ອງ​ຕົ້ນ​ແມ່ນ​ໄດ້​ກໍານົດ​ໃສ່ ​ໃນ​ລ​ະຫວ່າງ ວັນ​ທີ 10 ຫາ 22 ​ເດືອນນີ້.

ຍີ່ປຸ່ນ ​ໄດ້ຂູ່​ທີ່​ຈະຍິງ​ລູກ​ສອນ​ໄຟຂອງ​ເກົາຫລີ​ເໜືອລົງ ຖ້າຫາກ​ມັນ​ອອກ​ນອກເສ້ນ​ທາງ ​ແລະ​ໄດ້​ຕິດ​ຕັ້ງ​ລະບົບ​ສະກັດ​ກັ້ນລູກສອນ​ໄຟ​ຢູ່​ຫລາຍ​ແຫ່ງ ເພື່ອກຽ​ມ​ຮັບມື.
XS
SM
MD
LG